spot_img
Homeຂ່າວການພັດທະນາຈະ­ເລີນ​ຊັບສຳ​ຫຼວດ​ກຽມສ້າງ​ເຂື່ອນໃສ່ 5 ສາຍ​ນໍ້າຢູ່​ແຂວງ​ບໍ​ລິ​ຄຳ​ໄຊ

ຈະ­ເລີນ​ຊັບສຳ​ຫຼວດ​ກຽມສ້າງ​ເຂື່ອນໃສ່ 5 ສາຍ​ນໍ້າຢູ່​ແຂວງ​ບໍ​ລິ​ຄຳ​ໄຊ

Published on

ພະ​ແນກ​ແຜນ­ການ-ການ​ລົງ­ທຶນແຂວງ​ບໍ​ລິ​ຄຳ​ໄຊສົມ­ທົບ​ກັບ​ກຸ່ມ​ບໍ­ລິ­ສັດຈະ­ເລີນ​ຊັບ​ຄົບ​ວົງ​ຈອນຈຳ­ກັດ ໄດ້​ຈັດ​ພິທີ​ເຊັນ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ​ສຶກ​ສາຄວາມ​ເປັນ​ໄປ​ໄດ້​ໃນ​ການ​ກໍ່­ສ້າງ​ເຂື່ອນໄຟ­ຟ້າ​ນ້ຳ­ຕົກ​ຂະ­ໜາດ​ນ້ອຍ 5 ສາຍ​ນ້ຳຄື:ນ້ຳ​ທວາຍ ເມືອງ​ທ່າ​ພະ​ບາດ, ນ້ຳ​ປັນ, ນ້ຳ​ຍະ​ລາ, ນ້ຳ​ຈຳ ເມືອງ​ໄຊ​ຈຳ​ພອນ ແລະ​ນ້ຳ​ຈວນ ເມືອງ​ວຽງ​ທອງ ແຂວງ ບໍ​ລິ​ຄຳ​ໄຊ ຂຶ້ນ​ໃນ​ວັນ​ທີ 4 ເມ­ສາ​ນີ້​ຢູ່ ໂຮງ­ແຮມ​ໂຊກ​ບຸນ​ມາ ຊຶ່ງ​ຕາງ­ໜ້າ​ແຂວງ ເຊັນ​ໂດຍ ທ່ານ ພອນ​ທິ​ລາດ ສິດ​ສາ­ທອນ ຫົວ­ໜ້າ​ພະ​ແນກ​ແຜນ­ການ-ການ​ລົງ­ທຶນແຂວງແລະ​ຕາງ­ໜ້າ​ບໍ­ລິ­ສັດເຊັນ​ໂດຍ ທ່ານ ກະ­ເສີມ​ສັກ ແກ້ວ​ໄຊ​ຍະ​ວົງ ອຳນວຍ​ການ​ກຸ່ມ​ບໍ­ລິ­ສັດ​ຈະ­ເລີນ​ຊັບ​ຄົບ​ວົງ​ຈອນ ຈຳ­ກັດ, ມີ​ຫົວ­ໜ້າ​ພະ​ແນກ​ພະ­ລັງງານ-ບໍ່​ແຮ່​ຫົວ­ໜ້າ​ພະ​ແນກ​ຊັບ​ພະ­ຍາກອນ​ທຳ​ມະ​ຊາດແລະ​ສິ່ງ­ແວ­ດລ້ອມແຂວງ, ທີ່​ປຶກ­ສາ​ຂອງບໍ­ລິ­ສັດ ເຊັນ​ຮ່ວມເປັນ​ສັກ­ຂີ​ພິ­ຍານ ໂດຍ​ຊ້ອງ​ໜ້າ ທ່ານ ດຣ. ກອງ​ແກ້ວ ໄຊ​ສົງ­ຄາມ ເຈົ້າ­ແຂວງໆ ບໍ​ລິ​ຄຳ​ໄຊ, ພ້ອມ​ດ້ວຍ​ຫົວ­ໜ້າ​ພະ​ແນກການ​ທີ່​ກ່ຽວ­ຂ້ອງ, ພະ­ນັກ­ງານ, ວິ­ຊາການ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ໂຄງ­ການ​ສຳ​ຫຼວດ​ສຶກ​ສາ​ຄວາມ​ເປັນ ໄປ​ໄດ້​ໃນ​ການ​ພັດ­ທະ­ນາ​ເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກ​ຂະ­ໜາດ​ນ້ອຍ  5 ສາຍ​ນ້ຳ​ດັ່ງ­ກ່າວ ເປັນ​ໂຄງ­ການ​ໜຶ່ງ​ທີ່​ນອນ​ຢູ່​ໃນ​ທ່າ­ແຮງຂອງ​ແຂວງ​ບໍ​ລິ​ຄຳ​ໄຊ​ເພື່ອ​ຈັດ​ຕັ້ງ​ຜັນ​ຂະຫຍາຍ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ​ສັງຄົມ​ໃຫ້​ໄປ​ຕາມ​ທິດ​ອຸດ­ສາ­ຫະ­ກຳ ແລະ ທັນ​ສະ­ໄໝ, ເຮັດ​ໃຫ້​ໂຄງ​ປະ­ກອບ​ເສດ​ຖະກິດ​ຄ່ອຍ​ຫັນ­ປ່ຽນ​ຈາກ​ຂົງ­ເຂດ​ກະ­ສິ­ກຳ ກວມ​ອັດ­ຕາ​ສ່ວນ​ຫຼາຍ ແລະ​ ເຂົ້າ​ສູ່​ຂົງ­ເຂດອຸດ­ສາ­ຫະ­ກຳ ແລະ​ການ​ບໍ­ລິ­ການ​ເພີ່ມ​ຂຶ້ນ.

