Homeຂ່າວຕ່າງປະເທດຊາອູດີ ອາເຣເບຍ ປ່ອຍຕົວນັກໂທດ ເຢເມນ 109 ຄົນ

ຊາອູດີ ອາເຣເບຍ ປ່ອຍຕົວນັກໂທດ ເຢເມນ 109 ຄົນ

Published on

ພັນທະມິດນຳໜ້າໂດຍ ຊາອູດີ ອາເຣເບຍ ສູ້ຮົບກັບກຸ່ມກະບົດ ນິກາຍ Shi’ite ໃນ ເຢເມນ ກ່າວໃນວັນຈັນມື້ນີ້ວ່າ ຕົນໄດ້ປ່ອຍຕົວ ນັກໂທດ ເຢເມນ 109 ຄົນໃນການແລກປ່ຽນ ກັບຄົນສັນຊາດ ຊາອູດີ ອາເຣເບຍ 9 ຄົນທີ່ຖືກຄຸມຂັງຢູ່.

ຖະແຫຼງການຂອງກຸ່ມພັນທະມິດບໍ່ໄດ້ໃຫ້ຂໍ້ມູນກ່ຽວກັບວ່າ ຄົນຊາອູດີ ອາເຣເບຍ ໄດ້ຖືກ ກັກຂັງຢູ່ບ່ອນໃດ ແລະ ດ້ວຍວິທີໃດ, ແຕ່ໄດ້ກ່າວວ່າຄົນ ເຢເມນ ໄດ້ຖືກຈັບຢູ່ໃກ້ກັບເຂດຊາຍແດນຂອງ ຊາອູດີ ອາເຣເບຍ.

ພວກກະບົດ Houthi ນິກາຍ Shi’ite ໄດ້ຍຶດເອົານະຄອນຫຼວງ Sana’a ຂອງ ເຢເມນ ໃນເດືອນກັນຍາ 2014 ແລະ ໃນເດືອນມີນາ ປີກາຍນີ້ ໄດ້ບຸກໂຈມຕີ ຄືບໜ້າໄປຮອດ ເມືອງທ່າເຮືອ Aden ຢູ່ທາງພາກໃຕ້ຂອງປະເທດ ເຮັດໃຫ້ປະທານາທິບໍດີ ທ່ານ Abdu Rabu Mansour Hadi ຕ້ອງຫຼົບໜີອອກໄປປະເທດ ຊາອູດີ ອາເຣເບຍ.

ຊາອູດີ ອາເຣເບຍ ໄດ້ຕອບໂຕ້ດ້ວຍການກໍ່ຕັ້ງກຸ່ມພັນທະມິດ ເພື່ອດຳເນີນການໂຈມຕີທາງອາ ກາດຕໍ່ກັບພວກ Houthi, ແລະ ຕໍ່ມາຄວາມຂັດແຍ້ງກໍໄດ້ລວມເອົາທະຫານເທິງພື້ນດິນທີ່ສະໜັບສະໜູນທ່ານ Hadi ຕໍ່ສູ້ກັບພວກກະບົດ ແລະ ມີເຫດການຄວາມຮຸນແຮງບາງຄັ້ງຄາວຢູ່ຕາມເຂດຊາຍແດນ ຊາອູດີ ອາເຣເບຍ ແລະ ເຢເມນ.

ການຕໍ່ສູ້ກັນໄດ້ເຮັດໃຫ້ປະຊາຊົນຫຼາຍກວ່າ 6,000 ຄົນເສຍຊີວິດໃນປະເທດທີ່ທຸກຍາກທີ່ສຸດຂອງບັນດາປະເທດ ອາຣັບແຫ່ງນັ້ນ.

 ແຫລ່ງຂ່າວຈາກ: ເວັບໄຊ໌ ລາວວີໂອເອນີສ.ຄອມ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...