Homeຂ່າວທ້ອງຖິ່ນຊຽງ​ຂວາງ​ສ້າງສະ​ໝາມກີ­ລາ​ໂບ​ລິ້ງ

ຊຽງ​ຂວາງ​ສ້າງສະ​ໝາມກີ­ລາ​ໂບ​ລິ້ງ

Published on

ໃນ​ຕອນ​ເຊົ້າ​ວັນ​ທີ 27 ມີ­ນາ 2016 ນີ້ ທ່ານ ດຣ. ບົວ​ສອນສີ​ນວນ​ທອງຮອງ​ເລ­ຂາ​ພັກ​ແຂວງຮອງ​ເຈົ້າ­ແຂວງໆຊຽງ​ຂວາງພ້ອມ​ດ້ວຍ​ຄະ­ນະ​ໄດ້​ລົງ​ກວດ­ກາ​ໂຄງ­ການກໍ່­ສ້າງສະ­ໜາມ​ກີ­ລາ​ໂບ​ລິ້ງ ຢູ່​ບ້ານ​ໂພນ​ມີໄຊເມືອງແປກແຂວງ ຊຽງ​ຂວາງໂດຍ​ການສຳ​ປະ­ທານ​ກໍ່­ສ້າງ​ຂອງ​ ທ່ານນາງ ຢາງ ລີ ຊຶ່ງ​ໂຄງ­ການ​ດັ່ງ­ກ່າວ​ໄດ້​ເລີ່ມ​ລົງ­ມື​ກໍ່­ສ້າງ​ມາແຕ່​ທ້າຍ​ເດືອນ​ຕຸ­ລາ​ປີ 2015 ປະ­ຈຸ​ບັນສຳ­ເລັດ​ແລ້ວ 80% ຄາດ​ວ່າ​ອີກ 3 ເດືອນ​ຂ້າງ​ໜ້າ​ຈະ​ສຳ­ເລັດ 100% ມູນຄ່າ​ການ​ກໍ່­ສ້າງ 600.000 ໂດ​ລາສະຫະ​ລັດ ໂຄງ­ການ​ດັ່ງ­ກ່າວ​ນີ້​ແມ່ນ​ຜູ້​ສຳປະ­ທານ​ອອກ­ທຶນ​ກໍ່­ສ້າງ​ກ່ອນ 100% ພາຍ​ໃນ​ອາ­ຄານ​ຍັງ​ມີ​ຮ້ານ​ຂາຍ­ເຄື່ອງ​ກີລາ​ໂບ​ລິ້ງ, ຫ້ອງ​ອາ­ຫານ, ຫ້ອງ​ອອກກຳ­ລັງ​ກາຍ (ຟິດ​ເນັດ) ພາຍ­ຫຼັງ​ສຳ­ເລັດຈະ​ເປີດ​ພິ­ທີ​ຢ່າງ​ເປັນ​ທາງ​ການໂດຍ​ຈະເຊີນ​ເອົາ​ບັນ­ດາ​ສະ­ໂມ­ສອນ​ໂບ​ລິ້ງ​ໃນ​ທົ່ວປະ­ເທດ​ມາ​ແຂ່ງ­ຂັນ​ຊີງ​ຂັນ​ທ່ານ​ເຈົ້າແຂວງໆ​ຊຽງ​ຂວາງເພື່ອ​ເປັນ​ການ​ຝຶກຊ້ອມ​ນັກ­ກີ­ລາ​ຊຽງ​ຂວາງ​ໃຫ້​ມີ​ສີ­ມື​ໃນການ​ຫຼິ້ນ​ເພື່ອ​ແຂ່ງ­ຂັນ​ໃນ​ງານ​ຕ່າງໆທັງເປັນ​ການ​ຝຶກ​ຊ້ອມເກັບ​ຕົວ​ນັກ­ກີ­ລາ​ຮັບໃຊ້​ງານ​ມະ​ຫະ​ກຳ​ກີ­ລາ​ແຫ່ງ​ຊາດ​ຄັ້ງ​ທີ 11 ທີ່​ແຂວງ​ຊຽງ​ຂວາງ​ເປັນ​ເຈົ້າ­ພາບໃນ​ປີ 2018 ທີ່​ຈະ​ມາ​ເຖິງ​ນີ້ ການ​ກວດກາ​ຄັ້ງ​ນີ້​ຍັງ​ໄດ້​ເຊື້ອ​ເຊີນທ່ານຄຳ​ມະ­ນີມະ­ນີ​ວົງຈາກ​ສະ­ຫະ­ພັນ​ໂບ​ລິ້ງ​ແຫ່ງຊາດ​ມາ​ກວດ­ກາ​ໂຄງ­ການ​ດັ່ງ­ກ່າວ​ນຳອີກທ່ານດຣ. ບົວ​ສອນສີ​ນວນ​ທອງຮອງ​ເລ­ຂາ​ພັກ​ແຂວງຮອງ​ເຈົ້າ­ແຂວງໆຊຽງ​ຂວາງ​ກໍ​ໄດ້​ສະ­ແດງ​ຄວາມ​ດີ­ໃຈເປັນ​ຢ່າງ​ຍິ່ງ​ຕໍ່​ຜູ້​ສຳ​ປະ­ທານ​ກໍ່­ສ້າງ​ທີ່​ໄດ້ທຸ່ມ​ເທ​ທຶນ­ຮອນ​ໃສ່​ໃນ​ການ​ກໍ່­ສ້າງເຮັດໃຫ້­ການ​ກໍ່­ສ້າງ​ດຳ­ເນີນ​ໄປ​ດ້ວຍ​ດີແລະມີ​ຄຸນ​ນະ​ພາບ​ຮັບ​ໃຊ້​ເຂົ້າ​ໃນ​ການ​ແຂ່ງຂັນ​ກີ­ລາ​ແຫ່ງ​ຊາດ​ຄັ້ງ​ທີ 11.

ທີ່ມາ: logo

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...