spot_img
Homeວັນນະກຳເລື່ອງສັ້ນ"ເມື່ອ​ເລືອກ​ເກີດ​ບໍ່​ໄດ້" ຜົນ­ງານນ້ອຍ​ດອກ​ກະ­ເດົາ ຜູ້​ຊະ­ນະ​ເລີດລາ­ງວັນ​ສິນ​ໄຊ​ປະ­ເພດ​ນະ­ວະ​ນິ­ຍາຍ

“ເມື່ອ​ເລືອກ​ເກີດ​ບໍ່​ໄດ້” ຜົນ­ງານນ້ອຍ​ດອກ​ກະ­ເດົາ ຜູ້​ຊະ­ນະ​ເລີດລາ­ງວັນ​ສິນ​ໄຊ​ປະ­ເພດ​ນະ­ວະ​ນິ­ຍາຍ

Published on

 

“ເມື່ອ​ເລືອກ​ເກີດ​ບໍ່ໄດ້” ເປັນ​ນະ­ວະ​ນິຍາຍ​ເລື່ອງທຳ​ອິດປະ​ພັນ​ໂດຍ​ນາງ ໄພ​ບູນ ທະ​ນະ​ບົວ​ສີ ເຈົ້າ​ຂອງນາມ​ປາກ­ການ້ອຍ​ດອກ​ກະ­ເດົາ​ໄດ້​ຮັບ​ລາ­ງວັນ​ຊະ­ນະ​ເລີດ​ໃນ​ບັ້ນ​ກວດສອບລາ­ງວັນ​ສິນ​ໄຊລາ­ງວັນ​ວັນ­ນະ­ກຳສ້າງ­ສັນ​ດີ­ເດັ່ນ​ປະ­ຈຳ​ປີ 2015.

ນະ­ວະ​ນິ­ຍາຍ​ບົດ​ນີ້ ​ມີ​ເນື້ອ​ໃນ​ເວົ້າ​ເຖິງ​ເລື່ອງ​ລາວ​ຊີ­ວິດ​ຂອງ​ເດັກ​ຍິງ​ຊື່​ນ້ອຍຈັນ​ນາ​ລອນພາຍ­ຫຼັງ​ພໍ່​ຂອງ​ນາງ​ປ່ວຍເປັນ­ໄຂ້​ຍູງ​ຂຶ້ນ​ສະ­ໝອງ ແລະ​ກາຍ­ເປັນຄົນ​ບ້າ​ຂະ­ນະ​ທີ່​ນາງ​ມີ​ອາ­ຍຸ 5 ປີ, ຊາ­ຕາກຳ​ຊີ­ວິດ​ກໍ​ປ່ຽນ​ໄປ​ຈາກ​ຄົນ​ທີ່​ເຄີຍ​ດຳ­ລົງຊີ­ວິດ​ຢູ່​ຢ່າງ​ມີ​ຄວາມ­ສຸກ, ອາ­ໄສ​ຢູ່​ຕົວເມືອງ​ໃຫຍ່ ກໍ​ໄດ້​ກາຍ​ມາ​ເປັນ​ເດັກ­ນ້ອຍບ້ານ­ນອກ​ທັນ­ທີ​ທີ່​ແມ່​ຂອງ​ນາງ​ຕັດ­ສິນໃຈ​ພາ​ຄອບ­ຄົວ​ຍົກ­ຍ້າຍ​ອອກ​ຈາກ​ນະຄອນ​ຫຼວງ​ວຽງ​ຈັນ ແລະ​ໄປ​ອາ­ໄສ​ຢູ່ແຂວງ​ຈຳ­ປາ​ສັກ.

