spot_img
Homeຂ່າວທ້ອງຖິ່ນຫຼວງ​ພະ​ບາງ​ ຮື້​ຖອນ​ປ້າຍ​ໂຄ­ສະ­ນາຜິດ​ລະ­ບຽບ​ເຂດ ​ມໍ­ລະ­ດົກ​ໂລກ

ຫຼວງ​ພະ​ບາງ​ ຮື້​ຖອນ​ປ້າຍ​ໂຄ­ສະ­ນາຜິດ​ລະ­ບຽບ​ເຂດ ​ມໍ­ລະ­ດົກ​ໂລກ

Published on

  ເພື່ອ​ປະ­ຕິ­ບັດ​ຕາມ​ທິດ​ຊີ້​ນຳ​ຂອງທ່ານ​ເຈົ້າ­ແຂວງໆ​ຫຼວງ​ພະ​ບາງ ແລະ ແຜນ­ຜັງ​ປົກ​ປັກ​ຮັກ­ສາ ແລະ​ເຮັດ​ໃຫ້​ຄຸນຄ່າ​ຂອງ​ເມືອງ​ມໍ­ລະ­ດົກ​ໂລກ​ມີ​ຄວາມ​ຍືນຍົງທາງ​ພະ​ແນກ​ຖະ­ແຫຼງ​ຂ່າວ, ວັດ​ທະນະ​ທຳ ແລະ​ທ່ອງ​ທ່ຽວ​ແຂວງ ຮ່ວມ​ກັບວິ­ຊາ​ການ​ຫ້ອງ­ການ​ມໍ­ລະ­ດົກ​ໂລກ​ພ້ອມ​ດ້ວຍ​ຫົວ­ໜ່ວຍ​ສະ­ເພາະ​ກິດ​ທີ່​ກ່ຽວ­ຂ້ອງລົງ​ກວດ­ກາ​ປ້າຍ​ໂຄ­ສະ­ນາ​ຕ່າງໆ​ໃນ​ເຂດເທ­ສະ​ບານ​ເມືອງ​ຫຼວງ​ພະ​ບາງ​ເຂດ​ມໍ­ລະ­ດົກ​ໂລກ​ພົບ​ປ້າຍ​ທີ່​ບໍ່​ໄດ້​ຮັບ​ອະ­ນຸ­ຍາດ​ມີທັງ​ໝົດ 22 ປ້າຍຊຶ່ງ​ທາງ​ເຈົ້າ​ໜ້າ­ທີ່ສະ­ເພາະ​ກິດ​ໄດ້​ລົງ­ມື​ຮື້​ຖອນ​ປ້າຍ​ຢູ່​ຖະໜົນ​ໄກ­ສອນ​ພົມ­ວິ­ຫານ​ເລີ່ມ​ແຕ່​ວັນ​ທີ 25 ມີ­ນາ 2016 ຜ່ານ​ມາ​ນີ້.

