Homeຂ່າວທ້ອງຖິ່ນປະທານສະພາ ຕ້ອນຮັບປະທານສະຖາບັນຄົ້ນຄວ້າອາຊຽນເຂົ້າຢ້ຽມຂ່ຳນັບ

ປະທານສະພາ ຕ້ອນຮັບປະທານສະຖາບັນຄົ້ນຄວ້າອາຊຽນເຂົ້າຢ້ຽມຂ່ຳນັບ

Published on

ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງ ຊາດ ໄດ້ຕ້ອນຮັບທ່ານ ສຈ. ໂຮເດໂຕຊິ ນິຊິມຸຣາ ປະທານ ສະຖາບັນຄົ້ນຄວ້າສຳລັບອາ ຊຽນ ແລະ ອາຊີຕາເວັນອອກ ພ້ອມຄະນະເຂົ້າຢ້ຽມຂ່ຳນັບ ໃນຕອນເຊົ້າວັນທີ 31 ມີນາ ຜ່ານມາ, ທີ່ຫ້ອງຮັບແຂກສະ ພາແຫ່ງຊາດ.
ໃນໂອກາດດັ່ງກ່າວ ທ່ານ ປະທານສະພາໄດ້ກ່າວສະ ແດງຄວາມຕ້ອນຮັບ ແລະ ຊົມ ເຊີຍຕໍ່ທ່ານປະທານສະຖາບັນຄົ້ນຄວ້າສຳລັບອາຊຽນ ແລະ ອາຊີຕາເວັນອອກໃນຄັ້ງນີ້ ເພື່ອເປັນການປະກອບ ສ່ວນ  ທີ່ໄດ້ເດີນທາງມາຢ້ຽມຢາມ ລາວ ໃນການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຖາບັນຄົ້ນຄວ້າສຳລັບອາ ຊຽນ ແລະ ອາຊີຕາເວັນອອກ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ທ່ານປະທານສະຖາບັນ ຄົ້ນຄວ້າ ໄດ້ຕາງໜ້າຄະນະ ໄດ້ກ່າວສະແດງຄວາມຂອບ ໃຈຕໍ່ການຕ້ອນຮັບຂອງປະ ທານສະພາແຫ່ງຊາດໃນຄັ້ງນີ້ ພ້ອມທັງໄດ້ແຈ້ງຈຸດປະສົງ ຂອງການເຂົ້າຢ້ຽມ ຂ່ຳນັບໃນ ຄັ້ງນີ້ ໃຫ້ທ່ານປະທານສະພາ ໄດ້ຮັບຊາບ ໂດຍສະເພາະ ການເດີນທາງມາຢ້ຽມຢາມ ລາວແຕ່ວັນທີ 30-31 ມີນາ ຄັ້ງນີ້ ແມ່ນເຂົ້າຮ່ວມຂະບວນ ການກະກຽມກອງປະຊຸມສຸດ ຍອດອາຊຽນ ໂດຍສະເພາະ ການເຂົ້າຢ້ຽມຂ່ຳນັບປະທານ ສະພາເທື່ອນີ້ ແມ່ນເພື່ອສະ ເໜີໃນການຮ່ວມມືລະຫວ່າງ ສະຖາບັນຄົ້ນຄວ້າສຳລັບອາ ຊຽນ ແລະ ອາຊີຕາເວັນອອກ ກັບສະພາແຫ່ງຊາດ ກໍຄືກັບ ລັດຖະບານ ແຫ່ງ ສປປ ລາວ. ພ້ອມທັງເພື່ອປຶກສາຫາລືເຖິງ ຄວາມຕ້ອງການ ໃນການຮ່ວມ ມືຂອງສະພາແຫ່ງຊາດກັບ ສະຖາບັນຄົ້ນຄວ້າສຳລັບອາ ຊຽນ ແລະ ອາຊີຕາເວັນອອກ ແລະ ບັນຫາອື່ນ ທີ່ມີຄວາມ ສົນໃຈນຳກັນ.

 

ແຫລ່ງຂ່າວຈາກ: ໜັງສືພິມ ປະຊາຊົນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...