Homeຂ່າວພາຍ​ໃນແຂວງຫົວພັນ ຈັດພິທີເຊັນ MOU ສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ນ້ຳແຕບ ເມືອງຊຳໃຕ້

ແຂວງຫົວພັນ ຈັດພິທີເຊັນ MOU ສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກ ນ້ຳແຕບ ເມືອງຊຳໃຕ້

Published on

ໃນຕອນແລງວັນທີ 31 ມີນາ 2016 ຜ່ານມາ ພະແນກແຜນການ ແລະ ການລົງທຶນແຂວງຫົວພັນ ສົມທົບກັບ ບໍລິສັດລ້ອງແຈ້ງພັດທະນາກໍ່ສ້າງຈຳກັດ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍ ນ້ຳແຕບ ບ້ານແຕບ ເມືອງຊຳໃຕ້ ແຂວງຫົວພັນ ຢູ່ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທຶນແຂວງ ເຊິ່ງໂຄງການສຶກສາ ສຳຫຼວດຄວາມເປັນໄປໄດ້ໃນການພັດທະນາເຂື່ອນໄຟຟ້ານ້ຳຕົກນ້ຳແຕບ ເມືອງຊຳໃຕ້ ແຂວງຫົວພັນ ເປັນໂຄງການນຶ່ງທີ່ນອນຢູ່ໃນ 5 ທ່າແຮງຂອງແຂວງ ພ້ອມກັນນັ້ນ ກໍເປັນໂຄງການນຶ່ງທີ່ຈັດຕັ້ງຜັນຂະຫຽາຍແຜນພັດທະນາເສດຖະກິດສັງຄົມໃຫ້ໄປຕາມທິດອຸດສາຫະກຳ ແລະ ທັນສະໄໝ ເຮັດໃຫ້ໂຄງປະກອບເສດຖະກິດຄ່ອຍຫັນປ່ຽນຈາກຈາກຂົງເຂດກະສິກຳກວມອັດຕາສ່ວນຫຼາຍ ແລະ ເຂົ້າສູ່ຂົງເຂດອຸດສາຫະກຳ-ການບໍລິການເພີ່ມຂື້ນ ໂຄງການດັ່ງກ່າວມີໄລຍະການສຳຫຼວດ 12 ເດືອນ ທາງບໍລິສັດເຫັນດີວາງເງິນຄ້ຳປະກັນບົດບັນທຶກຄວາມເຂົ້າໃຈຈຳນວນ 10.000 ໂດລາສະຫະລັດ ຖ້າການສຳຫຼວດ ກໍ່ສ້າງເຂື່ອນໄຟຟ້ານີ້ສຳເລັດ ຈະສາມາດຜະລິດກະແສໄຟຟ້າສະໜອງໃຫ້ແກ່ປະຊາຊົນພາຍໃນແຂວງຫົວພັນເວົ້າຮວມ ເວົ້າສະເພາະເມືອງຊຳໃຕ້ ໃຫ້ມີຄວາມສະດວກດີຂື້ນກວ່າເກົ່າ.

ຮ່ວມລົງນາມເຊັນບົດບັນທຶກໃນຄັ້ງນີ້ມີທ່ານ ພູວົງ ສີສົມຮັກ ກຳມະການພັກແຂວງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ທ່ານ ທອງສຸກ ສົມພາວັນ ຮັກສາການຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ແຂວງຫົວພັນ ແລະ ທ່ານ ຖາວອນ ອາດສະມຸດ ອຳນວຍການບໍລິສັດລ້ອງແຈ້ງພັດທະນາກໍ່ສ້າງຈຳກັດ ໂດຍການເປັນກຽດເຂົ້າຮ່ວມເປັນສັກຂີພະຍານຂອງທ່ານ ພູໂຊນ ທຳມະວິໄຊ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງໆຫົວພັນ ຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳ-ສັງຄົມຂັ້ນແຂວງ ມີບັນດາທ່ານການນຳຂັ້ນແຂວງ ເມືອງຊຳໃຕ້ ຫົວໜ້າ-ຮອງຫົວໜ້າຫ້ອງການທຽບເທົ່າອ້ອມຂ້າງແຂວງ ພ້ອມດ້ວຍພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມ.

 

ຂ່າວ/ພາບ: ນິດຖະໜອມ

ຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...