ມາດຕາ 1 (ປັບປຸງ) ຈຸດປະສົງ
ກົດໝາຍສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ, ຕິດຕາມ ແລະ ກວດກາ ການຈະລາຈອນທາງບົກ ເພື່ອອໍານວຍ ຄວາມສະດວກ, ຄວບຄຸມການສັນຈອນ ແລະ ການນຳໃຊ້ຍານພາຫະນະ ຕາມເສັ້ນທາງບົກ ໃຫ້ມີ ຄວາມສະດວກ, ໂລ່ງລ່ຽນ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ ແນໃສ່ຫຼຸດຜ່ອນອຸບປະຕິເຫດ, ຄວາມແອອັດໃນການສັນຈອນ ຕິດພັນກັບການບໍລິການ, ການປົກປັກຮັກສາເສັ້ນທາງ, ສິ່ງແວດລ້ອມ, ຊີວິດ, ຊັບສິນຂອງບຸກຄົນ ແລະ ສາທາລະນະ ປະກອບສ່ວນເຂົ້າໃນການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ການເຊື່ອມໂຍງກັບສາກົນ.
ມາດຕາ 2 (ໃໝ່) ການຈະລາຈອນທາງບົກ
ການຈະລາຈອນທາງບົກ ແມ່ນ ການສັນຈອນໄປ ມາ ຂອງຄົນ ແລະ ສັດ ດ້ວຍການນຳ ໃຊ້ ຫຼື ບໍ່ນໍາໃຊ້ພາຫະນະ ແລະ ຍານພາຫະນະຊະນິດຕ່າງໆ ຕາມເສັ້ນທາງບົກ ໂດຍປະຕິບັດກົດຈະ ລາຈອນ ຢ່າງຖືກຕ້ອງ.
ມາດຕາ 3 (ປັບປຸງ) ການອະທິບາຍຄໍາສັບ
ຄໍາສັບ ທີ່ນໍາໃຊ້ໃນກົດໝາຍສະບັບນີ້ ມີ ຄວາມໝາຍ ດັ່ງນີ້:
1. ກົດຈະລາຈອນ ໝາຍເຖິງ ລະບຽບການລະອຽດ ກ່ຽວກັບການຈະລາຈອນທາງບົກ;
2. ປ້າຍຈະລາຈອນ ໝາຍເຖິງ ເຄື່ອງໝາຍຊີ້ບອກ ການປະຕິບັດກົດຈະລາຈອນ ຕາມເສັ້ນທາງບົກ;
3. ເຄື່ອງໝາຍຈະລາຈອນ ໝາຍເຖິງ ສິ່ງຊີ້ບອກ ກົດຈະລາຈອນຕາມເສັ້ນທາງບົກ ດ້ວຍການຕິດຕັ້ງປ້າຍ, ຂີດ, ຂຽນ, ແຕ້ມໄວ້ຕາມໜ້າທາງ, ບ່າທາງ, ຂອບທາງ, ແຄມທາງ ແລະ ເທິງທາງ;
4. ໃບຂັບຂີ່ຍານພາຫະນະ ໝາຍເຖິງ ໃບອະນຸຍາດໃຫ້ຂັບຂີ່ຍານພາຫະນະ ທີ່ອອກ ໃຫ້ໂດຍຂະແໜງການໂຍທາທິການ ແລະ ຂົນສົ່ງ;
5. ຜູ້ນຳໃຊ້ເສັ້ນທາງ ໝາຍເຖິງ ຜູ້ຂັບຂີ່ ຫຼື ນຳໃຊ້ຍານພາຫະນະ, ຄົນຍ່າງ, ຜູ້ຄວບຄຸມສັດ, ຜູ້ອະນາໄມ, ຜູ້ສ້ອມແປງ, ຜູ້ຕິດຕັ້ງປ້າຍ ແລະ ເຄື່ອງໝາຍຈະລາຈອນ ຕາມເສັ້ນທາງບົກ;
6. ເສັ້ນທາງ ໝາຍເຖິງ ຂອບເຂດພື້ນທີ່ ຊຶ່ງໄດ້ກໍ່ສ້າງຂຶ້ນເພື່ອຮັບໃຊ້ໃຫ້ແກ່ການຈະ ລາຈອນທາງບົກ;
