spot_img
Homeຂ່າວທ້ອງຖິ່ນລັດ​ລົງ​ປະ​ເມີນ​ຜົນ​ກະ­ທົບ​ໂຄງ­ການ​ປູກ​ໄມ້​ວິກຂອງ​ບໍ­ລິ­ສັດ​ບົວ­ລະ­ພາ

ລັດ​ລົງ​ປະ​ເມີນ​ຜົນ​ກະ­ທົບ​ໂຄງ­ການ​ປູກ​ໄມ້​ວິກຂອງ​ບໍ­ລິ­ສັດ​ບົວ­ລະ­ພາ

Published on

 

ວັນ​ທີ 29 ມີ­ນາ​ນີ້ ທ່ານ ພູ​ວົງບຸນ​ຊູ ຫົວ­ໜ້າ​ພະ​ແນກ​ກະ­ສິ­ກຳ ແລະ​ປ່າໄມ້ ແລະ​ທ່ານ ບົວ​ພັນ ກອນ​ດາ​ວົງ ຮອງຫົວ­ໜ້າ​ພະ​ແນກ​ຊັບ­ພະ­ຍາ­ກອນ​ນ້ຳ ແລະສິ່ງ­ແວ­ດລ້ອມ ແຂວງ​ວຽງ​ຈັນ ພ້ອມ​ຄະນະລົງ​ຕິດ­ຕາມ​ກວດ­ກາ​ໂຄງ­ການ​ປູກໄມ້​ວິກ​ຂອງ​ບໍ­ລິ­ສັດ​ບົວ­ລະ­ພາ​ກະ­ສິ­ກຳ-ປ່າ­ໄມ້​ຈຳ­ກັດທີ່​ເມືອງ​ຫີນ​ເຫີບ ເພື່ອ​ປະເມີນ​ຜົນ​ກະ­ທົບ​ຕໍ່​ສິ່ງ­ແວ­ດລ້ອມ, ຂະ­ນະ​ທີ່ທ່ານ ນາງ ສຸ​ໄພ​ວັນ ທ່ຽງ​ຈັນ​ໄຊ ຮອງ​ອຳນວຍ​ການ​ບໍ­ລິ­ສັດ ແລະ​ພະ­ນັກ­ງານ​ວິ­ຊາການ​ກໍ​ຊີ້​ແຈງ​ເລິກ​ການ​ປູກ​ໄມ້​ວິກ ແລະບັນ­ຫາ​ສິ່ງ­ແວ­ດລ້ອມ​ຄື​ໝາກ​ຫົວ­ໃຈ​ເພື່ອບໍ່​ໃຫ້​ເກີດ​ບັນ­ຫາ.

ທ່ານ ນາງ ສຸ​ໄພ​ວັນ ທ່ຽງ​ຈັນ​ໄຊກ່າວ​ວ່າ: ບໍ­ລິ­ສັດ​ໄດ້​ໃຫ້​ຄວາມ​ສຳ­ຄັນຫຼາຍ​ທີ່​ສຸດ​ຕໍ່​ບັນ­ຫາ​ສິ່ງ­ແວ­ດລ້ອມ​ກ່ອນຈະ​ນຳ​ເອົາ​ໄມ້​ວິກ​ໄປ​ປູກ​ໃສ່​ຕອນ​ດິນ​ໃດໜຶ່ງ​ແມ່ນ​ໄດ້​ເອົາ​ດິນ​ໄປ​ວິ­ໄຈ​ເສຍ​ກ່ອນ ຫຼັງ​ຈາກ​ນັ້ນ ຈິ່ງ​ເອົາ​ຝຸ່ນ​ສູດ​ປັບ­ປຸງ​ດິນ​ມາໃສ່ ເພື່ອ​ຟື້ນ​ຟູ​ສະ­ພາບ​ດິນ​ແລ້ວ​ຈິ່ງ​ປູກນອກ­ຈາກ​ນັ້ນ ດິນ​ທີ່​ຈະ​ປູກ​ກໍ່​ແມ່ນ​ປ່າ​ເຫຼົ່າ, ດິນ​ເປົ່າ​ຫວ່າງ​ເສຍ​ຄຸນ​ປູກ​ໄມ້​ວິກ ແລະ ສາ­ມາດ​ປູກ​ພືດ​ຊະ​ນິ​ດອື່ນເກີດ​ຂຶ້ນນຳ​ໄດ້, ສະ­ນັ້ນ​ໂຄງ­ການ​ປູກ​ໄມ້​ວິກ​ຂອງ​ບໍ­ລິ­ສັດຈິ່ງ​ປະ​ຫ່າງ 9 ແມັດ​ຕໍ່​ແຖວ ເພື່ອ​ທຳ​ການຜະ­ລິດ​ກະ­ສິ­ກຳ​ສັບ­ຫວ່າງ ແລະ​ບ່ອນ​ບໍ່​ໄດ້ປູກ​ແມ່ນ​ຈ້າງ​ຄົນ​ຖາງ​ທຸກ​ປີ.

