Homeຂ່າວຕ່າງປະເທດພົບ​ແຫຼ່ງ​ແກ໊ສຂະໜາດ​ໃຫຍ່​ທີ່ທານ​ຊາ​ນີ

ພົບ​ແຫຼ່ງ​ແກ໊ສຂະໜາດ​ໃຫຍ່​ທີ່ທານ​ຊາ​ນີ

Published on

ບໍລິສັດ​ດູ​ໄບ​​​ເປີດເຜີຍ​ການ​ຄົ້ນ​ພົບແຫຼ່ງ​ແກ໊ສທຳ​ມະ​ຊາດ​ເທິງ​ບົກ​ຂະໜາດ​ໃຫຍ່​ສຸດ​ໃນ​ປະ​ເທດ​ທານ​ຊາ​ນີ ມີ​ປະລິມານ​ແກ໊ສຢູ່​ຢ່າງ​ໜ້ອຍ 2,7 ພັນ​ຕື້​​ແມັດ​ກ້ອນ.

ສຳນັກຂ່າວເອພີລາຍ​ງານ​ວ່າ ບໍລິສັດ​ດອດ​ຊາລ ກຣຸບ ​ແຫ່ງ​​ດູ​ໄບ ​ເປີດ​ເຜີຍ​ການ​ຄົ້ນ​ພົບ​ແຫຼ່ງ​ແກ໊ສທຳ​ມະ​ຊາດ​ເທິງ​ບົກ​ແຫ່ງ​ໃໝ່​ໃນ​ແອ່ງຣູວູ ​ເຂດ​ໂຄສ ຂອງ​ທານ​ຊາ​ນີ ​ໂດຍ​ມີ​ແກ໊ສ​ເກືອບ 2,7 ພັນ​ຕື້​​ແມັດ​ກ້ອນ ມູນ​ຄ່າ​ປະມານ 8 ຕື້​ໂດ​ລາ​ສະຫະລັດ.

ດອດ​ຊາລ ກຣຸບ ຊຶ່ງ​ເລີ່​ມກໍ່​ຕັ້ງ​ບໍລິສັດ​ຢູ່​ອິນ​ເດຍ ຕອນ​ທຳ​ອິດ​ປະ​ເມີນ​ວ່າ​ແກ໊ສທຳ​ມະ​ຊາດ​ໃນ​ແຫຼ່ງທີ່​ພົບ​ໃໝ່​ມີ 2,17 ພັນ​ຕື້​ແມັດ​ກ້ອນ ​ແຕ່​ການ​ສຶກສາ​ເພີ່ມ​ຕື່ມ​ພົບ​ວ່າ ປະລິມານ​ແກ໊ສມີ​ຢູ່​ເກືອບ 2,7 ພັນ​ຕື້​ແມັດ​ກ້​ອນ ​ແລະ ມີ​ຄວາມ​ເປັນ​ໄປ​ໄດ້​ທີ່​ປະລິມານ​ອາດ​ສູງ​ເຖິງ 3,8 ພັນ​ຕື້​ແມັດ​ກ້ອນ ຊຶ່ງ​ຈະ​ເຮັດ​ໃຫ້​ມູນ​ຄ່າ​ຢູ່​ທີ່ 11 ຕື້​ໂດ​ລາ.

ຖະ​ແຫຼ​ງການ​ຂອງ​ດອດ​ຊາລ ກຣຸບ ​ໃນ​ວັນ​ທີ 28 ມີນາ​ທີ່​ຜ່ານ​ມາ​ລະບຸ​ວ່າ ນັບ​ເປັນ​ແຫຼ່ງ​ແກ໊ສທຳ​ມະ​ຊາດ​ເທິງ​ບົກ​ຂະໜາດ​ໃຫຍ່​ສຸດ​ເທົ່າ​ທີ່​ເຄີຍ​ພົບ​ໃນ​ທານ​ຊາ​ນີ ​ແລະຈະ​ຊ່ວຍ​ກະ​ຕຸ້ນ​ເສດຖະກິດ​ຂອງ​ປະ​ເທດ​ໄດ້​ຢ່າງ​ມະຫາສານ ​ແລະ ບໍລິສັດ​ໄດ້​ລົງທຶນ​ໄປ​ແລ້ວ 200 ລ້ານ​ໂດ​ລາ ​ແລະ ມີ​ແຜນ​ຈະ​ລົງທຶນ​ອີກ 300 ລ້ານ​ໂດ​ລາ ​ເພື່ອ​ສະໜັບສະໜູນ​ການ​ຢື່ນຂໍ​ສຳ​ປະທານ ສຳ​ຫຼວດ​ແຫຼ່ງນ້ຳມັນ ​ແລະ ​ແກ໊ສ​ເທິງ​ບົກ​ຢູ່​ແທນ​ຊາ​ນີ​ໃນ​ໄລຍະ 2 ປີ​ຂ້າງໜ້າ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...