Homeຂ່າວຕ່າງປະເທດປາກີສະຖານຝົນຕົກໜັກນ້ຳຖ້ວມ

ປາກີສະຖານຝົນຕົກໜັກນ້ຳຖ້ວມ

Published on

ສຳນັກຂ່າວເອພີລາຍງານຈາກເມືອງເປຊາວາຣ໌ ປະເທດປາກີສະຖານ ເມື່ອວັນທີ 3 ເມສາ ວ່າ ຝົນຕົກໜັກຂ້າມຄືນ ຕັ້ງແຕ່ຄືນວັນເສົາທີ 2 ເມສາ ທີ່ຜ່ານມາ ເຮັດໃຫ້ເກີດມີນ້ຳຖ້ວມກະທັນຫັນໃນວັນອາທິດ ໃນພື້ນທີ່ຫຼາຍເມືອງຂອງແຂວງ ໄຄເບີຣ໌ ທາງພາກຕະເວັນຕົກສຽງເໜືອຂອງປາກີສະຖານ ຕິດກັບເຂດຊາຍແດນອັຟການິສຖານ.

ທ່ານ ລາສຕິຟ ອູຣ໌ ເຣຫ໌ມານ ເຈົ້າໜ້າທີ່ສຳນັກງານການຈັດການໄພພິບັດແຫ່ງຊາດ ກ່າວວ່າ ໄດ້ຮັບລາຍງານຜູ້ເສຍຊີວິດຢ່າງໜ້ອຍ 55 ສົບ ຈາກອາຄານບ້ານເຮືອນພັງຖະລົ່ມ ແລະ ຈົມນ້ຳ ແລະ ໄດ້ຮັບບາດເຈັບອີກ 60 ຄົນ ຖືກນຳຕົວສົ່ງໂຮງໝໍ.

ນ້ຳຖ້ວມກະທັນຫັນເກີດເປັນປະຈຳໃນຊ່ວງມໍລະສຸມລະດູຮ້ອນໃນເຂດອາຊີໃຕ້ ຝົນຕົກກ່ອນມໍລະສຸມສ້າງຄວາມເສຍຫາຍໃຫ້ປາກີສະຖານ ໂດຍສະເພາະທ້ອງຖິ່ນເຂດຊົນນະບົດ ເຊິ່ງໂຄງສ້າງເຮືອນບໍ່ແຂງແຮງ ທ່ານ ເຣຫ໌ມານ ກ່າວວ່າ ທາງການປະກາດໃຫ້ປະຊາຊົນທີ່ອາໃສຢູ່ພື້ນທີ່ສ່ຽງ ລວມເຖິງຕາມແຄມ 2 ຝາກຝັ່ງແມ່ນ້ຳສາຍຕ່າງໆ ໃຫ້ມີສະຕິລະວັງຕົວ ຫຼື ອົບພະຍົບອອກຈາກພື້ນທີ່ດັ່ງກ່າວໄປຢູ່ພື້ນທີ່ທີ່ປອດໄພກ່ວານີ້.

ທ້າວ ຮາບິບ ຊ່ານ ຊາວບ້ານທີ່ອາໃສຢູ່ໃນເຂດພູເຂົາສວອດ ທາງພາກເໜືອ ເຜີຍຕໍ່ຜູ້ສື່ຂ່າວໂທລະພາບທ້ອງຖິ່ນວ່າ ປະຊາຊົນຖືກປະປ່ອຍໃຫ້ຢູ່ຕາມຍະຖາກຳ ຍັງບໍ່ມີເຈົ້າໜ້າທີ່ຈາກພາກລັດເຂົ້າໄປໃຫ້ການຊ່ວຍເຫຼືອໃດໆເລີຍແມ້ແຕ່ຄົນດຽວ.

 

ແຫລ່ງຂ່າວຈາກ: ເວັບໄຊ໌ ເດລີນີສ.ຄອມ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...