Homeຂ່າວຕ່າງປະເທດສຫລ ໃຫ້ເງິນຊ່ວຍເຫຼືອ 20 ລ້ານ​ໂດ​ລາ​ ແກ່ຢູໂຣບ ເພື່ອຮັບມື ກັບວິກິດການ ອົບພະຍົບ

ສຫລ ໃຫ້ເງິນຊ່ວຍເຫຼືອ 20 ລ້ານ​ໂດ​ລາ​ ແກ່ຢູໂຣບ ເພື່ອຮັບມື ກັບວິກິດການ ອົບພະຍົບ

Published on

ສະຫະລັດ​ ​ໃຫ້​ເງິນ​ຊ່ວຍ​ເຫຼືອ​ຈຳນວນ 20 ລ້ານ​ໂດ​ລາ​ແກ່​ຢູ​ໂຣບເພື່ອ​ສົມທົບ​ເຂົ້າ​ໃນ​ຄວາມ​ພະຍາຍາມ​ຂອງນາໆ​ຊາດ ​ໃນ​ການ​ຮັບ​ມື​ກັບວິດ​ກິດ​ການ​ອົບ​ພະຍົບ.ກະຊວງ​ການ​ຕ່າງປະ​ເທດສະຫະລັດ ​ໄດ້​ອອກ​ຖະ​ແຫລ​ງຂ່າວສະບັບ​ຫນຶ່ງ​ໃນ​ວັນ​ຈັນ​ທີ່ຜ່ານມາ​ໂດຍ​ກ່າວ​ວ່າ ​ເງິນ​ຈຳນວນ​ນີ້​ແມ່ນ​ຈະ​ໄປ​ຊ່ວຍ​ເຫຼືອ​ອົງການ​ສະຫະ​ປະຊາ​ຊາດ ​ແລະ​ ອົງການ​ສະພາກາ​ແດງ​ນາໆ​ຊາດ ທີ່​ຈະ​ໃຫ້ການ​ຄຸ້ມ​ຄອງ ​ໃຫ້​ບ່ອນຢູ່​ອາ​ໄສ ​ແລະ​ ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອຢ່າງ​ອື່ນໆ​ນຳ ​ໃນ​ທົ່ວ​ພາກ​ພື້ນ​ຢູ​ໂຣບ.

745

ການ​ປະກາດ​ກ່ຽວ​ກັບ​ການ​ຊ່ວຍ​ເຫລືອ​ຄັ້ງ​ໃໝ່ນີ້ ຈະ​ເພີ່ມການ​ຊ່ວຍ​ເຫລືອ​ທັງ​ໝົດ​ຂອງ​ສະຫະລັດ​ຂຶ້ນ​ເປັນ​ເກືອບ 44 ລ້ານ​ໂດ​ລ່າ ນັບ​ຕັ້ງ​ແຕ່​ໄດ້​ເລີ້​ມ​ໃນ​ປີ​ກາຍ​ນີ້. ປະມານ 17 ລ້ານ5 ​ແສນ​ໂດ​ລ່າ ຈະນຳ​ໃຊ້ເ​ພື່ອຊ່ວຍ​ຈັດຕັ້ງປະຕິບັດ ​ໂຄງການ​ຂອງ​ອົງການ​ອົບ​ພະຍົບສະຫະ​ປະຊາ​ຊາດ ຫຼື UNHCR ​ແລະ​ແຜນການ​ຮັບ​ມື​ກັບພວກ​ອົບ​ພະຍົບ​ໃນ​ຂົງ​ເຂດຂອງ​ຢູ​ໂຣບ. ​ໂດຍ​ສະ​ເພາະ​ແລ້ວ ​ເງິນ​ຈຳນວນ​ນີ້​ຈະ​ໄປ​ຊ່ວຍໃນການຈັດ​ສັນແລະ​ການ​ບໍລິຫານ​ກ່ຽວ​ກັບ​ພວກ​ອົບ​ພະຍົບທີ່​ຫາ​ກໍ​ເດີນທາງ​ໄປ​ຮອດ​ໃໝ່​ ສົ່ງ​ເສີ​ມການ​ໃຫ້​ຄຳ​ປຶກສາ​ ​ແລະ​ເພີ້​ມ ການ​ໂອ້​ລົມ​ສົນທະນາ​ກັນລະຫວ່າງ​ລັດຖະບານ ​ແລະ​ພວກ​ອົບ​ພະຍົບ​ ໃນ​ການ​ອົບ​ພະຍົບທີ່​ຖືກຕ້ອງ​ຕາມ​ກົດໝາຍ​ນັ້ນ.

ເງິນ​ທີ່​ຍັງ​ເຫຼືອ​ນັ້ນ​ແມ່ນ​ມີ​ປະ​ມານ 2 ລ້ານ 5 ​ແສນໂດ​ລາ ຈະ​ນຳ​ໄປ​ໃຊ້​ກ່ຽວ​ກັບການ​ຮ້ອງ ຮຽນ​ສຸກ​ເສີນຂອງ​ກຣີສ​ເມື່ອ​ໄວໆ​ມານີ້​ ​ແລະ​ເພື່ອ​ຊ່ວຍ​ເຫລືອ​ພວກ​ອົບ​ພະຍົບ​ແມ່ຍິງ​ແລະເດັກນ້ອຍ​ແມ່ຍິງ ​ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຢູ​ໂຣບ. ມັນ​ຈະ​ຖືກ​ນຳໃຊ້ເພື່ອ​ ພວກ​ເຈົ້າ​ໜ້າ​ທີ່​ກຣີສ ທີ່​ໃຫ້​ການຊ່ວຍ​ເຫລືອພວກ​ທີ່​ຖືກ​ຂົ່ມຂືນສຳ​ເລົາ​ແລະ​ຊ່ວຍ​ເຫຼືອ​ປ້ອງ​ກັນ​ແລະ​ຮັບ​ມື​ກັບ​ຄວາມ​ຮຸນ​ແຮງ​ທາງ​ເພດ ​ໃນ​ທົ່ວ​ຂົງ​ເຂດ.

ການ​ປະກາດ​ດັ່ງກ່າວ​ນີ້ ມີ​ຂຶ້ນ​ພຽງ​ສັບປະດາ​ດຽວ​ເທົ່າ​ນັ້ນ ຫຼັງ​ຈາກ​ທີ່ສະຫະພາບ​ຢູ​ໂຣບ​ແລະ​ເທີ​ກີ ​ໄດ້​ບັນລຸ​ກັນໃນ​ສິ່ງ​ທີ່​ບັນດາ​ຜູ້ນຳ​ທັງ​ສອງ​ຝ່າຍເອີ້ນ​ວ່າ “ຂໍ້​ຕົກລົງຄັ້ງປະຫວັດສາດ” ​ເພື່ອ​ຮັບ​ມືກັບ​ພວກ​ອົບ​ພະຍົບທີ່​ເຂົ້າ​ໄປໃນ​ກຣີສ​ແບບ ຜິ​ດກົດໝາຍ ຜ່າ​ນທາງ​ຊິ​ເຣຍ ​ແລະ ​ບ່ອນ​ອື່​ນໆ​ນັ້ນ.

 

ແຫລ່ງຂ່າວຈາກ: ຂ່າວ ວີໂອເອລາວນີສ

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...