   ທ່ານ ສົມ­ບູນ ແກ້ວ​ດວງ​ຈິດ ຫົວ­ໜ້າໜ່ວຍ​ງານ​ວັດ­ທະ­ນະ­ທຳ​ມະ­ຫາ­ຊົນ, ທັງເປັນ​ຄະ­ນະ​ຄຸ້ມ​ຄອງ​ກວດ­ກາ​ວຽກ​ງານວັດ­ທະ­ນະ­ທຳ, ປ້າຍ, ເກມ ແລະ​ການ ບັນ­ເທີງໄດ້​ໃຫ້​ສຳ­ພາດ​ຕໍ່​ທີມ​ຂ່າວ​ພວກເຮົາ​ຮູ້​ວ່າ: ຈຸດ­ປະ­ສົງ​ໃນ​ການ​ເລີກ​ຮື້​ປ້າຍຂອງ​ຫົວ­ໜ່ວຍ​ທຸ­ລະ​ກິດ​ໃນ​ຄັ້ງ​ນີ້​ແມ່ນ​ເພື່ອ​ປະ­ຕິ­ບັດ​ຕາມ​ທິດ​ຊີ້​ນຳ​ຂອງ​ທ່ານເຈົ້າ­ແຂວງໆ​ຫຼວງ​ພະ​ບາງ ແລະ​ແຜນຜັງປົກ​ປັກ​ຮັກ­ສາ​ເຮັດ​ຄຸນ­ຄ່າ​ຂອງ​ເມືອງມໍ­ລະ­ດົກ​ໂລກ​ມີ​ຄວາມ​ຍືນ​ຍົງ​ທາງ​ເຈົ້າໜ້າ­ທີ່​ໜ່ວຍ​ສະ­ເພາະ​ກິດ​ກວດ­ກາ​ວັດ​ທະນະ​ທຳ​ປະ­ກອບ​ມີ: ພະ​ແນກ ຖວ​ທ, ຫ້ອງ ການ​ມໍ­ລະ­ດົກ, ພະ​ແນກ​ໂຍ­ທາ​ທິ​ການ ແລະ​ຂົນ­ສົ່ງ, ອົງ­ການ​ພັດ­ທະ­ນາ ແລະ ບໍ­ລິ­ຫານ​ຕົວ​ເມືອງ, ເຈົ້າ​ໜ້າ­ທີ່​ປ້ອງ​ກັນ ຄວາມ​ສະ­ຫງົບພ້ອມ​ດ້ວຍ​ອຳ­ນາດ​ການ ປົກ­ຄອງ​ບ້ານ​ແຕ່​ລະ​ບ້ານ​ໄດ້​ລົງ​ກວດກາ​ປ້າຍ​ທີ່​ບໍ່​ໄດ້​ຮັບ​ອະ­ນຸ­ຍາດ​ຂອງ​ຫົວໜ່ວຍ​ທຸ­ລະ​ກິດ​ທີ່​ບໍ່​ຖືກ­ຕ້ອງ​ຕາມ​ລະ­ບຽບ ຢູ່​ຖະ­ໜົນ​ໄກ­ສອນ​ພົມ­ວິ­ຫານ​ພົບ​ປ້າຍ​ທີ່ບໍ່​ຖືກ­ຕ້ອງ​ທັງ​ໝົດ 22 ປ້າຍ ແລະ ໄດ້​ເລີ່ມລົງ­ມື​ຮື້​ຖອນ​ປ້າຍເລີ່ມ​ແຕ່​ວັນ​ທີ 25 ມີນາ 2016 ຜ່ານ​ມາ​ນີ້. ປະ­ຈຸ​ບັນ​ນີ້​ທາງ ເຈົ້າ​ໜາ​ທີ່​ກຳ­ລັງ​ສືບ­ຕໍ່​ຮື້​ຖອນ​ໃຫ້​ສຳ­ເລັດໃນ​ໄວໆ​ນີ້.

ສຳ­ລັບ​ປ້າຍ​ໂຄ­ສະ­ນາ​ຕ່າງໆ​ຂອງຫົວ­ໜ່ວຍ​ທຸ­ລະ​ກິດ​ຢູ່​ເຂດ​ມໍ­ລະ­ດົກ​ຈະ​ໃຫ້ເຮັດ​ເປັນ​ປ້າຍ​ໄມ້, ໂຕ​ໜັງ­ສື​ຂອງ​ລາວ ໃຫ້​ໃຫຍ່​ກວ່າ​ໂຕ​ໜັງ­ສື​ສາ­ກົນທັງ​ນີ້ກໍ​ເພື່ອຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໃນ​ເຂດຕົວ​ເມືອງ​ໂດຍ​ສະ­ເພາະ​ແມ່ນ​ເຂດ​ມໍ​ລະດົກ​ໂລກ​ຄຸ້ມ​ຄອງ​ແນ­ໃສ່​ເຮັດ​ໃຫ້​ເມືອງຫຼວງ​ພະ​ບາງ​ເມືອງ​ຍອດ​ນິ­ຍົມ​ແຫ່ງ​ການທ່ອງ​ທ່ຽວ​ຂອງ​ໂລກ​ກາຍ­ເປັນ​ສະ­ເໜດຶງ​ດູດ​ການ­ທ່ອງ­ທ່ຽວ​ໃຫ້​ນັບ​ມື້​ນັບ​ຫຼາຍຂຶ້ນ​ໃນ​ແຕ່​ລະ​ປີ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...