7. ຖະໜົນ ໝາຍເຖິງ ພື້ນທີ່ຂອງເສັ້ນທາງ ຫຼື ຫົນທາງ ທັງໝົດ ທີ່ນໍາໃຊ້ສໍາລັບການ ຈະລາຈອນທາງບົກ ໃນຕົວເມືອງ;
8. ໜ້າທາງ ໝາຍເຖິງ ພື້ນທີ່ຂອງເສັ້ນທາງ ທີ່ນຳໃຊ້ສຳລັບການສັນຈອນຂອງຍານ ພາຫະນະ;
9. ຊ່ອງຈະລາຈອນ ໝາຍເຖິງ ພື້ນທີ່ຂອງເສັ້ນທາງ ທີ່ແບ່ງຂອບເຂດໜ້າທາງຕາມລວງຍາວຂອງເສັ້ນທາງ ແລະ ມີຄວາມກວ້າງຕາມມາດຕະຖານທີ່ກໍານົດ;
10. ທາງຄົບ ໝາຍເຖິງ ເສັ້ນທາງທີ່ຕັດກັນ ຫຼື ຄົບກັນ ຢູ່ໃນລະດັບໜ້າທາງດຽວກັນ ນັບແຕ່ສອງເສັ້ນຂຶ້ນໄປ;
11. ທາງແຍກ ໝາຍເຖິງ ເສັ້ນທາງທີ່ແຍກອອກເປັນຫຼາຍເສັ້ນທາງ;
12. ຢຸດລົດ ໝາຍເຖິງ ຢຸດເຄື່ອນໄຫວຍານພາຫະນະຢູ່ຈຸດທີ່ກໍານົດຕາມເສັ້ນທາງ ຫຼື ຖະໜົນໃນເວລາອັນສັ້ນ ໂດຍບໍ່ມອດຈັກ ແລະ ຜູ້ຂັບຂີ່ຕ້ອງປະຈຳຢູ່ຕໍາແໜ່ງຂອງຄົນຂັບ;
13. ຈອດລົດ ໝາຍເຖິງ ຢຸດເຄື່ອນໄຫວຢູ່ຈຸດທີ່ກໍານົດຕາມເສັ້ນທາງ ຫຼື ຖະໜົນ ໂດຍມອດຈັກ ແລະ ຜູ້ຂັບຂີ່ສາມາດອອກຈາກຍານພາຫະນະໄດ້;
14. ລົດຫົວລາກ ໝາຍເຖິງ ຍານພາຫະນະທີ່ມີລະບົບຂັບເຄື່ອນດ້ວຍເຄື່ອງຈັກ ນຳ ໃຊ້ສໍາລັບແກ່ເຄິ່ງຫາງລາກ;
15. ເຄິ່ງຫາງລາກ ໝາຍເຖິງ ພາຫະນະ ທີ່ເກາະໃສ່ລົດຫົວລາກ;
16. ຫາງລາກ ໝາຍເຖິງ ພາຫະນະ ທີ່ເກາະໃສ່ລົດຂົນສົ່ງທົ່ວໄປ;
17. ການສັນຈອນພິເສດ ໝາຍເຖິງ ການສັນຈອນຂອງຂະບວນລົດຜູ້ນຳ, ແຂກຕ່າງປະເທດ, ລົດໂຮງໝໍ, ລົດມອດໄຟ, ລົດກູ້ໄພ, ລົດຂອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທີ່ມີ ລະບົບສັນຍານແຈ້ງເຕືອນ ຊຶ່ງກໍາລັງປະຕິບັດໜ້າທີ່ອັນຮີບດ່ວນ;
18. ເຂດຊຸມຊົນ ໝາຍເຖິງ ບໍລິເວນທີ່ມີປະຊາຊົນອາໄສຢູ່ຢ່າງໜາແໜ້ນ;
19. ຍານພາຫະນະ ໝາຍເຖິງ ພາຫະນະທີ່ແລ່ນດ້ວຍເຄື່ອງຈັກ.
ມາດຕາ 4 (ປັບປຸງ) ນະໂຍບາຍຂອງລັດ ກ່ຽວກັບວຽກງານຈະລາຈອນທາງບົກ
ລັດ ສົ່ງເສີມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ລົງທຶນເຂົ້າໃນການພັດທະນາ, ກໍ່ສ້າງ, ບູລະນະ, ຕິດຕັ້ງ ແລະ ປົກປັກຮັກສາລະບົບການຈະລາຈອນ ທາງບົກໃຫ້ມີປະສິດທິຜົນ ແລະ ຢືນຍົງໂດຍນຳໃຊ້ວິທະຍາສາດ, ເຕັກນິກ ແລະ ເຕັກໂນໂລຊີ ທີ່ທັນ ສະໄໝ.
