Homeຂ່າວການພັດທະນາຫົວ­ພັນ​ອະ­ນຸ­ຍາດ​ ໃຫ້​ລ້ອງ​ແຈ້ງ​ເຂົ້າສຶກ​ສາ​ກຽມ​ສ້າງ​ເຂື່ອນ​ໃສ່​ລຳ​ນໍ້າແຕບ

ຫົວ­ພັນ​ອະ­ນຸ­ຍາດ​ ໃຫ້​ລ້ອງ​ແຈ້ງ​ເຂົ້າສຶກ​ສາ​ກຽມ​ສ້າງ​ເຂື່ອນ​ໃສ່​ລຳ​ນໍ້າແຕບ

Published on

    ວັນ​ທີ 31 ມີ­ນາ 2016 ທີ່​ແຂວງຫົວ­ພັນພະ​ແນກ​ແຜນ­ການ ແລະ ​ການ​ລົງທຶນ​ແຂວງ ແລະ​ບໍ­ລິ­ສັດລ້ອງ​ແຈ້ງ​ພັດ​ທະນາ​ກໍ່­ສ້າງ​ຈຳ­ກັດໄດ້​ຈັດ​ພິ­ທີ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ­ໃຈ​ການ​ກໍ່­ສ້າງ​ເຂື່ອນ​ໄຟຟ້າ​ນ້ຳ­ຕົກ​ຂະ­ໜາດ​ນ້ອຍນ້ຳແຕບບ້ານ​ແຕບເມືອງ​ຊຳໃຕ້.

   ຊຶ່ງ​ຮ່ວມ​ລົງ​ນາມ​ຂອງທ່ານ ພູ​ວົງ ສີ​ສົມ​ຮັກ ຫົວໜ້າ​ພະ​ແນກ​ແຜນ­ການແລະການ​ລົງ­ທຶນ​ແຂວງ, ທ່ານ ທອງ​ສຸກ ສົມ​ພາ​ວັນ ຮັກ­ສາການ​ຫົວ­ໜ້າ​ພະ​ແນກ​ພະ­ລັງງານແລະ​ບໍ່​ແຮ່​ກັບ​ທ່ານຖາ­ວອນອາດ​ສະ​ມຸດອຳ­ນວຍ​ການ​ບໍ​ລິສັດລ້ອງ​ແຈ້ງ​ພັດ­ທະ­ນາ​ກໍ່­ສ້າງ​ຈຳ­ກັດໂດຍ​ມີທ່ານ ພູ​ໂຊນ ທຳ​ມະ​ວິ​ໄຊ ຮອງເຈົ້າ­ແຂວງໆ​ຫົວ­ພັນທັງ​ເປັນ​ຜູ້​ຊີ້​ນຳ​ຂົງເຂດ​ວຽກ​ງານ​ວັດ­ທະ­ນະ­ທຳ-ສັງ­ຄົມ​ຂັ້ນແຂວງ, ພ້ອມ​ດ້ວຍບັນ­ດາ​ທ່ານ​ການ​ນຳຂັ້ນ​ແຂວງ, ເມືອງຊຳ​ໃຕ້, ຫົວ­ໜ້າ-ຮອງຫົວ­ໜ້າ​ຕະ­ຫຼອດຮອດ​ພະ­ນັກ­ງານ​ວິ­ຊາ​ການ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ​ເປັນ​ສັກ­ຂີ​ພິ­ຍານ​ນຳ.

ໂຄງ­ການ​ສຶກ​ສາ​ສຳ​ຫຼວດ​ຄວາມ​ເປັນໄປ​ໄດ້​ໃນ​ການ​ພັດ­ທະ­ນາ​ເຂື່ອນ​ໄຟ­ຟ້າ​ນ້ຳຕົກ​ນ້ຳ​ແຕບເປັນ​ໂຄງ­ການ​ໜຶ່ງ​ທີ່​ນອນ​ຢູ່ໃນ 5 ທ່າ­ແຮງ​ຂອງ​ແຂວງ​ຫົວ­ພັນພ້ອມກັນ​ນັ້ນ​ກໍ​ເປັນ​ໂຄງ​ການ­ຈັດ­ຕັ້ງ​ຜັນ​ຂະຫຍາຍ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງຄົມ​ໃຫ້​ໄປ​ຕາມ​ທິດ​ອຸດ­ສາ­ຫະ­ກຳແລະທັນ​ສະ­ໄໝ, ເຮັດ​ໃຫ້​ໂຄງ​ປະ­ກອບ​ເສດ​ຖະກິດ​ຄ່ອຍ​ຫັນ­ປ່ຽນ​ຈາກ​ຂົງ­ເຂດ​ກະ­ສິ­ກຳກວມ​ອັດ­ຕາ​ສ່ວນ​ຫຼາຍແລະ​ເຂົ້າ​ສູ່​ຂົງເຂດ​ອຸດ­ສາ­ຫະ­ກຳແລະ​ການ​ບໍ­ລິ­ການເພີ່ມ​ຂຶ້ນ.

ໂຄງ­ການ​ນີ້​ມີ​ໄລ­ຍະ​ການ​ສຳ​ຫຼວດ 12 ເດືອນຊຶ່ງ​ທາງ​ບໍ­ລິ­ສັດ​ໄດ້​ວາງ­ເງິນຄ້ຳ­ປະ­ກັນ​ຈຳ­ນວນ 10 ພັນ​ໂລ​າ​ສະ­ຫະລັດແລະ​ຖ້າ​ການ​ສຳ​ຫຼວດ​ສຳ­ເລັດ​ມີ​ຜົນທາງ​ເສດ­ຖະ­ກິດ​ຈະ​ສາ­ມາດ​ຜະ­ລິດ​ກະແສ​ໄຟ­ຟ້າ​ສະ­ໜອງ​ໃຫ້​ແກ່​ປະ­ຊາ­ຊົນ​ພາຍໃນ​ແຂວງ​ຫົວ­ພັນເວົ້າ​ສະ­ເພາະ​ເມືອງ​ຊຳໃຕ້​ໃຫ້​ມີ​ຄວາມ​ສະ­ດວກ​ຂຶ້ນ​ກວ່າ​ເກົ່າ​ໃນອະ­ນາ­ຄົດ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...