spot_img
Homeຂ່າວຕ່າງປະເທດຟີແດນ ກາສໂຕຣ ອະດີດປະທານປະເທດກູບາລະບຸ ບໍ່ຕ້ອງການຂອງຂວັນ ຈາກຈັກກະພັດອາເມຣິກາ!

ຟີແດນ ກາສໂຕຣ ອະດີດປະທານປະເທດກູບາລະບຸ ບໍ່ຕ້ອງການຂອງຂວັນ ຈາກຈັກກະພັດອາເມຣິກາ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ມີນາຜ່ານມານີ້ວ່າ ທ່ານ ຟິແດນ ກາສໂຕຣ ອະດີດປະທານປະເທດ ແລະ ລັດຖະບູລຸດ ແຫ່ງ ສາທາລະນະລັດກູບາ ຊຶ່ງເປັນອ້າຍຂອງ ທ່ານ ຣາອູນ ກາສໂຕຣ ປະທານປະເທດກູບາຄົນປັດຈຸບັນ  ໄດ້ຂຽນບົດຄວາມຕີພິມລົງ ໜັງສືພິມກຣານມາ ຊຶ່ງເປັນປາກກະບອກສຽງຂອງລັດຖະບານ ສະບັບວັນທີ 28 ມີນາ 2016 ມີເນື້ອໃນວ່າ ກູບາບໍ່ຕ້ອງການຂອງຂວັນ ຈາກ ” ຈັກກະພັດອາເມຣິກາ ” ເນື່ອງຈາກຄວາມບາດໝາງໃນອະດີດກວ່າ 50 ປີ ຊຶ່ງໂທດກຳທີ່ຊາວກູບາ ຍາກທີ່ຈະລືມໄດ້ ແລະ ເມື່ອໄດ້ຮັບຟັງຖ້ອຍຖະແຫລງຂອງ ປະທານາທິບໍດີ ບາຣັກ ໂອບາມາ ແຫ່ງ ສະຫະລັດອາເມຣິກາ ທີ່ເດີນທາງມານະຄອນຫລວງລາຮາວານ ເມື່ອອາທິດທີ່ຜ່ານມາແລ້ວ ເຫັນໄດ້ວ່າຫວານນອກຂົມໃນ.

ທ່ານ ກາສໂຕຣ ຊຶ່ງປັດຈຸບັນອາຍຸໄດ້ 89 ປີ ໄດ້ກ່າວໃນບົດຄວາມຂອງຕົນອີກວ່າ ຄຳແນະນຳທີ່ດີທີ່ສຸດ ຊຶ່ງສາມາດມອບໃຫ້ແກ່ ລັດຖະບານວໍຊິງຕັນ ໃນເວລານີ້ຄື ຂໍໃຫ້ໂອບາມາຢຸຕິຄວາມພະຍາຍາມ ສ້າງທິດສະດີຫັນປ່ຽນໂດຍສັນຕິ ແລະ ບິດເບືອນສະຖານະການທາງການເມືອງ ຢູ່ປະເທດກູບາອີກ ພ້ອມທັງໄດ້ເນັ້ນຢ້ຳອີກວ່າ ຊາວກູບາມີສັກສີ ແລະ ສາມາດເພິ່ງພາຕົນເອງໄດ້ ໂດຍຈະບໍ່ມີທາງຕົກຢູ່ທ່າມກາງພາບລວງຕາ ທີ່ອີກຝ່າຍໜຶ່ງສ້າງຂຶ້ນມາ ແລະ ປະລາໄຊໃຫ້ແກ່ ຄວາມຈອມປອມ ຫລື ແນວທິດທຶນນິຍົມ ທີ່ສະຫະລັດອາເມຣິກາໄດ້ຍື່ນມາໃຫ້ ຜ່ານການພັດທະນາດ້ານການສຶກສາ, ວິທະຍາສາດ ແລະ ວັດທະນະທຳ.

ບົດຄວາມດັ່ງກ່າວຂອງ ກາສໂຕຣ ຖືເປັນການຕອບໂຕ້ຖ້ອຍຖະແຫລງຂອງ ບາຣັກ ໂອບາມາ ຊຶ່ງກ່າວຂໍການໃຫ້ອະໄພຈາກຊາວກູບາ ຕໍ່ບົດບາດຂອງລັດຖະບານອາເມຣິກາ ທີ່ມີຕໍ່ກັບກູບາໃນໄລຍະສົງຄາມເຢັນ ພາຍຫລັງທີ່ ທ່ານ ຟິແດນ ກາສໂຕຣ ນຳພາມວນຊົນຊາວກູບາ ເຮັດການປະຕິບັດໂຄ່ນລົ້ມ ລະບອບການປົກຄອງຜະເດັດການທຶນນິຍົມຂອງ ທ່ານ ຟຸນເກນຊິໂອ ບາຕິສຕາ ທີ່ໄດ້ຮັບການສະໜັບສະໜູນ ຈາກສະຫະລັດອາເມຣິກາ ເມື່ອປີ 1959.

 

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...