Homeຄວາມຮູ້ກ່ຽວກັບ AECບັນດາປະເທດທີ່ມີບຸນປີໃໝ່ ຫຼື ບຸນຫົດນ້ຳຄືກັນກັບລາວ

ບັນດາປະເທດທີ່ມີບຸນປີໃໝ່ ຫຼື ບຸນຫົດນ້ຳຄືກັນກັບລາວ

Published on

“ປະເພນີບຸນກຸດສົງການປີໃໝ່” ບໍ່ແມ່ນເປັນຂອງປະເທດລາວປະເທດດຽວເທົ່ານັ້ນ ເຊິ່ງປະເພນີບຸນກຸດສົງການຍັງມີປະເທດທີ່ຖືສາດສະໜາພຸດຮ່ວມກັນຢູ່ 5 ປະເທດເຊັ່ນ: ລາວ, ໄທ, ມຽນມາ, ກຳປູເຈຍ ແລະ ສິບສອງປັນນາໃນຈີນອີກດ້ວຍ.

ວັນນີ້ລາວໂພສຕ໌ຈະມານຳສະເໜີການຫຼິ້ນບຸນປີໃຫມ່ຂອງແຕ່ລະປະເທດ ພວກເຂົາເປັນແນວໃດ ຈະຄືກັນກັບບ້ານເຮົາ ຫຼື ບໍ່ ເຮົາມາເບິ່ງໄປພ້ອມໆກັນເລີຍ.

ບຸນກຸດສົງການ “ບຸນປີໃໝ່ທີ່ລາວ”

“ບຸນປີໃໝ່ທີ່ປະເທດລາວ” ຈັດຂຶ້ນໃນຊ່ວງເດືອນ 5 ລາວ (ເດືອນເມສາ) ເຊິ່ງຈະຈັດຂຶ້ນໃນວັນທີ 14-16 ເມສາ ຂອງທຸກປີ, ປີໃໝ່ລາວຈະແບ່ງອອກເປັນ 3 ມື້ ຄື: ວັນທຳອິດ ຈະເອີ້ນວ່າ “ສັງຂານລ່ວງ” ວັນທີສອງຈະເອີ້ນວ່າ “ວັນເນົາ” ແລະ ວັນທີສາມ ຈະເອີ້ນວ່າ “ວັນສັງຂານຂຶ້ນ” ຮີດທີ່ຄົນລາວປິຕິບັດໃນວັນປີໃໝ່ຈະມີການບາສີສູ່ຂັວນ ອວຍພອນເຊິງກັນແລະ ກັນ, ມີການສົມມາພໍ່ແມ່ ແລະ ຍາດຜູ້ໃຫຍ່, ການເລາະສົງນ້ຳພຣະ, ມີພິທີແຫ່ນາງສັງຂານ, ການເຮັດບຸນຕັກບາດຖວາຍອາຫານໃຫ້ພຣະ, ການຕົບພະຊາຍ ແລະ ມີການຫລິ້ນນ້ຳຄົບງັນມ່ວນຊື່ນອີກດ້ວຍ.
       
ສຳລັບແຫລ່ງທ່ອງທ່ຽວທີ່ໂດດເດັ່ນມີສື່ສຽງທີ່ສຸດໃນລາວໃນຊ່ວງປີໃໝ່ລາວ ຕ້ອງແມ່ນທີ່ຫຼວງພະບາງ ໂດຍສະເພາະປະເພນີ ແຫ່ນາງສັງຂານ ທີ່ງົດງາມ ອະລັງການຫາທີ່ປຽບບໍ່ໄດ້ ເຊິ່ງແຕ່ລະປີຈະມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງຊາດເດີນທາງມາສຳພັດບັນຍາກາດປີໃໝ່ທີ່ເມືອງນີ້ເປັນຈຳນວນຫຼວງຫຼາຍ.  

 

“ບຸນປີໃໝ່ທີ່ປະເທດໄທ” ຈັດຂຶ້ນໃນຊ່ວງເດືອນ 5 ລາວ (ເດືອນເມສາ) ເຊິ່ງຈະຈັດຂຶ້ນໃນວັນທີ 13-15 ເມສາ ຂອງທຸກປີ, 

ກິດຈະກຳການຫຼິ້ນປີໃໝ່ໃນໄທປະເພນີກໍ່ຈະຄ້າຍຄືກັນກັບການຫຼິ້ນບຸນປີໃໝ່ໃນລາວ ແລະ ກຳປູເຈຍ ເຊິ່ງກິດຈະກຳຈະມີ ການບາສີສູ່ຂັວນ ອວຍພອນເຊິງກັນແລະ ກັນ, ມີການສົມມາພໍ່ແມ່ ແລະ ຍາດຜູ້ໃຫຍ່, ການເລາະສົງນ້ຳພຣະ, ມີພິທີແຫ່ນາງສັງຂານ, ການເຮັດບຸນຕັກບາດຖວາຍອາຫານໃຫ້ພຣະ, ການຕົບພະຊາຍ ແລະ ມີການຫລິ້ນນ້ຳຄົບງັນມ່ວນຊື່ນອີກດ້ວຍ.

