Homeຂ່າວການພັດທະນາໄຊສົມບູນ ຖືເອົາການລົງທຶນໃສ່ການສ້າງ ເຂື່ອນ ໄຟຟ້າ

ໄຊສົມບູນ ຖືເອົາການລົງທຶນໃສ່ການສ້າງ ເຂື່ອນ ໄຟຟ້າ

Published on

ໄຊ​ສົມ­ບູນ​ເປັນ​ແຂວງ​ໜຶ່ງທີ່​ໄດ້​ປະ­ກອບ­ສ່ວນ​ສຳ­ຄັນ​ໃນ​ການພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ຂອງ​ຊາດໂດຍ​ການ​ນຳ​ໃຊ້​ທ່າ ແຮງ​ບົ່ມ​ຊ້ອນ​ພາຍ​ໃນ​ແຂວງ​ເປັນ

ຕົ້ນ​ແມ່ນ​ທີ່​ຕັ້ງ ແລະ​ພູມ​ສັນ­ຖານ ຂອງ​ແຂວງ​ທີ່​ວ່າ​ເໝາະ​ສົມ​ໃຫ້​ແກ່ ການ​ສ້າງ​ເຂື່ອນ​ສາ­ມາດ​ດຶງ​ດູດ​ນັກ​ລົງ­ທຶນ​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ການ​ພັດ­ທະ­ນາ​ສົ່ງ​ຜົນ​ໃຫ້​ໃນ​ໄລ ຍະ​ຜ່ານ​ມາ​ແຂວງ​ໄຊ​ສົມ­ບູນ​ຖື​ເອົາ ການ​ລົງ­ທຶນ​ໃສ່​ການ​ສ້າງ​ເຂື່ອນ ໄຟ­ຟ້າ​ເປັນ­ຕົ້ນ​ຕໍ.

ອີງ​ຕາມ​ຂໍ້​ມູນ​ຂອງ​ພະ​ແນກ ແຜນ­ການ ແລະ​ການ​ລົງ­ທຶນ​ແຂວງ ໃຫ້​ຮູ້​ວ່າ: ປະ­ຈຸ​ບັນ​ການ​ຜະ­ລິດ​ພະ ລັງ​ງານ​ກະ­ແສ​ໄຟ­ຟ້າ​ນ້ຳ­ຕົກ​ພາຍ ໃນ​ແຂວງ ສາ­ມາດ​ຜະ­ລິດ​ໄດ້ ທັງ ໝົດ 328 ລ້ານ​ກິ​ໂລ​ວັດ​ໂມງ ແລະ ໄດ້​ມີ​ການ​ຂະ ຫຍາຍ​ຕາ​ຂ່າຍ​ໄຟ­ຟ້າ  ໄປ​ເຖິງ​ທຸກ​ເມືອງ​ໃນ​ທົ່ວ​ແຂວງ ແລ້ວ, ບ້ານ​ທີ່​ມີ​ໄຟ­ຟ້າ​ໃຊ້​ຖາ­ວອນ ແລ້ວ​ມີ​ຈຳ­ນວນ 74 ບ້ານ ກວມ ເອົາ 77,89% ຂອງ​ບ້ານ​ທັງ​ໝົດ ໃນ​ທົ່ວ​ແຂວງ, ຄອບ­ຄົວ​ທີ່​ໄດ້​ຊົມ ໃຊ້​ໄຟ­ຟ້າ​ແລ້ວ​ມີ 13 ພັນ​ກວ່າ​ຄອບ ຄົວ ກວມ​ເອົາ 79,88% ຂອງຄອບ­ຄົວ​ທັງ​ໝົດ ແລະ​ບ້ານ​ທີ່​ຍັງ​ບໍ່ ທັນ​ໄດ້​ໃຊ້​ໄຟ­ຟ້າ​ມີ 22 ບ້ານ ກວມ ເອົາ 22,11%, ຄອບ­ຄົວ​ທີ່​ຍັງ​ບໍ່ ໄດ້​ຊົມ­ໃຊ້​ໄຟ­ຟ້າ​ມີ 3 ພັນ​ກວ່າ​ຄອບ ຄົວ​ກວມ​ເອົາ 20,11%.

