Homeນານາສາລະແຜເໜົ່າ, ແຜເບົາຫວານ, ແຜກົດທັບ ຮັກສາໄດ້ດ້ວຍພູມປັນຍາຊາວບ້ານ.

ແຜເໜົ່າ, ແຜເບົາຫວານ, ແຜກົດທັບ ຮັກສາໄດ້ດ້ວຍພູມປັນຍາຊາວບ້ານ.

Published on

ສຳລັບຄົນທີ່ມີອາການເຈັບປວດຈາກແຜເໜົ່າ, ແຜເບົາຫວານ, ແຜກົດທັບ ມີນີ້ເຮົາມີສິທີຮັກສາແບບພູມປັນຍາຊາວບ້ານມານຳສະເໜີ ເພື່ອໃຫ້ທ່ານລອງເຮັດ

ສ່ວນປະກອບມີ:
1. ນ້ຳໝາກພ້າວ 1 ລິດ
2. ໄຂ່ແດງ 4-6 ໜ່ວຍ (ຖ້າເປັນໄຂ່ເປັນຈະດີກ່ວາໄຂ່ໄກ່)
3. ໝາກຄ້ຽວໜ່ວຍແກ່ໆ ເອົາສົດໆ 2 ໜ່ວຍ (ໃຊ້ສະເພາະເນື້ອແດງທາງໃນ)
4. ຫີນສົ້ມ 1 ກ້ອນ ຂະໜາດຂໍ້ນິ້ວໂປ້ (ວິທີເຮັດຄື: ນຳຫິນສົ້ມໄປທຸບໃຫ້ມຸ່ນໆ ເອົາລົງໃສ່ໝໍ້ໄປຄາງໃສ່ໄຟໃຫ້ຫີນສົມລະລາຍເປັນຝຸ່ນຂຸ່ນໆ)

ວິທີເຮັດ
–  ໃຊ້ຜ້າຂາວບາງ ປູລົງໃນຊາມ
–  ເອົາໄຂ່ແດງທີ່ແຍກຈາກໄຂ່ຂາວຮຽບຮ້ອຍແລ້ວ ໃສ່ລົງໃນຜ້າ ແລ້ວຕີໄຂ່ໃຫ້ແຕກເປັນເນື້ອລະອຽດ
–  ທຸກໃຈຂອງໝາກໝາກໃຫ້ມຸ່ນໆ ແລ້ວຖອກລົງໃນຜ້າທີ່ມີໄຂ່ແດງຢູ່
–  ໃສ້ຫີນສົ້ມທີ່ກຽມໄວ້ແລ້ວລົງໄປ ແລ້ວມັດຜ້າໃຫ້ເປັນຈຸກຮຽບຮ້ອຍ
–  ເອົານ້ຳໝາກພ້າວໄປຄາງໄຟອ່ອນໆ
–  ເອົາຫໍ່ຜ້າຢ່ອນລົງໄປ
–  ຖຸ້າຈົນນ້ຳໝາກພ້າວຟົດເດືອດ ແລ້ວມີນ້ຳມັນໄຂ່ອອກມາ ສັງເກດວ່າເລີ່ມມີຟອງແມ່ນໃຊ້ໄດ້ແລ້ວ
–  ນ້ຳມັນຢາທີ່ໄດ້ຈະມີສີເຫຼືອງອົມສົ້ມ
–  ເອົານ້ຳຢາທີ່ໄດ້ຖອກໃສ່ຂວດແກ້ວໄວ້ ເພື່ອໄວ້ໃສ່ບາດແຜ

ຂໍ້ດີ ການຮັກສາແຜດ້ວຍນ້ຳໝາກພ້າວປະສົມໄຂ່ແດງຄື ບໍ່ຕ້ອງລ້າງ ແລະ ຄັວດແຜ ເພາະແຜຈະຄ່ອຍໆດູດຊືມນ້ຳຢາເຂົ້າໄປລໍ່ລ້ຽງ ແລະ ຟື້ນຟູແຜ ຕົວທີ່ຮັກສາແຜຄືໝາກໝາກ ຫີນສົ້ມຈະມີສັບພະຄຸນຊ່ວຍດູດນ້ຳໜອງ ໄຂ່ແດງຄືເລຊີຕິນທີ່ເຮັດໃຫ້ເຊວຜີວງອກຂຶ້ນໃໝ່ ແລະ ດູດອັອກຊີເຈນເຂົ້າໃນແຜໄດ້ຫຼາຍຍິ່ງຂຶ້ນ ແຜຈະຄ່ອຍດີຂຶ້ນເລື່ອຍໆ ແລະ ບໍ່ເປັນຮອຍບາດແຜ.

ສຳລັບຄົນທີ່ດູແລຄົນປ່ວຍທີ່ເປັນພະຍາດນີ້ຢູ່ ແຕ່ກຳລັງສັບໃນການຮັກສາປິ່ນປົວບໍ່ຫຼາຍ ນີ້ແມ່ນທາງເລືອກໃໝ່ອັນໜຶ່ງທີ່ທ່ານຄວນນຳໄປໃຊ້ໃນການຮັກສາ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...