ຈົດໝາຍຈາກຊາວບ້ານເພື່ອແລກປ່ຽນທັດສະນະ: ສະມາຄົມລົດໂດຍສານສາຍເໜືອ ແລະ ສາຍໃຕ້ຢືນຢັນຈະບໍ່ຫລຸດຄ່າລົດໂດຍສານປະຈໍາທາງເດັດຂາດ ແຕ່ຈະຮັກສາລາຄາເດີມໄວ້ຄືເກົ່າ ເຖິງແມ່ນວ່າລາຄານໍ້າມັນລົງຢ່າງຕໍ່ເນື່ອງຕໍ່ຕາມ.
ເຈົ້າໜ້າທີ່ທາງສະມາຄົມກ່າວບາງຕອນວ່າ: ເປັນຫຍັງພວກເຮົາບໍ່ຍອມລົງຄ່າໂດຍສານ? ໃນຄວາມເປັນຈິງນັ້ນເປັນຜົນມາຈາກບາງຂອດປະສານງານ ແລະ ບາງຂໍ້ຄົກຄ້າງຍັງບໍ່ທັນພົບເຫັນຂໍ້ຢຸດຕິໄດ້ ຍົກຕົວຢ່າງ ໃນດ້ານເຫດຜົນ ຖ້າພວກເຮົາຫລຸດຄ່າລົດໂດຍສານລົງຈະໄດ້ ຫລື ບໍ່? ໃນທາງປະຕິບັດອາດເປັນໄປໄດ້ ແຕ່ໃນລາຍລະອຽດເປັນໄປໄດ້ຍາກເນື່ອງຈາກອາໄຫລ່ລົດໂດຍສານຍັງບໍ່ໄດ້ຫລຸດລາຄາລົງ, ຕີນລົດບໍ່ໄດ້ຫລຸດລາຄາ ແລະ ບັນຫາອື່ນໆທີ່ຕິດພັນກັບຜູ້ປະກອບການ ສະນັ້ນຖ້າຢາກໃຫ້ພວກເຮົາຫລຸດຄ່າໂດຍສານລົງ ກໍໝາຍວ່າທຸກໆພາກສ່ວນຕ້ອງຫລຸດລາຄາສິນຄ້າທີ່ຕິດພັນກັບບໍລິການ ແລະ ການໃຊ້ສອຍໃນລົດໂດຍສານ.
ແນວໃດກໍດີ ບັນຫາການຄວບຄຸມ ແລະ ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫລາຍຍັງຖືວ່າເປັນບັນຫາພົ້ນເດັ່ນທີ່ສຸດ ເຊິ່ງກາຍເປັນຂໍ້ອ້າງຂອງຜູ້ປະກອບການ ແລະ ໜ່ວຍງານກ່ຽວຂ້ອງ ທາມກາງລາຍຮັບຂອງປະຊາຊົນ, ລັດຖະກອນ, ທະຫານ ແລະ ຕໍາຫລວດຍັງຈັ້ງຄືເກົ່າ. ຖ້າສົມທຽບຄວາມເປັນຈິງໃນຊີວິດປະຈໍາວັນລາຄາສິນຄ້າປະເພດເຂົ້າສານອາຫານແຫ້ງ, ປາ, ໝູ, ງົວ, ເຝີ, ຜັກ ແລະ ອື່ນໆບໍ່ໄດ້ມີທ່າທີຈະຫລຸດລົງເລີຍ ໃນນັ້ນຜູ້ປະກອບການ ແລະ ພໍ່ແມ່ຄ້າບາງລາຍເຮັດໃຫ້ຄືຫູໜວກກິນພານ ຂະນະທີ່ເຈົ້າໜ້າທີ່ກໍມີມາດຕະການເດັດຂາດໃນການນໍາເອົາກຸ່ມຄົນເລົ່ານັ້ນເຂົ້າລະບຽບໃນສັງຄົມ ແລະ ຫລຸດຜ່ອນຫາສຽງບໍ່ດີ. ພວກເຮົາຄວນເບິ່ງບົດຮຽນປະເທດເພື່ອນບ້ານອາຊຽນເຂົເຈົ້າເຮັດແນວໃດ?ເພື່ອນໍາປັບປຸງ ແລະ ສ້າງຄວາມເຊື່ອໝັ້ນໃຫ້ສັງຄົມ ບັນດາປະເທດອາຊຽນຈໍານວນບໍ່ໜ້ອຍໄດ້ໃຊ້ມາດຕະການກໍານົດຖ້ວຍ ແລະ ຈານອາຫານດ້ວຍວິທີໄລ່ລຽງສິນຄ້າລະອຽດ ຈົນຜູ້ປະກອບການອ້າງກໍຊໍ່ ຖ້າບໍ່ປະຕິບັດກໍໃຫ້ເຂົາເຈົ້າເຊົາໄປເລີຍ……
ດ້ວຍເຫດລະຜົນຂໍໃຫ້ໜ່ວຍງານກ່ຽວຂ້ອງຕ້ອງເບິ່ງຄືນ ແລະ ແກ້ໄຂຮີບດ່ວນ ໂດຍສະເພາະຕ້ອງລົງໄປເບິ່ງຕົວຈິງ, ໄປເບິ່ງບ່ອນປູກຜັກ, ບ່ອນຜະລິດວັດຖຸດິບ ແລະ ອື່ນໆຈຶ່ງຈະຮູ້ວ່າຕົ້ນທຶນການຜະລິດຫລາຍປານໃດ ຫລັງຈາກນັ້ນກໍຕ້ອງກໍານົດລາຄາສິນຄ້າ.
ແຫລາງຂ່າວຈາກ: ປະເທດລາວ