ລັດ ຊຸກຍູ້ ແລະ ສົ່ງເສີມ ໃຫ້ມີການພັດທະນາວຽກງານຂົນສົ່ງມວນຊົນໃນຕົວເມືອງ ເພື່ອ ຮັບປະກັນການຈະລາຈອນໃນຕົວເມືອງມີຄວາມສະດວກ, ໂລ່ງລ່ຽນ, ປອດໄພ ແລະ ເປັນລະບຽບ ຮຽບຮ້ອຍ ພ້ອມທັງບໍ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ເປັນຕົວເມືອງທີ່ໜ້າຢູ່.
ມາດຕາ 5 (ປັບປຸງ) ຫຼັກການ ກ່ຽວກັບວຽກງານຈະລາຈອນທາງບົກ
ວຽກງານຈະລາຈອນທາງບົກ ໃຫ້ປະຕິບັດຕາມຫຼັກການ ດັ່ງນີ້:
1. ຮັບປະກັນຄວາມສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນ ຍຸດທະສາດ ແລະ ແຜນດຳເນີນງານຄວາມປອດໄພທາງຖະໜົນ ເພື່ອເຮັດໃຫ້ວຽກງານຈະລາຈອນ ທາງບົກ ມີລະບົບກົມກຽວ ແລະ ກ້າວໄປສູ່ຄວາມທັນສະໄໝ;
2. ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ, ຄວາມສະດວກ, ໂລ່ງ ລ່ຽນ, ຕໍ່ເນື່ອງ, ມີປະສິດທິຜົນ ດ້ວຍຄວາມຮັບຜິດຊອບ ແລະ ການມີສ່ວນຮ່ວມ ຂອງບຸກຄົນ ແລະ ການຈັດຕັ້ງໃນທົ່ວສັງຄົມ;
3. ຮັບປະກັນຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ ແລະ ການແບ່ງຂັ້ນຄຸ້ມ ຄອງ ລະຫວ່າງຂະແໜງການ ຢູ່ ສູນກາງ ແລະ ທ້ອງຖິ່ນ ບົນພື້ນຖານການປະສານສົມທົບ ຢ່າງໃກ້ ຊິດ;
4. ຮັບປະກັນການຄຸ້ມຄອງ ແລະ ນຳໃຊ້ຍານພາຫະນະ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໃຫ້ໄດ້ມາດຕະຖານເຕັກນິກ ແລະ ມີຄວາມປອດໄພ;
5. ຮັບປະກັນ ຄວາມສອດຄ່ອງຂອງກົດຈະລາຈອນທາງບົກ ຂອງ ສປປ ລາວ ກັບ ພາກພື້ນ ແລະ ສາກົນ ຕາມສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.
ມາດຕາ 6 (ປັບປຸງ) ພັນທະຂອງຜູ້ນຳໃຊ້ເສັ້ນທາງ
ພົນລະເມືອງລາວ, ຊາວຕ່າງດ້າວ, ຄົນບໍ່ມີສັນຊາດ ແລະ ຄົນຕ່າງປະເທດ ທີ່ສັນຈອນຕາມເສັ້ນທາງ ຢູ່ໃນດິນແດນ ຂອງ ສປປ ລາວ ຕ້ອງເຄົາລົບ ແລະ ປະຕິບັດຕາມກົດໝາຍສະບັບນີ້ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງຢ່າງເຂັ້ມງວດ, ພ້ອມກັນນັ້ນ ກໍຕ້ອງປະກອບສ່ວນໃນການປົກປັກຮັກສາ, ບູລະນະພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກດ້ານການຈະລາຈອນທາງບົກ.
ມາດຕາ 7 (ໃໝ່) ຂອບເຂດການນໍາໃຊ້ກົດໝາຍ
ກົດໝາຍສະບັບນີ້ ນຳໃຊ້ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ກ່ຽວຂ້ອງກັບການຄຸ້ມຄອງການຈະລາຈອນ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກ, ການດຳເນີນກິດຈະການດ້ານການຈະລາຈອນທາງບົກ ຢູ່ ສປປ ລາວ.