ໂຄງ­ການ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກ ຂະ­ໜາດ​ນ້ອຍ ແຂວງ​ບໍ​ລິ​ຄຳ​ໄຊ, ທັງ 5 ສາຍ​ນ້ຳ​ນີ້​ຄາດ​ຄະ­ເນ​ຄວາມ​ສາ­ມາດ​ໃນ​ການ​ຕິດ​ຕັ້ງ​ເຄື່ອງ​ຈັກ​ຜະ­ລິດ​ໄຟ­ຟ້າ​ແຕ່ລະ​ສາຍ​ນ້ຳ​ໄດ້​ປະ­ມານ 15 ເມ​ກາ​ວັດ, ໂດຍ​ແມ່ນ​ກຸ່ມ ບໍ­ລິ­ສັດ ຈະ­ເລີນ​ຊັບ ຈຳ­ກັດ ເປັນ​ຜູ້​ລົງ­ທຶນ​ໃນ​ການ​ລົງ​ສຳ​ຫຼວດ​ເກັບ ກຳ​ຂໍ້​ມູນ​ທາງ​ດ້ານ​ພູ­ມິ­ສາດ, ອຸ​ທົກ​ກະສາດ, ສັງ­ຄົມ ແລະ​ຄິດ­ໄລ່​ຜົນ​ຕອບ​ແທນ ທາງ​ດ້ານ​ເສດ­ຖະ­ກິດ. ຖ້າ​ມີ​ຄວາມ​ເປັນໄປ​ໄດ້ບໍ­ລິ­ສັດ ດັ່ງ­ກ່າວ ຈະ​ສືບ­ຕໍ່​ລົງ­ທຶນພັດ­ທະ­ນາ​ໃນ​ການ​ກໍ່­ສ້າງ​ຕໍ່​ໄປ. ໂດຍ​ໄລຍະ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ (MOU) ແຕ່​ລະ​ສາຍ​ນ້ຳ18 ເດືອນ.

ສະ­ນັ້ນ ເພື່ອ​ໃຫ້​ສອດ­ຄ່ອງ​ກັບ​ກົດໝາ­ຍ ວ່າ​ດ້ວຍ​ການ​ສົ່ງ­ເສີມ​ການ​ລົງ­ທຶນ ແລະ​ນິ­ຕິ​ກຳ​ລະ­ບຽບ​ການ​ຕ່າງໆ​ທີ່​ກ່ຽວຂ້ອງ ແລະ​ເພື່ອ​ເຮັດ​ໃຫ້​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ຫັນ​ສູ່​ລະ­ບຽບ​ການ​ນັ້ນຈິ່ງ​ໄດ້​ເຊັນ​ສັນ­ຍາ​ໄວ້​ເພື່ອ​ເປັນ​ຫຼັກ​ຖານ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...