Homeຂ່າວທ້ອງຖິ່ນຫົວ­ພັນ​ ເສຍ​ຫາຍ​ຈາກໄຟ​ລາມ​ປ່າ​ເກືອບ​ພັນ​ເຮັກ­ຕາ

ຫົວ­ພັນ​ ເສຍ​ຫາຍ​ຈາກໄຟ​ລາມ​ປ່າ​ເກືອບ​ພັນ​ເຮັກ­ຕາ

Published on

   ທ່ານ ວາ​ສະ​ນູນ ສໍ​ອິນ​ໄຊ ຫົວ­ໜ້າ ຂະ­ແໜງ​ຄຸ້ມ​ຄອງ​ຊັບ­ພະ­ຍາ­ກອນ​ປ່າ­ໄມ້ພະ​ແນກ​ຊັບ­ພະ­ຍາ­ກອນ ແລະ​ສິ່ງ​ແວດລ້ອມ​ແຂວງ​ຫົວ­ພັນ​ໄດ້​ຮູ້​ກ່ຽວ​ກັບ​ສະພາບ​ໄຟ​ໄໝ້​ລາມ​ປ່າ​ຢູ່​ແຂວງ​ຫົວ­ພັນ​ທີ່ ເກີດ​ຂຶ້ນ​ໃນ​ປີ​ນີ້​ວ່າ: ສຳ­ລັບ​ໄຟ​ລາມ​ປ່າ​ທີ່​ເກີດ​ຂຶ້ນ​ຢູ່​ແຂວງຫົວ­ພັນ​ປີ​ນີ້​ເລີ່ມ​ແຕ່​ກາງ​ເດືອນ​ກຸມ­ພາເປັນ­ຕົ້ນ​ມາ​ຮອດ​ກາງ​ເດືອນ​ມີ­ນາ​ຈິ່ງ​ສາມາດ​ດັບ​ມອດ​ໄດ້​ສຳ­ເລັດ​ມີ​ເນື້ອ­ທີ່​ປ່າໄມ້​ທີ່​ຖືກ​ໄຟ​ໄໝ້​ທັງ​ໝົດ 951  ເຮັກ­ຕາ. ໃນ​ນັ້ນ​ພື້ນ​ທີ່​ທີ່​ຖືກ­ເສຍ​ຫາຍ​ຫຼາຍ​ກວ່າ​ໝູ່ຢູ່​ໃນ​ປ່າ​ສະ­ຫງວນ​ແຫ່ງ​ຊາດ​ສອງ​ແຫ່ງ ຄື: ປ່າ​ສະ­ຫງວນ​ນ້ຳ​ຊຳ ແລະ​ປ່າ​ສະຫງວນ​ນ້ຳ​ແອດ​ພູ​ເລີຍ​ຖືກ​ໄຟ​ໄໝ້​ກວມ 60% ຂອງ​ເນື້ອ­ທີ່​ທັງ​ໝົດ, ນອກ­ຈາກ​ນີ້ຍັງ​ມີ​ປ່າ​ປ້ອງ​ກັນ ແລະ​ປ່າ​ຊົມ­ໃຊ້​ຂອງ ບ້ານ​ຈຳ­ນວນ​ໜຶ່ງ, ສ່ວນ​ຂອບ​ເຂດ​ເມືອງ ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຫຼາຍ​ກວ່າ​ໝູ່​ແມ່ນເມືອງ​ວຽງ​ໄຊ, ເມືອງ​ຊຳ​ໃຕ້, ເມືອງ ກວັນ, ເມືອງ​ຮ້ຽມ ແລະ​ເມືອງ​ຊຳ​ເໜືອ. ເມື່ອ​ເກີດ​ມີ​ສະ­ພາບ​ການ​ດັ່ງ­ກ່າວ​ແລ້ວທາງ​ຄະ­ນະ​ນຳ​ຂັ້ນ​ແຂວງ, ພະ­ແນກ­ການ ກ່ຽວ­ຂ້ອງ​ກໍ່​ໄດ້​ມີ​ການ​ປະ­ສານ​ສົມ­ທົບ ກັບ​ພະ­ແນກ­ການ​ອ້ອມ​ຂ້າງ, ກົມ​ກອງ, ຫ້ອງ­ການ ແລະ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ໃນກຸ່ມ​ບ້ານ, ບ້ານ​ເພື່ອ​ລະ­ດົມ​ຄົນ ແລະ ພາ­ຫະ­ນະ​ຕ່າງໆ​ເຂົ້າ​ຮ່ວມ​ຂະ​ບວນ​ການມອດ​ໄຟ​ມີ​ປະ­ມານ 1500 – 1800 ເທື່ອຊຶ່ງ​ມາ​ຮອດ​ປະ­ຈຸ​ບັນ​ນີ້​ສາ­ມາດ​ແກ້​ໄຂ​ບັນຫາ​ໄຟ​ລ່າມ​ປ່າ​ໄດ້​ໂດຍ​ພື້ນ­ຖານ​ໃນ​ຂອບເຂດ​ເມືອງ​ທີ່​ມີ​ເຫດ­ການ​ດັ່ງ­ກ່າວ​ເກີດ ຂຶ້ນ​ສາ­ເຫດ​ຕົ້ນ­ຕໍ​ຂອງ​ໄຟ​ລາມ​ປ່າ​ມີ 3 ສາ­ເຫດ​ຄື: ຍ້ອນ​ບຸກ­ຄົນ​ດັງ­ໄຟ​ຢູ່​ໃນ​ປ່າ ແລ້ວ​ລືມ​ມອດ ຍ້ອນ​ປະ­ຊາ­ຊົນ​ຈຳ­ນວນ ໜຶ່ງ​ຈູດ​ປ່າ​ເພື່ອ​ລ່າ­ເນື້ອ ແລະ​ຍ້ອນ​ປະຊາ​ຊົນ​ຈູດ​ສວນ ໄຮ່ ໂດຍ​ບໍ່​ຖືກ​ຕາມ​ເຕັກນິກ​ວິ­ຊາ​ການ​ບໍ່​ຄຳ­ນຶງ​ເຖິ່ງ​ສະ­ພາບ​ດິນ ຟ້າ​ອາ­ກາດ​ຕໍ່​ກັບ​ມາດ​ຕະ­ການ​ຜູ້​ລະ­ເມີດ ແມ່ນ​ອີງ­ໃສ່​ກໍ່​ລະ​ນີ​ນີ້​ເຫດ­ການ​ໜັກ ຫຼື ເບົາ​ເຊັ່ນ: ບາງ​ກໍ­ລະ­ນີ​ນີ້​ກໍ​ສຶກ​ສາ​ອົບ­ຮົມ, ບາງ​ກໍ​ລະ​ນີ້​ກໍ​ຖືກ​ປັບ​ໃໝ​ແລ້ວ​ແກ້​ໄຂຕາມ​ລະ­ບຽບ​ການ.