ຄອບ­ຄົວ​ຂອງນ້ອຍ​ຈັນ​ນາ​ລອນ ພາກັນ​ໄປ​ອາ­ໄສ​ຢູ່​ນຳ​ຍ່າ ຊຶ່ງ​ເປັນ​ພີ່­ນ້ອງທາງ​ພໍ່ ແຕ່​ລະ​ມື້​ແມ່​ຂອງ​ນ້ອຍ​ຈັນ​ນາລອນ​ຕ້ອງ​ເຮັດ​ວຽກ​ໜັກ ບໍ່​ວ່າ​ຈະ​ໄປ​ຖາງປ່າ​ເຮັດ​ໄຮ່, ຕັກ​ນ້ຳ​ຕຳ​ເຂົ້າ, ເຮັດ​ນາ​ເຮັດສວນ ສ່ວນ​ນາງ​ນ້ອຍ​ຈັນ​ນາ​ລອນ​ຊຶ່ງ​ບໍ່ເຄີຍ​ເຮັດ​ວຽກ​ໜັກ​ຈັກ​ເທື່ອ​ກໍ​ຈຳ​ຕ້ອງໄດ້​ອອກ­ແຮງ​ງານ​ຊ່ວຍ​ແມ່​ທັງ​ເປັນ​ຄົນເບິ່ງ­ແຍງ​ນ້ອງ​ສາວ​ແທນ​ແມ່​ເວ­ລາ​ນັ້ນນາງ​ມີ​ອາ­ຍຸ 7 ປີ ຢາກ​ກິນ​ຂອງ​ແຊບ​ແນວຫວານ​ກໍ​ບໍ່​ໄດ້​ກິນ​ເພາະ​ແມ່​ບໍ່​ມີ​ເງິນ, ເວລາ​ນ້ອຍ​ຈັນ​ນາ​ລອນ​ໄປ​ມາ​ທາງ​ໃດ​ກໍ​ມີແຕ່​ຄົນ​ກຽດ​ຊັງ, ພໍ່​ກໍ​ອາ​ລະ​ວາດ​ຮ້າຍ​ດ່າຈົນ​ຄົນ​ບ້ານ​ໃກ້​ເຮືອນ​ຄຽງ​ຢ້ານ​ກົວ​ບໍ່​ມີໃຜ​ກ້າ​ຄົບ​ຫາ.