ມາດຕາ 8 (ໃໝ່) ການຮ່ວມມືສາກົນ
ລັດ ເປີດກວ້າງ ແລະ ສົ່ງເສີມການພົວພັນ, ຮ່ວມມື ກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານຈະລາຈອນທາງບົກ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນ ຂ່າວສານ, ວິທະ ຍາສາດເຕັກນິກ ແລະ ເຕັກໂນໂລຊີ, ການສ້າງ, ບຳລຸງ, ຍົກລະດັບພະນັກງານ, ການຍາດແຍ່ງ ການຊ່ວຍເຫຼືອ, ການຮ່ວມມືດ້ານການລົງທຶນ, ປະຕິບັດສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.
ມາດຕາ 9 (ປັບປຸງ) ລະບຽບການທົ່ວໄປ
ໃນການຈະລາຈອນທາງບົກ ຢູ່ ສປປ ລາວ ໃຫ້ໃຊ້ກໍ້າຂວາ, ຜູ້ນຳໃຊ້ເສັ້ນທາງ ຕ້ອງໄປ ຕາມຊ່ອງຈະລາຈອນ ຕາມທິດທາງທີ່ກຳນົດ ແລະ ຕ້ອງປະຕິບັດຕາມກົດໝາຍສະບັບນີ້ ແລະ ກົດ ຈະລາຈອນຢ່າງເຂັ້ມງວດ.
ກົດຈະລາຈອນທາງບົກ ຕ້ອງໄດ້ຈັດເຂົ້າໃນຫຼັກສູດການຮຽນ-ການສອນ ໃນແຕ່ລະຊັ້ນຮຽນ ລວມທັງລະບົບອະນຸບານ, ສາມັນ ແລະ ວິຊາຊີບ ແລະ ຈັດຕັ້ງເຜີຍແຜ່ໃຫ້ທົ່ວສັງຄົມໄດ້ຮັບຮູ້ດ້ວຍຫຼາຍຮູບການ.
ມາດຕາ 10 (ໃໝ່) ລະບຽບການສໍາລັບຄົນຍ່າງ
ການຍ່າງຕາມທາງ ແລະ ຍ່າງຂ້າມທາງ ໃນຕົວເມືອງ, ເທດສະບານ ໃຫ້ປະຕິບັດ ດັ່ງນີ້:
– ຍ່າງໄປຕາມທາງ ທີ່ໄດ້ກຳນົດໄວ້ສຳລັບໃຫ້ຄົນຍ່າງ, ຖ້າຫາກບໍ່ມີທາງສໍາລັບຄົນ ຍ່າງ ກໍໃຫ້ຍ່າງລຽບຕາມແຄມທາງເບື້ອງຊ້າຍ ເພື່ອໃຫ້ສາມາດແນມເຫັນລົດ ທີ່ແລ່ນເຂົ້າມາຫາຕົນ, ຖ້າຫາກມີຫຼາຍຄົນຍ່າງນຳກັນ ໃຫ້ຍ່າງຕາມຫຼັງກັນເປັນແຖວດຽວ ແລະ ແນບເຂົ້າແຄມທາງ ຍົກເວັ້ນ ການສວນສະໜາມ, ຂະບວນທາງການ, ຂະບວນແຫ່ພິທີທາງສາສະໜາ, ສົ່ງສະການ ຫຼື ຂະບວນ ຍ່າງອື່ນ ທີ່ໄດ້ຮັບອະນຸຍາດ;
– ຍ່າງຂ້າມຕາມທາງມ້າລາຍ, ບ່ອນມີໄຟສັນຍານ, ຂົວຂ້າມທາງ, ອຸໂມງ ຫຼື ບ່ອນ ທີ່ກຳນົດໄວ້, ຖ້າຫາກບໍ່ມີບ່ອນຂ້າມຕາມທີ່ໄດ້ກໍານົດໄວ້ນີ້ ໃຫ້ຍ່າງຂ້າມທາງຢູ່ບ່ອນທີ່ເຫັນວ່າມີຄວາມ ປອດໄພ.
ທຸກຄົນ ມີໜ້າທີ່ຊ່ວຍເຫຼືອ ເດັກນ້ອຍ, ຜູ້ເຖົ້າ, ຄົນພິການ ແລະ ຜູ້ບໍ່ສາມາດຊ່ວຍຕົນເອງໄດ້ໃນເວລາຍ່າງຂ້າມທາງ.
ມາດຕາ 11 (ປັບປຸງ) ລະບຽບການຄຸ້ມຄອງສັດລ້ຽງ
ບໍ່ອະນຸຍາດໃຫ້ລ້ຽງ ແລະ ປ່ອຍສັດທຸກຊະນິດ ຕາມເສັ້ນທາງຫຼວງ.