ພ້ອມ​ກັນ​ນັ້ນ ບັນ­ດາ​ໂຄງ­ການ ເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກ​ຂະ­ໜາດ​ໃຫຍ່ ແລະ​ຂະ­ໜາດ​ນ້ອຍ​ໄດ້​ມີ​ການ​ສຳ ຫຼວດ,  ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ ແລະ​ລົງ­ມື​ກໍ່­ສ້າງ​ມີ​ທັງ​ໝົດ 22 ໂຄງ­ການ ໃນ​ນັ້ນ ເຂື່ອນ​ທີ່​ສາ­ມາດ ຜະ­ລິດ​ກະ­ແສ​ໄຟ­ຟ້າ​ໃຊ້​ແລ້ວ ມີ 2 ເຂື່ອນ​ຄື: ເຂື່ອນ​ໄຟ­ຟ້າ​ນ້ຳ​ເລິກ ແລະ​ເຂື່ອນ​ໄຟ­ຟ້າ​ນ້ຳ​ງື່ມ 2, ມີ​ກຳ ລັງ​ການ​ຜະ­ລິດ 675 MW, ເຂື່ອນ​ທີ່​ກຳ­ລັງ​ດຳ­ເນີນ​ການ​ກໍ່­ສ້າງ​ມີ 6 ເຂື່ອນ​ຄື: ເຂື່ອນ​ນ້ຳ​ງື່ມ 3, ນ້ຳ​ໄຜ່, ນ້ຳ​ງຽບ 1, ນ້ຳ​ຊັນ 3B, ນ້ຳ​ມັງ 1 ແລະ​ເຂື່ອນ​ນ້ຳ​ຈຽນ(ນ້ຳ​ແຈ) ມີ ກຳ­ລັງ​ການ​ຜະ­ລິດ 1.069 MW, ເຂື່ອນ​ທີ່​ລັດ­ຖະ­ບານ​ເຊັນ​ສັນ­ຍາ ສຳ​ຫຼວດ​ກໍ່­ສ້າງ (PDA) ມີ 3 ໂຄງ­ການ​ຄື: ເຂື່ອນ​ນ້ຳ​ພວນ, ນ້ຳ ບາກ 1 ແລະ​ນ້ຳ​ບາກ 2, ມີ​ກຳ­ລັງ ການ​ຜະ­ລິດ 272,5 MW, ເຂື່ອນ ທີ່​ລັດ­ຖະ­ບານ​ເຊັນ​ສັນ­ຍາ​ກໍ່­ສ້າງ (CA) ມີ 5 ໂຄງ­ການ​ຄື: ເຂື່ອນ ນ້ຳ​ຜາ​ໃຫຍ່, ນ້ຳ​ແຈ​ຕອນ​ລຸ່ມ 1,  ນ້ຳ​ແຈ​ຕອນ​ລຸ່ມ 2, ນ້ຳ​ແຈ​ຕອນ​ລຸ່ມ 3 ແລະ​ນ້ຳ​ເຜືອກ​ມີ​ກຳ­ລັງ​ການ​ຜະ ລິດ 49  MW, ເຂື່ອນ​ທີ່​ແຂວງ ເຊັນ​ສັນ­ຍາ (CA) ແລະ​ສັນ­ຍາ​ຄຸ້ມ​ຄອງ​ໄຟ­ຟ້າ​ຂະ­ໜາດ​ນ້ອຍ 2 ເຂື່ອນ​ຄື: ເຂື່ອນ​ນ້ຳ​ຜາ​ໃຫຍ່ ແລະ ນ້ຳ​ເຜືອກ​ມີ​ກຳ­ລັງ​ການ​ຜະ­ລິດ 19  MW, ເຂື່ອນ​ໄຟ­ຟ້າ​ນ້ຳ­ຕົກ​ຂະ ໜາດ​ນ້ອຍ​ທີ່​ໄດ້​ເຊັນ​ບົດ​ບັນ­ທຶກ ຄວາມ​ເຂົ້າ­ໃຈ (MOU) ມີ 6 ໂຄງ­ການ​ຄື: ເຂື່ອນ​ນ້ຳ​ຕ່າຍ, ນ້ຳ​ຍາມ, ນ້ຳ​ທອງ, ນ້ຳ​ແທງ, ນ້ຳ​ມັງ 2- ນ້ຳ​ປະ­ປາ ມີ​ກຳ­ລັງ​ການ​ຜະ­ລິດ​ປະ ມານ  29,4 MW,  ນອກ​ນັ້ນ ຍັງ​ມີ ການ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ຂອງ​ໄຟ­ຟ້າ​ພະ­ລັງ­ງານ​ລົມ​ເຂດ​ເມືອງ​ອະ­ນຸ­ວົງ ແລະ​ເມືອງ​ລ້ອງ​ຊານ.

 

ແຫລ່ງຂ່າວຈາກ: 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...