Homeນານາສາລະວິທີໜຶ້ງເຂົ້າແບບບໍ່ຕ້ອງໝ່າ

ວິທີໜຶ້ງເຂົ້າແບບບໍ່ຕ້ອງໝ່າ

Published on

ສຳລັບຄົນມັກລືມມ່າເຂົ້າເປັນປະຈຳຕ້ອງອ່ານ ເຮົາມີເຄັດລັບດີໆກ່ຽວກັບວີທີໜຶ້ງເຂົ້າແບບບໍ່ຕ້ອງໝ່າ ມາຝາກ ເຊິ່ງເຄັດລັບນີ້ໄດ້ຖືກເປີດເຜີຍໃນເຟສບຸກ ວາລະສານ ມະຫາຊົນ ອ່ານແລ້ວມັນເປັນຄວາມຮູ້ທີ່ມີປະໂຫຍດດີ ລາວໂພສຕ໌ເລີຍຂໍນຳມາແບ່ງປັນໃຫ້ເພື່ອນໃນເພສໄດ້ອ່ານກັນ ເຊິ່ງຈະມີຂັ້ນຕອນການເຮັດແນວໃດນັ້ນເຮົາມາເບິ່ງກັນເລີຍ.

ວິທີເຮັດ
ເອົານ້ຳໃສ່ຫມໍ້ຫນຶ້ງ ໃສ່ຫລາຍເທົ່າກັບສອງເທື່ອຂອງການຫນຶ້ງປົກກະຕິ

– ລ້າງເຂົ້າໃຫ້ສະອາດດ້ວຍນ້ຳສະອາດປະມານ 2-3 ນໍ້າ

– ເອົາເຂົ້າໃສ່ຫວດຕາມປົກກະຕິ ລໍຖ້າຈັກຫນ້ອຍເພື່ອໃຫ້ມັນສະເດັດນ້ຳກ່ອນ.

– ນຳເອົາໄປຫນຶ້ງຄືປົກກະຕິ ເອົາຝາຫມໍ້ງຳໄວ້.

– ເມື່ອເຫັນອາຍຂຶ້ນທົ່ວແລ້ວ ບຶດຫນຶ້ງໃຫ້ປົງລົງ ເອົາເຂົ້າໄປລ້າງດ້ວຍນ້ຳສະອາດ (ລ້າງຄາຫວດເລີຍກໍໄດ້) ລ້າງໃຫ້ທົ່ວ ແລະ ບີບເຂົ້າທີ່ຈັບໂຕກັນເປັນກ້ອນໃຫ້ແຕກອອກເປັນເມັດໃຜ ເມັດມັນ. ລໍຖ້າໃຫ້ສະເດັດນ້ຳກ່ອນບຶດຫນຶ່ງ.

– ເອົາໄປຫນຶ້ງອີກຄັ້ງຕາມປົກກະຕິ ກະວ່າເຂົ້າສຸກແລ້ວໃຫ້ເອົາໄມ້ກະດ້າມຫລືບ່ວງຈົກເບິ່ງ ເພື່ອ ໃຫ້ແນ່ໃຈວ່າເຂົ້າສຸກດີ, ເມື່ອເຂົ້າສຸກແລ້ວກໍປົງລົງຊວ່າຍເຂົ້າລົງກະຕິບເຂົ້າ ກິນໄດ້ຕາມປົກກະຕິ ແລະ ເຂົ້າຈະມີກິ່ນຫອມ ແລະ ລົດຊາດແຊບດີ (ລອງເຮັດເບິ່ງ ຖ້າບໍ່ແນ່ໃຈກໍລອງຫນຶ້ງເບິ່ງຫນ້ອຍຫນຶ່ງກ່ອນກໍໄດ້ເດີ!).

ຂໍ້ມູນຈາກ: ວາລະສານ ມະຫາຊົນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...