ທ່ານ ບົວ​ພັນ ກອນ​ດາ​ວົງ ກ່າວ​ວ່າ: ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ໄດ້​ລົງ​ມາ​ເບິ່ງ​ຕົວຈິງ​ຕ່າງ​ຈາກ​ຄົນ​ເວົ້າ​ຫຼາຍ ເພາະ​ມາ​ເຫັນຕົວ​ຈິງ​ຕົ້ນ­ໄມ້, ຫຍ້າແລະ​ພືດ​ຊະ­ນິດ​ອື່ນ​ເກີດ​ຕາມ​ກ້ອງ​ຕົ້ນວິກ​ຫຼາຍ ແລະ​ກໍ​ເຫັນ​ຮ່ອງ­ຮອຍ​ຖາກ​ຖາງຕະ­ຫຼອດ ເມື່ອ​ເບິ່ງ​ແລ້ວ​ເຂົາ­ເຈົ້າ​ເຮັດ​ເປັນລະ­ບົບ​ຜົນ​ກະ­ທົບ​ຕໍ່​ສິ່ງ­ແວ­ດລ້ອມ​ເກືອບວ່າ​ບໍ່​ມີ ສະ­ນັ້ນ ໃນ​ນາມ​ພາກ​ລັດ ພ້ອມ​ຈະໃຫ້­ການ​ຮ່ວມ​ມື ແລະ​ເຮັດ​ວຽກ​ກັບ​ບໍ​ລິສັດ​ຂະ­ຫຍາຍ​ເນື້ອ­ທີ່​ປູກ​ຕໍ່​ໄປ.

ທ່ານ ໂອ­ລົດ ສີ​ສູນ​ທອນ ຫົວ­ໜ້າຫ້ອງ­ການ​ຊັບ­ພະ­ຍາ­ກອນ​ນ້ຳ ແລະ​ສິ່ງແວດ​ລ້ອມ​ເມືອງ​ຫີນ​ເຫີບ​ກ່າວ​ວ່າ: ສຳລັບ​ໂຄງ­ການ​ປູກ​ໄມ້​ວິກ​ຂອງ​ບໍ­ລິ­ສັດ​ບົວລະ​ພາກະ­ສິ­ກຳ-ປ່າ­ໄມ້​ຈຳ­ກັດ​ນີ້ ເປັນໂຄງ­ການ​ທີ່​ໄດ້​ຮັບ​ປະ​ສິດ­ທິ​ຜົນ​ເຮັດ​ແທ້

