spot_img
Homeຂ່າວທ້ອງຖິ່ນແຂວງຫຼວງພະບາງ ໄຂສູນຮ່ວມມືພັດທະນາວິທະຍາສາດ-ເຕັກໂນໂລຊີ ຂໍ້ມູນຂ່າວສານ

ແຂວງຫຼວງພະບາງ ໄຂສູນຮ່ວມມືພັດທະນາວິທະຍາສາດ-ເຕັກໂນໂລຊີ ຂໍ້ມູນຂ່າວສານ

Published on

ສູນຮ່ວມມືພັດທະນາວິທະຍາສາດ-ເຕັກໂນໂລຊີ ຂໍ້ມູນຂ່າວສານ ແຂວງຫຼວງພະບາງ ຈະກາຍເປັນສ່ວນນຶ່ງໃນການປະກອບສ່ວນຊ່ອຍສ້າງຊັບພະຍາກອນມະນຸດໃນການຊຸກຍູ້ ສົ່ງເສີມພັດທະນາ ແລະ ເຝິກອົບຮົມທາງດ້ານວຽກງານວິທະຍາສາດ-ເຕັກໂນໂລຊີຂໍ້ມູນຂ່າວສານ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດໃຫ້ແກ່ພະນັກງານ ທະຫານ ຕໍາຫຼວດ ແລະ ປະຊາຊົນພາຍໃນແຂວງຫຼວງພະບາງ ໃຫ້ສາມາດເຂົ້າເຖິງຂໍ້ມູນຂ່າວສານໄວຂຶ້ນໂດຍຜ່ານທາງສື່ເອເລັກໂຕຣນິກ.

ທ່ານ ສິງຄໍາ ພົມມະລັດ ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງຫຼວງພະບາງ ໄດ້ໃຫ້ຮູ້ວ່າ ການສ້າງສູນຮ່ວມມືພັດທະນາວິທະຍາສາດ-ເຕັກໂນໂລຊີ ຂໍ້ມູນຂ່າວສານ ແຂວງຫຼວງພະບາງ ແມ່ນເພື່ອປະຕິບັດຕາມພາລະບົດບາດ ສິດໜ້າທີ່ ແລະ ການເຄື່ອນໄຫວຂອງພະແນກວິທະຍາສາດ ແລະ ເຕັກໂນໂລຊີ ເຊິ່ງມີພາລະບົດບາດເປັນເສນາທິການໃຫ້ແກ່ການນໍາຂອງແຂວງ ແລະ ພະແນກການຕ່າງໆໃນການສະໜອງຂໍ້ມູນຂ່າວສານທາງດ້ານເຕັກໂນໂລຊີໃໝ່ໆ ທັງຕິດຕາມຕີລາຄາ ແລະ ລາຍງານສະພາບການ ພ້ອມທັງປຸກຈິດສໍານຶກ ຮວມທັງວຽກງານສາມສ້າງຕາມນະໂຍບາຍຂອງພັກ ແລະ ລັດຖະບານວາງອອກ ພ້ອມນີ້ ສູນດັ່ງກ່າວຍັງຈະເປັນສະຖານທີ່ສ້າງຊັບພະຍາກອນມະນຸດໃນການຊຸກຍູ້ ສົ່ງເສີມພັດທະນາ ແລະ ເຝິກອົບຮົມທາງດ້ານວຽກງານວິທະຍາສາດ-ເຕັກໂນໂລຊີຂໍ້ມູນຂ່າວສານ ເປັນການຍົກລະດັບຄວາມຮູ້ ຄວາມສາມາດໃຫ້ແກ່ທຸກພາກສ່ວນໃນສັງຄົມໃນ 12 ເມືອງທົ່ວແຂວງ ທັງເປັນການສ້າງຈິດສໍານຶກ ຮວມທັງສ້າງຂະບວນການກ່ຽວກັບວຽກງານຕ່າງໆທີ່ຕິດພັນກັບເຕັກໂນໂລຊີຂໍ້ມູນຂ່າວສານ ຂໍ້ມູນເອເລັກໂຕຣນິກ ດັ່ງນັ້ນ ສູນດັ່ງກ່າວຫຼັງຈາກທີ່ໄດ້ໄຂໃຫ້ບໍລິການແລ້ວ ຈະສາມາດຊ່ອຍໃຫ້ການອັບເດດຄວາມຮູ້ ຄວາມສາມາດແກ່ບຸກຄະລາກອນ ໃຫ້ສາມາດນໍາໃຊ້ຄອມພີວເຕີ ແລະ ສາມາດເຂົ້າເຖິງທາງດ້ານຂໍ້ມູນຂ່າວສານທາງສື່ເອເລັກໂຕຣນິກ ດ້ວຍເຕັກໂນໂລຊີທີ່ທັນສະໄໝ.

ສູນຮ່ວມມືພັດທະນາວິທະຍາສາດ-ເຕັກໂນໂລຊີຂໍ້ມູນຂ່າວສານ ແມ່ນໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 30 ມີນາ 2016 ຜ່ານມາ ໂດຍໃຫ້ກຽດເຂົ້າຮ່ວມໄຂປ້າຍຂອງທ່ານ ແກ້ວນະຄອນ ໄຊສຸລຽນ ຫົວຫນ້າກົມເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ກັບ ທ່ານ ສຸລິສັກ ພົມມາລີ ຫົວຫນ້າຫ້ອງການປົກຄອງ ແຂວງຫຼວງພະບາງ ມີຫົວໜ້າພະແນກເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານຈາກແຂວງຫົວພັນ ຊຽງຂວາງ ແລະ ແຂວງໄຊຍະບຸລີ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ແຫລ່ງຂ່ານຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...