ນ້ອຍ​ຈັນ​ນາ​ລອນ ຕັດ­ສິນ​ໃຈ​ຕັ້ງ­ໜ້າຮ່ຳ­ຮຽນ ເພາະ​ເຊື່ອ​ວ່າ​ຈະ​ໄດ້​ທຶນ​ຈາກ​ລັດຖະ​ບານ​ເມື່ອ​ຮຽນ​ຈົບ​ສາຍ​ສາ­ມັນ​ສຶກ​ສາແຕ່​ແລ້ວ​ເຫດ​ຮ້າຍ​ກໍ​ມາ​ເກີດ​ກັບ​ນາງ​ອີກເມື່ອ​ນາງ​ໄດ້​ອາ­ຍຸ 10 ປີ​ກໍ​ເປັນ​ພະ­ຍາດໄຂ້​ຍູງ​ຈົນ​ສູນ​ເສຍ​ການ​ໄດ້​ຍິນ​ຍິ່ງ​ເຮັດໃຫ້​ໝູ່­ຄູ່​ເຍີ້ຍ​ຫຍັນ​ເວ­ລາ​ນັ້ນ​ນາງ​ໄດ້​ກາຍເປັນ​ຕົວ​ຕະ­ຫຼົກ​ຂອງ​ທຸກ​ຄົນ, ພໍ່​ກໍ​ເປັນ​ບ້າ, ຫູ​ກໍ​ບໍ່​ໄດ້​ຍິນ​ເຕັມ​ສ່ວນ, ຄອບ­ຄົວ ກໍ​ທຸກຍາກ​ລຳ­ບາກ, ເຮືອນ​ບໍ່​ມີ​ຢູ່​ແຕ່​ນາງ​ກໍ​ຍັງບຸກ​ບືນ​ສູ້​ກັບ​ຊາ­ຕາ​ຊີ­ວິດ​ຈົນ​ສາ­ມາດ​ຍາດໄດ້​ທຶນ​ຄູ​ອະ­ນຸ­ບານ​ແລ້ວ­ໄປ​ສຶກ​ສາ​ຕໍ່​ຢູ່ໂຮງ­ຮຽນ​ສ້າງ​ຄູ​ສາ­ລະ​ວັນ​ພາຍ­ຫຼັງ​ຮຽນຈົບ​ກໍ​ຖືກ­ຊັບ­ຊ້ອນ​ໄປ​ສິດ­ສອນ​ເດັກ­ນ້ອຍປະ­ຖົມ​ຢູ່​ເຂດ​ຫ່າງ​ໄກ​ສອກ­ຫຼີກ, ນາງ​ພະຍາ​ຍາມ​ເຮັດ​ທຸກ​ຢ່າງ​ເພື່ອ​ເຮັດ​ໃຫ້​ເດັກນ້ອຍ​ພົ້ນ​ຈາກ​ຄວາມ​ບໍ່​ຮູ້​ໜັງ­ສື ແລະ​ແລ້ວທາງ​ຂັ້ນ​ເທິງ​ກໍ​ເຫັນ​ຄວາມ​ສຳ­ຄັນ​ແລ້ວສົ່ງ​ນາງ​ໄປ​ສຶກ​ສາ​ຕໍ່​ປະ­ລິນ­ຍາ​ຕີ​ທີ່​ມະ­ຫາວິ­ທະ­ຍາ­ໄລ​ແຫ່ງ​ຊາດ ແລ້ວ​ກັບ​ໄປ​ເປັນ​ພະນັກ​ງານ​ປະ­ຈຳ​ຢູ່​ພະ​ແນກ​ສຶກ​ສາ​ແຂວງຈຳ­ປາ​ສັກ ກ່ອນ​ຈະ​ສາ­ມາດ​ຍາດ​ໄດ້​ທຶນການ​ສຶກ​ສາ​ຕໍ່​ປະ­ລິນ­ຍາ​ໂທ​ທີ່​ປະ­ເທດອອສ​ເຕຣ​ເລຍ.

ປະ­ໂຫຍດ​ທີ່​ຈະ​ໄດ້​ຮັບ​ມີ​ຫຼາຍ​ດ້ານເພາະ​ນະ­ວະ​ນິ­ຍາຍ​ບົດ​ນີ້​ໄດ້​ສອນ​ໃຫ້​ຄົນເຮົາ​ໃຫ້​ມີ​ຄວາມ​ອົດ­ທົນ, ຕໍ່­ສູ້​ຜ່ານ​ຜ່າ​ກັບຄວາມ­ທຸກ​ຍາກ​ລຳ­ບາກ, ບໍ່​ວ່າ​ຈະ​ພົບ​ບັນຫາ​ຮ້ອຍ​ແປດ​ພັນ​ປະ­ການ​ກໍ​ຕ້ອງ​ມີ​ສະ­ຕິທັງ​ເຊື່ອ​ໝັ້ນ ແລະ​ມຸ່ງ​ໝັ້ນ​ເພາະ​ຄວາມ​ສຳເລັດ​ບໍ່​ໄດ້​ມາ​ແບບ​ງ່າຍໆ.

