Homeຂ່າວຕ່າງປະເທດນຸ່ງເຄື່ອງທຸກໂຕຂື້ນເຮືອບິນ ບໍ່ຍອມເສຍຄ່າໂຫຼດກະເປົາ

ນຸ່ງເຄື່ອງທຸກໂຕຂື້ນເຮືອບິນ ບໍ່ຍອມເສຍຄ່າໂຫຼດກະເປົາ

Published on

ເວັບໄຊຂ່າວອັງກິດ ເດີະເມໂທ ລາຍງານຈາກກຸງເຣຄະຍາວິກ ປະເທດໄອແລນ ເມື່ອວັນທີ 30 ມີນາວ່າ ທ້າວເມດ ບອດເທັນ ອາຍຸ 32 ປີຊາວອັງກິດຈາກເມືອງຄາດີບ ແຄວ້ນສະກ໋ອດແລນ ປະເທດອັງກິດ ຕັດສິນໃຈບໍ່ເສຍຄ່າໂຫຼດນ້ຳນັກກະເປົ່າໃຫ້ກັບສາຍການບິນ ອີຊີເຈັດ ມູນຄ່າ 45 ປອນອັງກິດ ຂະນະເດີນທາງຈາກສະໜາມບິນລອນດອນແກດວິກໄປຍັງກຸງເຣຄະຍາວິກ ປະເທດໄອແລນ ລາວເລືອກວິທີການນຸ່ງເຄື່ອງທຸກໂຕທີ່ຢູ່ໃນກະເປົ໋າ ຈົນເຮັດໃຫ້ກະເປົ໋າຫວ່າງແລະສາມາດຍ່າງຂື້ນຍົນໄດ້

ທັງນີ້ທີ່ໂຕຂອງລາວເຊິ່ງນຸ່ງເສື້ອຜ້າທັບກັນໄປມາຈົນໜາແໜ້ນ ປະກອບໄປດ້ວຍເສື້ອຍືດ ເສື້ອກັນໜາວ ແລະເກີບຈຳນວນຫຼາຍຊິ້ນຈົນເຈົ້າໜ້າທີ່ຮັກສາຄວາມປອດໄພທີ່ສະໜາມບິນ ເອີ້ນໂຕມາສອບສວນແລ້ວກໍ່ປ່ອຍໄປ ເຮັດໃຫ້ເຂົາແລະແຟນສາວ ສາມາດເດີນທາງເຖີງຈຸດມຸ່ງໝາຍຕາມກຳໜົດການ ທັງນີ້ທ້າວບອດເທັນ ໄດ້ໂພສພາບຂອງຕົນເອງທີ່ນຸ່ງເຄື່ອງທຸກໂຕລົງໃນເຟສບຸກ ພ້ອມຂຍນຄຳບັນຍາຍວ່າ “ຂ້ອຍກຳລັງຈະກັບໄປປະເທດໄອແລນ”

 

ແຫລ່ງຂ່າວຈາກ: 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...