ທຳ​ຈິງ ນັບ​ແຕ່​ໂຄງ­ການ​ເຂົ້າ​ມາ​ພື້ນ​ທີ່​ປ່າເຫຼົ່າ​ກໍ​ເກີດ​ເປັນ​ພື້ນ​ທີ່​ເສດ­ຖະ­ກິດ, ຊີ­ວິດການ​ເປັນ​ຢູ່​ຂອງ​ປະ­ຊາ­ຊົນ​ກໍ່​ມີ​ການ​ຫັນປ່ຽນ​ດີ​ຂຶ້ນ​ປະ­ຊາ­ຊົນ​ມີ​ວຽກ​ເຮັດ​ງານທຳ, ມີ​ລາຍ​ຮັບ​ຕໍ່​ເນື່ອງ, ໃນ​ເລື່ອງ​ສະພາບ​ແວດ​ລ້ອມ ກໍ​ມີ​ພຽງ​ດ້ານ​ທີ່​ພັກ​ອາໄສ​ຂອງ​ສັດ­ປ່າ, ແຫຼ່ງ​ນ້ຳ​ບົກ​ແຫ້ງ​ສາເຫດ ປະ­ຊາ­ຊົນ​ສ່ວນ​ຫນຶ່ງ​ຖາງ​ປ່າ​ເຮັດໄຮ່​ເຮັດ​ໃຫ້​ສະ­ພາບ​ປ່າ​ແປນ​ເປົ່າ​ບວກ​ໃສ່ການ​ບຸກ­ເບີກ​ເນື້ອ­ທີ່​ປູກ​ໄມ້​ຂອງ​ບໍ­ລິ­ສັດຈິ່ງ​ເຮັດ​ໃຫ້​ແຫຼ່ງ​ນ້ຳ​ບົກ​ແຫ້ງ ແນວ­ໃດ​ກໍ ຕາມ​ພາກ​ລັດ​ກໍ​ປະ­ສານ​ສົມ­ທົບ​ກັບ​ບໍ​ລິສັດ ເພື່ອ​ຊ່ວຍ​ກັນ​ແກ້​ບັນ­ຫາ​ແຫຼ່ງ​ນ້ຳ ແລະຂະ­ຫຍາຍ​ເນື້ອ­ທີ່​ປູກ​ຕໍ່​ໄປ.

ສະ­ຫະ­ລັດ​ປະ­ກາດ​ຄູ່​ຮ່ວມ​ມື​ໃໝ່ໃນ​ບັນ­ດາ​ປະ­ເທດ​ລຸ່ມ​ແມ່­ນ້ຳ​ຂອງອົງ­ການ​ພັດ­ທະ­ນາ​ສາ­ກົນ​ສະ­ຫະ­ລັດ​ອາ­ເມ­ລິ­ກາ (USAID) ໄດ້​ປະ­ກາດຄູ່​ຮ່ວມ​ພັດ­ທະ­ນາ​ໃໝ່ ຈຳ­ນວນ 12 ມະ­ຫາ­ວິ­ທະ­ຍາ­ໄລ ແລະ​ສະ​ຖາ​ບັນ​ອາ­ຊີ­ວະ​ສຶກສາ​ທີ່​ມີ​ຊື່​ສຽງ​ໃນ​ຂົງ­ເຂດ​ລຸ່ມ​ແມ່­ນ້ຳ​ຂອງ ເພື່ອ​ໃຫ້​ນັກ​ສຶກ​ສາ​ໄດ້​ຮັບ​ການ​ຝຶກ​ຝົນ​ທັກສະ​ທີ່ຈຳ​ເປັນ​ໃນ​ການ​ເຮັດວຽກ, ຊຶ່ງ​ໃນ​ນີ້ ມີ ມະ­ຫາ​ວິທະ​ຍາ​ໄລ ແລະ​ສະ​ຖາບັນ​ການທ່ອງ​ທ່ຽວ ແລະ​ໂຮງ­ແຮມ​ຂອງ ສປປ ລາວ​ນຳ.

ບັນ­ດາ​ສະ​ຖາ​ບັນ ທີ່​ໄດ້​ຮັບ​ການ​ຄັດ​ເລືອກໃນ​ການ​ແຂ່ງ­ຂັນ​ເຂົ້າ​ຮ່ວມ​ໂຄງ­ການເຊື່ອມ​ຕໍ່​ແມ່­ນ້ຳ​ຂອງ​ຜ່ານ​ການ​ສຶກ​ສາ ແລະ​ຝຶກ​ອົບ­ຮົມ (USAID COMET), ຈະ​ສ້າງ​ເຄື່ອ​ຂ່າຍ​ຂອງ​ສູນ​ຮຽນ​ຮູ້​ແມ່ນ້ຳ­ຂອງ ໃນ​ສະ​ຖາ​ບັນ​ຂອງ​ພວກ​ເຂົາ