ສຳ­ລັບ​ແຮງ​ບັນ­ດານ​ໃຈ​ຂອງ​ການຂຽນ​ບົດ​ເລື່ອງ​ນີ້ ຜູ້​ປະ­ພັນ ນາງ ໄພ­ບູນ ທະ­ນະ​ບົວ​ສີ ກ່າວ​ວ່າ: ສ່ວນ​ໜຶ່ງ​ແມ່ນ​ເກີດຈາກ​ປະ­ສົບ​ການ​ຈິງ​ຂອງ​ຊີ­ວິດ ແລະ​ອີກສ່ວນ​ໜຶ່ງ​ແມ່ນ​ຜ່ານ​ການ​ຈິນ­ຕະ­ນາ­ການສົມ­ທົບ​ກັບ​ຄວາມ​ມັກ​ໃນ​ການ​ຂຽນ ທັງຂຽນ​ເພາະ​ຢາກ​ຂຽນ​ບໍ່​ແມ່ນ​ເພື່ອ​ຜົນ​ປະໂຫຍດ​ໃດໆ, ເປັນ​ເວ­ລາ​ວ່າງ​ທີ່​ບໍ່​ສາ­ມາດນັ່ງ​ຢູ່​ລ້າ​ໄດ້ ຈິ່ງ​ມີ​ນະ­ວະ​ນິ­ຍາຍ​ເລື່ອງ​ນີ້ເກີດ​ຂຶ້ນ.

ແນວ­ໃດ​ກໍ​ດີ ນະ­ວະ​ນິ­ຍາຍ​ເລື່ອງ​ນີ້ເປັນ​ເລື່ອງ​ທຳ​ອິດ​ຂອງນ້ອຍ​ດອກ​ກະເດົາ ເພາະ​ທີ່ຜ່ານ​ມາ​ຂຽນ​ພຽງ​ກະ­ວີ ແລະເລື່ອງ­ສັ້ນ, ຂ່າວ, ບົດ​ຄວາມ​ຕ່າງໆ​ເທົ່ານັ້ນ ທັງ​ເປັນ​ລາ­ງວັນ​ຊະ­ນະ​ເລີດ​ບົດ​ທຳ​ອິດຜ່ານ​ມາ​ເຄີຍ​ສົ່ງ​ເລື່ອງ­ສັ້ນ​ເຂົ້າ​ປະ​ກວດຫຼາຍ​ບ່ອນ​ສ່ວນ​ໃຫຍ່​ກໍ​ໄດ້​ລາ­ງວັນ​ຊົມເຊີຍ ຫຼື ລາ­ງວັນ​ທີ 2 ດັ່ງ­ນີ້​ເປັນ­ຕົ້ນ.

ນ້ອຍ​ດອກ​ກະ­ເດົາ ກ່າວ​ຢ້ຳ​ຕື່ມ​ອີກວ່າ: ເລື່ອງ​ການ​ເປັນ​ນັກ​ຂຽນ​ທີ່​ດີ ສຳ­ລັບຂ້າ­ພະ­ເຈົ້າ​ແມ່ນ​ບໍ່​ໄດ້​ກຽມ­ພ້ອມ​ຫຍັງຫຼາຍ​ເພາະ​ຂ້າ­ພະ­ເຈົ້າ​ຂຽນ​ເພາະ​ຢາກຂຽນ​ບໍ່ແມ່ນ​ຂຽນ​ເພື່ອ​ຫວັງ​ສິ່ງ​ຕອບແທນແຕ່ກໍຕ້ອງ​ໃຊ້ສະ­ຕິປັນ​ຍາ ແລະ​ຄວາມ​ຊຳນານ​ເຊັ່ນ​ກັນ ຖ້າ​ບໍ່​ຊຳ­ນານ​ກັບ​ເລື່ອງ​ນັ້ນໆກໍ​ຈົ່ງ​ສຶກ​ສາ​ລະ­ອຽດ​ກ່ອນ​ຈິ່ງ​ລົງ­ມື​ຂຽນເພື່ອ​ເຮັດ​ໃຫ້​ບົດ​ຂອງ​ເຮົາ​ຄ້າຍ­ຄື​ເລື່ອງຈິງຈົນ​ຜູ້​ອ່ານ​ແຍກ​ບໍ່​ອອກ​ລະ­ຫວ່າງເລື່ອງ​ຈິງ​ກັບ​ຈິນ­ຕະ­ນາ­ການ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...