spot_img
Homeຂ່າວທ້ອງຖິ່ນກຸ່ມພັດທະນາກີ່ວຫຍ້າ ເມືອງຊຽງເງິນ ແຂວງຫຼວງພະບາງ ຈັດງານຫຼິ້ນບຸນຟົດ ປະຈໍາປີຂອງເຜົ່າ

ກຸ່ມພັດທະນາກີ່ວຫຍ້າ ເມືອງຊຽງເງິນ ແຂວງຫຼວງພະບາງ ຈັດງານຫຼິ້ນບຸນຟົດ ປະຈໍາປີຂອງເຜົ່າ

Published on

ການຫຼິ້ນບຸນຟົດ ຂອງຊຸມຊົນເຜົ່າກະຊັກ ຢູ່ເມືອງຊຽງເງິນ ແຂວງຫຼວງພະບາງ ເປັນຮີດຄອງປະເພນີການຫຼິ້ນບຸນປີໃໝ່ປະຈຳເຜົ່າ ທີ່ເຄີຍຈັດຕັ້ງການຫຼິ້ນມ່ວນໃນມື້ຂຶ້ນ 15 ຄໍ່າ ເດືອນສີ່ລາວຂອງທຸກໆປີ ສຳລັບບຸນຟົດໃນປີນີ້ ໄດ້ຈັດຂຶ້ນໃນວັນທີ່ 25 ມີນາ 2016 ທີ່ຜ່ານມາ ເຊິ່ງກົງກັບມື້ແຮມ 3 ຄໍ່າ ເດືອນສີ່ລາວ ຢູ່ທີ່ເດີ່ນຂອງບ້ານກີ່ວຈະລວງ ກຸ່ມບ້ານກີ່ວຫຽ້າ ເມືອງຊຽງເງິນ ແຂວງຫຼວງພະບາງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ເພັງ ຄຳມະວົງ ຮອງເຈົ້າເມືອງໆຊຽງເງິນ ມີອໍານາດການປົກຄອງທ້ອງຖິ່ນ ແລະ ພໍ່-ແມ່ປະຊາຊົນບ້ານອ້ອມຂ້າງເຂົ້າຮ່ວມຢ່າງຫຼວງຫຼາຍ.

ໂອກາດດັ່ງກ່າວ ທ່ານ ຫຸມພັນ ນາຍບ້ານກີ່ວຈະລວງ ໄດ້ເລົ່າໂດຍຫຍໍ້ກຽ່ວກັບປະຫວັດການເຄື່ອນຍ້າຍການຕັ້ງຖິ່ນຖານພູມລຳເນົາຂອງເຜົ່າກະຊັກ ຕະຫຼອດຮອດຄວາມເປັນມາຂອງສີລະປະການສະແດງຕ່ອຍເກິ່ງ ແລະ ການຟ້ອນດາບ ຄາບໄຫ ທີ່ມີສີສັນເປັນເອກະລັກຂອງເຜົ່າກະຊັກ ພ້ອມດຽວກັນນີ້ ທ່ານ ເພັງ ຄຳມະວົງ ຮອງເຈົ້າມືອງໆຊຽງເງິນ ກໍໄດ້ມີຄຳເຫັນກ່າວອວຍພອນພີ່ນ້ອງຊົນເຜົ່າກະຊັກທຸກຖ້ວນໜ້າ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ອຳນາດການປົກຄອງບ້ານກີ່ວຈະລວງ ກໍຄືບ້ານອ້ອມຂ້າງ ທີ່ໄດ້ມີຄວາມເອົາໃຈໃສ່ໃນການປົກປັກຮັກສາຮີດຄອງປະເພນີ ວັດທະນະທຳອັນດີງາມຂອງເຜົ່າໄວ້ໄດ້ເປັນຢ່າງດີ ແລະ ຮຽກຮ້ອງມາຍັງພີ່ນ້ອງເຜົ່າກະຊັກ ຈົ່ງພ້ອມກັນສືບຕໍ່ເສີມຂະຫຽາຍມູນເຊື້ອວັດທະນະທຳອັນດີງາມຂອງຕົນໃຫ້ນັບມື້ມີຄຸນຄ່າ ທັງມີລັກສະນະສືບທອດຕໍ່ໄປຈົນເທົ້າໃດໆ.

ຈາກນັ້ນ ມວນຊົນທີ່ເຂົ້າຮ່ວມກໍໄດ້ຊົມການສະແດງ ແຂ່ງຂັນສິລະປະຕ່ອຍເກິ່ງຂອງແຕ່ລະໜ່ວຍ ໂດຍເລີ່ມຈາກໜ່ວຍບ້ານພູຂວາ ກິ່ວໝາກນາວ ກິ່ວຫຽ້າ ຫ້ວຍເຮ້ຍ ແລະ ຕ່ອຍເກິ່ງ-ຟ້ອນດາບ ຄາບໄຫ ຂອງໜ່ວຍບ້ານກີ່ວຈະລວງ ບ້ານເຈົ້າພາບ ພ້ອມທັງຊົມລາຍການສະແດງສິລະປະຂອງນັກຮຽນປະຖົມແຕ່ລະບ້ານ ແລະ ມັດທະຍົມຕອນຕົ້ນກິ່ວຫຽ້າ ອັນໄດ້ເຮັດໃຫ້ພາຍໃນງານເຕັມໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ທັງມີຄວາມໝາຍຊົງຄຸນຄ່າຢ່າງເລິກເຊິ່ງຕາມປະເພນີແລ້ວ ເມື່ອເຖິງມື້ຂຶ້ນ 15 ຄໍ່າ ເດືອນສີ່ຂອງທຸກປີ ຊຸມຊົນ ເຜົ່າກະຊັກຈຳນວນ 6 ບ້ານ ທີ່ຢູ່ກຸ່ມພັດທະນາກີ່ວຫຽ້າຄື ບ້ານພູຂວາ ກິ່ວຈະລວງ ຫ້ວຍເຮ້ຍ ກິ່ວຫຽ້າ ກິ່ວໝາກນາວ ແລະ ບ້ານແສນອຸດົມ ຈະພ້ອມກັນ ໄປເຕົ້າໂຮມ ແລະ ຈັດຕັ້ງການຫຼິ້ນບຸນຟົດ ສະຫຼອງປີໃໝ່ປະຈຳເຜົ່າຢູ່ທີ່ບ້ານກິ່ວຈະລວງ ດ້ວຍຄວາມເບີກບານມ່ວນຊື່ນໃນແຕ່ລະປີບໍ່ໄດ້ຂາດ.
ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...