ການເຄື່ອນຍ້າຍສັດຕາມເສັ້ນທາງ ຕ້ອງມີຜູ້ຄວບຄຸມ ແລະ ຕ້ອງປະຕິບັດຕາມກົດຈະລາ ຈອນ.
ໃນກໍລະນີ ເກີດອຸບປະຕິເຫດຍ້ອນສັດລ້ຽງ ເຈົ້າຂອງ ຫຼື ຜູ້ຄອບຄອງສັດ ຕ້ອງຮັບຜິດ ຊອບຕໍ່ຄວາມເສັຍຫາຍ ທີ່ສັດລ້ຽງນັ້ນໄດ້ກໍ່ຂຶ້ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ຂໍ້ຜູກພັນໃນ ສັນຍາ ແລະ ນອກສັນຍາ.
ຢູ່ບ່ອນທີ່ມີການລ້ຽງ ຫຼື ຍ້າຍສັດຕາມເສັ້ນທາງຢ່າງເປັນປະຈໍາ ຕ້ອງມີປ້າຍເຕືອນ ໃຫ້ລະ ວັງສັດ ເພື່ອໃຫ້ຜູ້ຂັບຂີ່ມີຄວາມລະມັດລະວັງ. ໃນກໍລະນີເກີດອຸບປະຕິເຫດໃນເຂດທີ່ມີປ້າຍເຕືອນນັ້ນ ຜູ້ຂັບຂີ່ ຕ້ອງຮັບຜິດຊອບຕໍ່ຄວາມເສັຍຫາຍ ທີ່ເກີດຂຶ້ນ.
ມາດຕາ 12 (ໃໝ່) ລະບຽບການສໍາລັບຜູ້ຂັບຂີ່
ຜູ້ຂັບຂີ່ຍານພາຫະນະທຸກຊະນິດ ມີ ໜ້າທີ່ ແລະ ຄວາມຮັບຜິດຊອບ ຕົ້ນຕໍ ດັ່ງນີ້:
– ຕ້ອງມີເອກະສານທີ່ຈໍາເປັນ ເປັນຕົ້ນ ໃບຂັບຂີ່, ໃບທະບຽນ, ໃບກວດກາເຕັກນິກ, ໃບເສັຍຄ່າທາງ, ໃບປະກັນໄພ; ສໍາລັບລົດຂົນສົ່ງສິນຄ້າ ແລະ ໂດຍສານ ຍັງຕ້ອງມີເອກະສານອື່ນ ທີ່ກ່ຽວຂ້ອງ;
– ກວດກາສະພາບເຕັກນິກລົດ ເປັນປະຈໍາ ເພື່ອຮັບປະກັນຄວາມປອດໄພ ແລະ ບໍ່ ໃຫ້ລົດເກີດຂັດຂ້ອງໃນເວລາເດີນທາງ;
– ໃຫ້ຄວາມຮ່ວມມື ແລະ ອໍານວຍຄວາມສະດວກໃນການກວດກາຂອງເຈົ້າໜ້າທີ່ ຄວບຄຸມການຈະລາຈອນທາງບົກ;
– ແຈ້ງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ, ໃຫ້ຄວາມຊ່ວຍເຫລືອແກ່ຜູ້ໄດ້ຮັບບາດເຈັບ ເມື່ອພົບເຫັນອຸບປະຕິເຫດ;
– ຢຸດ ແລະ ປ່ອຍທາງໃຫ້ແກ່ການສັນຈອນພິເສດ;
– ໃຫ້ບູລິມະສິດແກ່ຄົນຍ່າງຂ້າມທາງ;
– ຍົກຍ້າຍຍານພາຫະນະ ອອກຈາກຊ່ອງທາງການຈະລາຈອນໂດຍດ່ວນ ໃນກໍລະນີຍານພາຫະນະຕິດຂັດ, ເປ່ເພ ຢູ່ຕາມເສັ້ນທາງ.
ສ່ວນພາກຕໍ່ໆໄປ ທາງກົດໝາຍວ່າດ້ວຍການຈະລາຈອນທາງບົກຈະມີແນວໃດແນ່ນັ້ນ ທ່ານຕ້ອງຕິດຕາມມື້ຕໍ່ໄປ.
ຂໍ້ມູນຈາກ: ຂັບຂີ່ປອດໄພ