Songkran_25

“ບຸນປີໃໝ່ທີ່ ມຽນມາ” ຈັດຂຶ້ນໃນຊ່ວງເດືອນ 5 (ເດືອນເມສາ) ເຊິ່ງຈະຈັດຂຶ້ນໃນວັນທີ 13-17 ຂອງທຸກປີ ເຊິ່ງຊາວມຽນມາ ເອີ້ນ ບຸນກຸດສົງການນີ້ວ່າ ປະເພນີ ເຫຍ່ບະແວຕໍ ແປວ່າ ພິທີການຫຼິ້ນນ້ຳ
       
       ປະຊາຊົນມຽນມາ ສະເຫຼີມສະຫຼອງວັນສົ່ງທ້າຍປີເກົ່າຕອນຮັບປີໃໝ່ ໂດຍການຫຼິ້ນສາດນ້ຳຕະຫຼອດ 5 ວັນ ນອກຈາກນີ້ພວກເຂົາຍັງຖືວ່າເປັນຊ່ວງໄລຍະ ມົງຄຸນ ຈິ່ງນຳຍົມເຂົ້າວັດ ຮັກສາສິນ ສົງນ້ຳພຣະພຸດທະຮູບ ແລະ ເຈດີ ມີການສົງນ້ຳໃຫ້ຜູ້ໃຫຍ່ ແລະ ສະຜົມໃຫ້ຜູ້ເຖົ້າຜູ້ແກ່ດ້ວຍນ້ຳສົ້ມປ່ອຍ ແລະ ເມື້ອສິ້ນສຸດວັນສົງການຊາວມຽນມາ ຈະຈັດງານບວດຈົວນ້ອຍໃຫ້ລູກຊາຍ ແລະ ຈັດງານບ່ອງຫູໃຫ້ລູກສາວ ດັ່ງນັ້ນ ຊ່ວງຫຼັງສົງການຈະເຫັນຂະບວນແຫ່ລູກແກ້ວ ແລະ ລູກຍິງໄປຕາມທ້ອງຖະໜົນ ແລະ ຮອບລານພຣະເຈດີ ຕາມວັດຕ່າງໆ ຈິ່ງມີຈົວນ້ອຍອົງໃໝ່ຢູ່ກັນເຕັມແທບທຸກວັດ

img_fbf450266a7a180d3461ecb4592dcbc0

“ບຸນປີໃໝ່ທີ່ປະເທດກຳປູເຈຍ” ຊາວກຳປູເຈຍ ຈະເອີ້ນບຸນປີໃໝ່ນີ້ວ່າ ໂຈລຊນຳທເມຍ ເຊິ່ງຈະຈັດຂຶ້ນບາງປີກໍ່ຈັດໃນວັນທີ 13-15 ຫຼື 14-16 ເມສາຂອງທຸກປີ.

 ເທດສະການປີໃໝ່ຂອງຊາວກຳປູເຈຍ ກິດຈະກຳຈະມີ ການເຮັດບຸນຕັກບາດ, ການຕົບພະຊາຍ, ສົງນ້ຳພຣະ, ມີການຫຼິ້ນເທສະການພື້ນບ້ານ ເຊິ່ງຈະແບ່ງອອກເປັນ 3 ວັນຄື: ວັນທຳອິດ ຊາວບ້ານຈະໄປເຮັດບຸນຕັກບາດ ມີການຂົນຊາຍເຂົ້າວັດ ເພື່ອກຽມກໍ່ເຈດີຊາຍ ຫຼື ຕົບພະຊາຍ, ວັນທີສອງເປັນວັນຂອງຄອບຄົວ ພໍ່ແມ່ລູກ ແລະ ຍາດພີ່ນ້ອງຈະມາຮວວວມຕົວກັນ ອາດມີການໃຫ້ຂອງຂັວນເນື່ອງໃນວັນຂຶ້ນປີໃໝ້ອີກດ້ວຍ ສ່ວນໃນຕອນຄ່ຳຈະມີການກໍ່ເຈດີຊາຍຮ່ວມກັນ ວັນທີສາມຈະມີການຫຼິ້ນມ່ວນຊື່ນຕ່າງໆ ສົງນ້ຳພຣະພຸດທະຮູບ, ສົງນ້ຳຜູ້ໃຫຍ່ເພື່ອຄວາມເປັນສີລິມຸງຄຸນ.

PNOHT570413001006401

“ບຸນປີໃໝ່ ສິບສອງປັນນາ ປະເທດຈີນ” ບຸນປີໃໝ່ຂອງຊາວໄຕ ສິບສອງປັນນາ ມົນທົນ ຢູນນານ ທາງທິດໃຕ່ຂອງປະເທດຈີນ ໂດຍສະເພາະເມືອງ ຈີງຫົງ ຫຼື ເມືອງ ຊຽງຮຸ່ງ ຈະຈັດງານບຸນປີໃໝ່ປະມານວັນທີ 13-15 ເມສາ ເອີ້ນວ່າ ເທສະການ ພົວສຸ່ຍເຈຍ ໂດຍມີການຈັດກິດຈະກຳສະເຫຼີມສະຫຼອງຕ່າງໆ ດ້ວຍຄວາມມມ່ວນຊື່ນ.
       
       ກິດຈະກຳຫຼັກໆ ທີ່ມີໃນບຸນປີໃໝ່ສິບສອງປັນນາກໍ່ຄື ການແຂ່ງຂັນເຮືອມັງກອນ ອັນເປັນເອກະລັກຂອງເທສະການນີ້ ການຟ້ອນລຳນົກຍຸງ ທີ່ມີຄວາມເຊື່ອວ່ານົກຍຸງຈະນຳພາຄວາມໂຊກດີມາໃຫ້ ມີການຮ້ອງລຳທຳເພງຕ່າງໆ ນອກຈາກນີ້ຍັງມີການຫຼິ້ນນ້ຳ ແລະ ການຫົດນ້ຳເຊິ່ງກັນ ແລະ ກັນໃຫ້ຄົນໃນເມືອງນີ້ ພ້ອມທັງຄົນທີ່ຜ່ານມາຢ້ຽມຢາມ ເພາະເຊື່ອວ່າເປັນການຊຳລະລ້າງສິ່ງບໍ່ດີອອກໄປຈາກຕົວເອງ.

W020081201808819032580

 

 

 

 

 

 

 

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...