Homeຂ່າວທ້ອງຖິ່ນແຂວງຈຳປາສັກ ຈະຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການໃນບຸນປີໃໝ່

ແຂວງຈຳປາສັກ ຈະຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການໃນບຸນປີໃໝ່

Published on

ຂປລ. ຕາມ​ການ​ໃຫ້​ສຳພາດ ​ຂອງທ່ານ ສົມບັດ ແສນພັນຊ່ອງ ຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າ ​ແຂວງ​ຈຳປາ​ສັກ ​ໃຫ້​ຮູ້​ວ່າ: ໄລຍະບຸນ ປີໃໝ່ລາວປີນີ້ ເຈົ້າໜ້າທີ່ ທຸກພາກສ່ວນ ທີ່ກ່ຽວຂ້ອງ ຈະເປັນເຈົ້າການ ຢ່າງເຂັ້ມງວດ ໃນການປະຕິບັດ ໜ້າທີ່ຂອງຕົນ ໃນການຕິດຕາມກວດກາ ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການເພື່ອ ຫລີກ​ເວັ້ນການສວຍໂອກາດ ຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການຂອງຜູ້ປະກອບການ ຖ້າເຈົ້າໜ້າທີ່ພົບເຫັນ ພຶດຕິກໍາດັ່ງກ່າວ ແມ່ນຈະໄດ້ມີການ ສຶກສາອົບຮົມ ແລະ ປັບໃໝ ຕາມລະບຽບການ ທີ່ກໍານົດໄວ້.


ທ່ານ ສົມບັດ ແສນພັນຊ່ອງ ຍັງໄດ້ຮຽກຮ້ອງ ໃຫ້ຜູ້ບໍລິການຄ້າຂາຍ ຈົ່ງມີຈັນຍາບັນ ໃນການເຮັດອາຊີບຂອງຕົນ ດ້ວຍການຊື້-ຂາຍ, ເກັບຄ່າບໍລິການ ດ້ວຍຄວາມເໝາະສົມ, ຮັບປະກັນຄຸນນະພາບ, ຄວາມສະອາດຂອງສິນຄ້າ ທີ່ທາງເຈົ້າໜ້າທີ່ ແຕ່ລະພາກສ່ວນ ໄດ້ກໍານົດໄວ້.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...