ໂດຍ​ປະ­ກອບ​ມີ: ມະ­ຫາ­ວິ­ທະ­ຍາ­ໄລເຕັກໂນ​ໂລ​ຊີ-Yatanarpon Cyber City ຂອງ​ມຽນ​ມາ; ສະ​ຖາ​ບັນ​ເຕັກ​ໂນ​ໂລ​ຊີແລະ​ມະ­ຫາ­ວິ­ທະ­ຍາ­ໄລ ອາ­ຊີ​ຕາ­ເວັນ​ອອກສຽງ​ໃຕ້ ຂອງ​ກຳ­ປູ­ເຈຍ; ມະ­ຫາ​ວິ­ທະ­ຍາໄລ​ແຫ່ງ​ຊາດ ແລະ​ສະ​ຖາ​ບັນ​ການ​ທ່ອງທ່ຽວ ແລະ​ໂຮງ­ແຮມ​ແຫ່ງ​ຊາດ​ຂອງ ສປປ ລາວ; ມະ­ຫາ­ວິ­ທະ­ຍາ­ໄລ ມະ­ຫິ​ດົນ ແລະວິ ທະ​ຍາ​ໄລ​ເຕັກ​ນິກມາບ​ຕາ​ພຸດຂອງ​ໄທ ແລະ​ມະ­ຫາ­ວິ­ທະ­ຍາ­ໄລເຕັກ​ໂນ​ໂລ​ຊີ ແລະ ການ​ສຶກ​ສາໂຮ່​ຈິ​ມິນ ມະ­ຫາ­ວິ­ທະ­ຍາ­ໄລເສດ­ຖະ­ສາດ; ມະ­ຫາ­ວິ­ທະ­ຍາ­ໄລດາ​ນັງ; ມະ­ຫາ­ວິ­ທະ­ຍາ­ໄລ​ວິ­ທະ­ຍາ­ສາດ ແລະເຕັກ​ໂນ​ໂລ​ຊີ​ຮ່າ​ໂນ້ຍ (ຫວຽດ­ນາມ); ວິທະຍາ​ໄລ​ອຸດ­ສາ­ຫະ­ກຳ ເຮ້ວ Hue ຂອງຫວຽດ­ນາມ.

“ສະ­ຫະ­ລັດ​ອາ­ເມ­ລິ­ກາມຸ່ງ​ໝັ້ນ​ທີ່​ຈະພັດ­ທະ­ນາ​ທ່າ­ແຮງ​ຂອງ​ຊາວ​ໜຸ່ມ, ໂດຍສະ­ເພາະ​ແມ່ນ​ແມ່ຍິງ,” ທ່ານ ທອດ ໂຊເຣັນ​ເຊິນ Todd Sorenson, ວ່າ­ການຜູ້­ອຳ­ນວຍ­ການ​ລະ­ດັບ​ພາກ​ພື້ນ​ຂອງ​ອົງການ USAID ສຳ­ລັບ​ອາ­ຊີ ກ່າວ​ວ່າ: “ຊາວ​ໜຸ່ມ​ຈຳ­ເປັນ​ຕ້ອງ​ມີ​ທັກ​ສະ​ຄວາມສາ­ມາດ​ດ້ານ​ວິ­ຊາ​ການ, ເຊັ່ນ​ດຽວ​ກັນກັບ​ຄວາມ​ສາ­ມາດ​ຂອງ​ການ​ເຮັດ​ວຽກພ້ອມ, ລວມ​ທັງ​ການ​ເຮັດ​ວຽກ​ເປັນ​ທີມ, ການ​ສື່­ສານ ແລະ​ການ​ປັບ​ຕົວ​ເພື່ອ​ຜົນ​ສຳເລັດ. ວິ­ທີ​ການ​ທີ່​ດີ​ທີ່​ສຸດ​ສຳ­ລັບ​ຊາວ​ໜຸ່ມທີ່​ຈະ​ຮຽນ​ຮູ້​ທັກ​ສະ​ເຫຼົ່າ​ນີ້ ແມ່ນ​ຜ່ານ​ປະສົບ​ການ​ລົງ­ມື​ເຮັດ​ວຽກ​ຕົວ​ຈິງ​ກ່ຽວ​ກັບສະ­ຖາ­ນະ​ການ​ເຮັດ​ວຽກ​ທີ່­ແທ້​ຈິງ-ໂດຍການ​ເຊື່ອມ​ຕໍ່​ກັບ​ຜູ້​ໃຊ້​ແຮງ​ງານ​ທີ່­ແທ້ຈິງ, ຄື​ກັນ​ກັບ​ບັນ­ດາ​ຜູ້​ທີ່​ເຂົ້າ​ຮ່ວມ​ກັບພວກ​ເຮົາ​ໃນ​ໂຄງ­ການ​ນີ້,”.

