Homeຂ່າວທ້ອງຖິ່ນລາວກຽມຄວາມພ້ອມເພື່ອຫຼຸດຜ່ອນຄວາມສ່ຽງໄພພິບັດໃນຂະແໜງກະສິກຳ

ລາວກຽມຄວາມພ້ອມເພື່ອຫຼຸດຜ່ອນຄວາມສ່ຽງໄພພິບັດໃນຂະແໜງກະສິກຳ

Published on

ວັນທີ 29 ມີນານີ້, ໂຄງການເຊື່ອມໂຍງຄວາມອາດສາມາດ ແລະ ສ້າງເຄືອຂ່າຍຄຸ້ມຄອງ – ຫຼຸດຜ່ອນຄວາມສ່ຽງໄພພິບັດໃນຂະແໜງກະສິກຳ,ໄດ້ຈັດກອງປະຊຸມປຶກສາຫາລື,ເພື່ອທົບທວນຄືນບົດບາດ ແລະ ໜ້າທີ່ຂອງຫານຈັດຕັ້ງດັ່ງກ່າວຂອງວຽກງານຫຼຸດຜ່ອນຄວາມສ່ຽງໄພພິບັດໃນຂະແໜງກະສິກຳຂື້ນ,ທີ່ນະຄອນຫຼວງວຽງຈັນ,ໂດຍການເຂົ້າຮ່ວມຂອງທ່ານ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມືກະຊວງກະສິກຳ ແລະ ປ່າໄມ້, ມີຜູ້ຕາງໜ້າອົງການອາຫານ ແລະ ການກະເສດປະຈຳລາວ,ຕົວແທນຈາກພະແນກ ກະສິກຳ ແລະປ່າໄມ້ທ້ອງຖິ່ນຕ່າງໆເຂົ້າຮ່ວມເປັນຈຳນວນຫຼາຍ.

ຮອງຫົວໜ້າກົມແຜນການ ແລະ ການຮ່ວມມືໃຫ້ຮູ້ວ່າ: ເພື່ອເປັນການທົບທວນຄືນຄວາມຕ້ອງການຕ່າງໆ,ຂອງຄະນະປະຕິບັດງານສຳລັບການຈັດຕັ້ງປະຕິບດ 4 ບັນຫາໃນຂົງເຂດວຽກງານຫຼຸດຜ່ອນຄວາມສ່ຽງໄພພິບັດທີ່ກະຊວງກະສິກຳ ແລະ ປ່າໄມ້ໄດ້ຮັບຮອງເອົາຄື: ບຸລິມະສິດຂອງຄວາມສ່ຽງ,ສ້າງຄວາມເຂັ້ມແຂງດ້ານການຄຸ້ມຄອງໄພພິບັດເພື່ອຈັດການກັບຄວາມສ່ຽງດັ່ງກ່າວ, ການລົງທຶນເຂົ້າວຽກງານຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ບຸລິມະສິດເສີມຂະຫຍາຍຄວາມພ້ອມເພື່ອຮັບມືໄພພິບັດ, ເພື່ອການຕອບໂຕ້ທີ່ມີປະສິດພິພາບໃນການຟື້ນຟູ, ປົວແປງ ແລະ ການກໍ່ສ້າງຄືນໃໝ່ ແລະ ການປຸກຈິດສຳນຶກໃຫ້ປະຊາຊົນບັນດາເຜົ່າມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບການປູກເຂົ້າ, ສາລີ,ໝາກຖົ່ວ, ປູກເຫັດ ແລະ ການລ້ຽງປາ, ແບ້, ໄກ່  ແລະ ເປັດທີ່ຢູ່ພາຍໃຕ້ຂອບເຂດຂອງໂຄງການອີກດ້ວຍ, ພ້ອມນີ້ຜູ້ເຂົ້າຮ່ວມຍັງໄດ້ສະເໜີນະໂຍບາຍສະເພາະຂອງແຕ່ລະຂະແໜງຂອງຕົນທີ່ເຮັດໜ້າທີ່ຫຼຸດຜ່ອນຄວາມສ່ຽງໄພພິບັດໃນຜ່ານມາໄດ້ມີຄວາມພ້ອມແນວໃດ.

 

ແຫລ່ງຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...