Homeຂ່າວເຫດການກຸ່ມປະເທດລຸ່ມແມ່ນ້ຳຂອງ ຫາລືວຽກງານ ຈະລາຈອນທາງອາກາດ

ກຸ່ມປະເທດລຸ່ມແມ່ນ້ຳຂອງ ຫາລືວຽກງານ ຈະລາຈອນທາງອາກາດ

Published on

ສປປ ລາວ ໄດ້​ຮັບ​ກຽດ​ເປັນເຈົ້າພາບ ຈັດ​ກອງ​ປະຊຸມ​ວຽກງານ​ການ​ຈະລາຈອນ​ທາງ​ອາກາດ​ຂອງ​ກຸ່ມ​ປະເທດ​ລຸ່ມ​ແມ່ນ້ຳຂອງ (ກຳປູເຈຍ ມຽນ​ມາ ລາວ ໄທ ແລະ ຫວຽດນາມ) ຄັ້ງ​ທີ 5 ຂຶ້ນ​ວັນ​ທີ 24-26 ມີນາ 2016 ຢູ່​ໂຮງແຮມ​ດອນ​ຈັນ​ພາ​ເລດ ໂດຍເປັນ​ປະທານ​ຂອງ​ທ່ານ ວັນເພັງ ຈັນທະ​ພອນ ຫົວໜ້າ​ກົມ​ການບິນ​ພົນ​ລະ​ເຮືອນ ແຫ່ງ ສປປ ລາວ ມີ​ຄະນະ​ຜູ້​ແທນ​ຈາກກຳປູ​ເຈຍ ມຽນ​ມາ ລາວ ໄທ ແລະ ຫວຽດນາມ ເຂົ້າ​ຮ່ວມ.

ກອງ​ປະຊຸມ​ດັ່ງກ່າວ​ ເພື່ອ​ຕິດຕາມ​ຄວາມ​ຄືບ​ໜ້າ​ໃນ​ການ​ຈັດຕັ້ງ​ປະຕິບັດ ​ແຜນການ​ຂອງ​ກອງປະຊຸມ​ ຄັ້ງ​ທີ 4 ພ້ອມ​ທັງ​ກຳນົດແຜນການ​ໃນ 1 ປີ​ຕໍ່ໜ້າ ເຊິ່ງ​ບັນດາ​ໜ້າ​ວຽກ​ທີ່​ນຳ​ມາ​ຫາລື​ກັນ​ປະກອບ​ມີ ການ​ປະຕິບັດ​ແຜນການຂອງ​ອົງການ​ການບິນ​ພົນ​ລະເຮືອນ​ສາກົນ ການ​ແລກປ່ຽນ​ບົດຮຽນ​ເຊິ່ງ​ກັນ ແລະ ກັນ ການ​ປັບປຸງ ແລະ ເຊື່ອມ​ໂຍງ​ເສັ້ນທາງບິນ ການ​ພັດທະນາ​ລະບົບ​ວິ​ທະຍຸ​ການບິນ ແຜນ​ຮອງ​ຮັບ​ເຫດການ​ສຸກ​ເສີນ​ສຳລັບ​ການ​ຄຸ້ມຄອງ ແລະ ບໍລິການ​ຈະລາຈອນທາງ​ອາກາດ ການ​ຄົ້ນຄວ້າ​ແຜນຍຸດ​ທະ​ສາດ​ຂອງ​ວຽກ​ງານຈະລາ​ຈອນ​ທາງ​ອາກາດ​ອາ​ຊຽນ ຜົນ​ຂອງ​ກອງ​ປະຊຸມ​ຄັ້ງ​ນີ້ ​ຈະ​ເປັນບ່ອນ​ອີງ​ສຳຄັນ​ໃຫ້​ແກ່​ການ​ຈັດຕັ້ງ​ປະຕິບັດ ​ແຜນ​ພັດທະນາ​ວຽກງານ​ການ​ຈະລາຈອນ​ທາງ​ອາກາດ​ຂອງ​ຂົງເຂດ ເວົ້າ​ລວມ ເວົ້າສະເພາະ ການ​ພັດທະນາ​ວຽກງານ​ການ​ຈະລາຈອນ​ທາງ​ອາກາດ ແລະ ເສັ້ນທາງ​ບິນ​ພາຍ​ໃນອະນຸ​ພາກ​ພື້ນ​ໃຫ້​ມີ​ການ​ເຊື່ອມຈອດ ສາມາດ​ປະຕິບັດ​ການບິນໄດ້​ຕາມ​ມາດຕະຖານ ​ທີ່​ອົງການການບິນ​ພົນ​ລະ​ເຮືອນ​ສາກົນ​ກຳນົດ​ອອກ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...