ອີງ​ຕາມ​ການ​ຂະ­ຫຍາຍ­ຕົວ​ທາງດ້ານ​ອຸດ­ສາ­ຫະ­ກຳ​ໃນ​ຂົງ­ເຂດ​ແມ່­ນ້ຳຂອງ​ຕອນ​ລຸ່ມ, ແມ່ນ​ມີ​ຄວາມ​ຕ້ອງ­ການຢ່າງ​ຈະ­ແຈ້ງ ສຳ­ລັບ​ບັນ­ດິດ​ຜູ້​ທີ່​ຮຽນ​ຈົບທີ່​ມີ​ຄວາມ​ຊຳ­ນິ​ຊຳ­ນານ, ຊຶ່ງ​ຕາມ​ການສຶກ​ສາ​ຂໍ້​ມູນ​ຂອງ​ອົງ­ການ USAID ທີ່​ຜ່ານ​ມາ​ຂອງ​ຜູ້​ໃຊ້​ແຮງ​ງານ​ໃນ​ບັນ­ດາປະ­ເທດ​ແມ່­ນ້ຳ​ຂອງ​ຕອນ​ລຸ່ມ, ຫຼາຍ​ກວ່າ 71% ຊີ້​ໃຫ້​ເຫັນ​ວ່າ​ພວກ​ເຂົາ​ກຳ­ລັງ​ຊອກຫາ​ທີ່​ຈະ​ຈ້າງ​ພະ­ນັກ­ງານ​ໃໝ່ ເພື່ອ​ຈະ​ຂະຫຍາຍ​ທຸ­ລະ​ກິດ​ຂອງ​ເຂົາ­ເຈົ້າ. ການ​ດຳເນີນ​ການ​ສໍາຫຼວດ​ທາງ​ດ້ານ​ທຸລະ​ກິ ດຍັງໄດ້​ຍົກ​ໃຫ້​ເຫັນ​ວ່າ​ພວກ​ເຂົາ­ເຈົ້າ​ເຊື່ອ​ວ່າ 60% ຂອງ​ພະ­ນັກ­ງານ ຍັງ​ຕ້ອງ­ການການ​ຝຶກ​ອົບ­ຮົມ​ທັກ​ສະ​ເພື່ອ​ກະ­ກຽມຄວາມ​ພ້ອມ​ໃນ​ການ​ເຮັດ​ວຽກ.

ຜ່ານ​ການ​ລົງ­ມື​ປະ­ຕິ­ບັດ​ຕົວ​ຈິງພາຍ​ໃນ​ໜຶ່ງ​ປີ ໃນ​ສະ​ຖາ​ບັນ​ຂອງ​ພວກເຂົາ­ເຈົ້າ, ສູນ​ການ​ຮຽນ​ຮູ້​ແມ່­ນ້ຳ​ຂອງ​ຈະໄດ້​ເຮັດ​ວຽກ​ຕາມ​ຮູບ​ແບບ Mekong Skills 2Work ແລະ​ສ້າງ​ເຄືອ​ຂ່າຍ​ລະດັບ​ພາກ​ພື້ນ​ຂອງ​ຜູ້­ນຳ​ໃນ​ຂົງ­ເຂດ​ວຽກງານ​ວິ ທະ​ຍາ​ສາດ, ເຕ​ັ ກ​ໂນ​ໂລ​ຊີ , ວິສະວະ​ກຳ, ຄະ­ນິດ­ສາດ, ການ​ບັນ­ຊີ ແລະການ­ທ່ອງ­ທ່ຽວ. ບັນ­ດາ​ຄູ​ອາ­ຈານ​ຈະ​ພັດທະ​ນາ ແລະ​ປະ­ຕິ­ບັດ​ວິ­ທີ​ການ​ຮຽນ​ຮູ້​ໂດຍຜ່ານ​ການ​ສິ​ດສອນ​ຮ່ຳຮຽນ​ໃນ​ຫ້ອງ​ຮຽນ ແລະ​ໃນ​ທົ່ວ​ສະ​ຖາ​ບັນ​ຂອງ​ພວກ​ເຂົາ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...