    ພ້ອມ​ນີ້​ທ່ານ​ຍັງ​ໄດ້​ຮຽກ­ຮ້ອງ​ໃຫ້​ພໍ່ແມ່​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ທຸກໆ​ຄົນ​ຕ້ອງເປັນ​ເຈົ້າ​ການ​ເຝົ້າ​ລະ­ວັງ​ເພື່ອ​ບໍ່​ໃຫ້​ເກີດ​ມີ​ໄຟ​ໄໝ້​ລ່າມ​ປ່າ​ອີກແຕ່​ຖ້າ​ຫາ​ກວ່າ​ມີ​ເຫດການ​ດັ່ງ­ກ່າວ​ເກີດ​ຂຶ້ນ​ຢູ່​ບ່ອນ​ໃດ​ຕ້ອງ​ໄດ້ພ້ອມ​ກັນ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ສະ­ກັດ​ກັ້ນ​ຕ້ານເພື່ອ​ບໍ່​ໃຫ້​ເກີດ​ຜົນ​ເສຍ​ຫາຍ​ຕໍ່​ຊັບສິນ​ຂອງ​ປະ­ຊາ­ຊົນ, ຜູ້​ທີ່​ຈະ​ຈູດ​ໄຮ່, ສວນກໍ​ຕ້ອງ​ມີ​ສະ­ຕິ​ລະ­ວັງ​ຕົວ​ກ່ອນ​ຈະ​ຈູດຕ້ອງ​ໄດ້​ແຈ້ງ​ໃຫ້​ຄະ­ນະ​ຄຸ້ມ​ຄອງ​ບ້ານ, ອຳ­ນາດ​ການ​ປົກ­ຄອງ​ບ້ານ​ຮັບ​ຮູ້​ຕ້ອງມີ​ການ​ຖາງ​ແລວ ເພື່ອ​ປ້ອງກັນ​ບໍ່​ໃຫ້​ໄຟ​ລ່າມ​ປ່າ​ໄປ​ເຖິງ​ບ່ອນ​ອື່ນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...