Homeຂ່າວທ້ອງຖິ່ນຄຳ​ມ່ວນ ປະ­ຊຸມ​ເລື່ອງ​ການ​ຄ້າ​ແລະ​ພັດ­ທະ­ນາ​ແບບ​ຍືນ​ຍົງ

ຄຳ​ມ່ວນ ປະ­ຊຸມ​ເລື່ອງ​ການ​ຄ້າ​ແລະ​ພັດ­ທະ­ນາ​ແບບ​ຍືນ​ຍົງ

Published on

ທ້າຍ​ອາ­ທິດ​ຜ່ານ​ມາ ນີ້​ພະ​ແນກ​ອຸດ­ສາ­ຫະ­ກຳ ແລະ​ການ​ຄ້າ​ແຂວງ​ຄຳ​ມ່ວນ ໄດ້​ຮ່ວມ​ກັບ​ສະ​ຖາ​ບັນ​ຄົ້ນ­ຄວ້າ​ເສດ­ຖະ­ກິດການ​ຄ້າ​ຈັດ​ກອງ​ປະ­ຊຸມ​ການ​ຄ້າ ແລະ​ການພັດ­ທະ­ນາ​ແບບ​ຍືນ​ຍົງ​ຂຶ້ນ​ທີ່​ໂຮງ­ແຮມ​ຣີເວີ​ເຣຍ ເມືອງ​ທ່າ​ແຂກ ໂດຍ​ການ​ເປັນກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ສິງ​ເພັດ ແກ້ວ​ໂສ­ພາ ຫົວ­ໜ້າ​ພະ​ແນກ​ອຸດ​ສາ​ຫະກຳ ແລະ​ການ​ຄ້າ​ແຂວງ, ທ່ານ ສັນ­ຕິ​ສຸກ ວິ­ໄລ​ຈະ­ເລີນ ຫົວ­ໜ້າ​ສະ​ຖາ​ບັນ​ຄົ້ນ​ຄວ້​າເສດ­ຖະ­ກິດ​ການ​ຄ້າ, ມີ​ບັນ­ດາ​ນັກ​ວິ­ຊາການ​ການ​ຄ້າ​ທັງ​ສູນ​ກາງ ແລະ​ທ້ອງ­ຖິ່ນຕະ­ຫຼອດ​ຮອດ​ບັນ­ດາ​ຫົວ­ໜ່ວຍ​ທຸ­ລະ​ກິດ, ຜູ້​ປະ­ກອບ​ການ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ວິ­ຊາ​ການ​ຄົ້ນ​ຄ້ວ​າ​ນີ້ ແມ່ນ​ໄດ້​ຈັດ​ຂຶ້ນ​ເປັນ​ຄັ້ງ​ທີ V ຊຶ່ງ​ບັນ­ດາ​ຜູ້​ເຂົ້າ​ຮ່ວມ​ແມ່ນ​ໄດ້​ຮຽນ​ຮູ້ ແລະ​ຮັບ​ຟັງການ​ບັນ­ຍາຍ​ຈາກ​ນັກ​ວິ­ທະ­ຍາ­ກອນ​ທີ່ມາ​ຈາກ​ສູນ​ກາງ​ກຽ່ວ​ກັບ​ບັນ­ດາ​ຫຼັກການ​ທີ່​ພົວ­ພັນ​ເຖິງ​ວຽກ​ງານ​ຂະ­ແໜງເສດ­ຖະ­ກິດ, ການ​ຄ້າ-ການ​ລົງ­ທຶນ ໂດຍ​ສະ ເພາະ​ກໍ​ແມ່ນ​ການ​ສ້າງ​ຄວາມ​ເຂັ້ມ­ແຂງ ແລະ​ຄວາມ​ສາ­ມາດ​ໃນ​ການ​ແຂ່ງ­ຂັນ​ໃຫ້ ກັບ​ທຸ­ລະ​ກິດ​ຂະ­ໜາດ​ນ້ອຍ-ກາງໃນລາວ, ການ​ສ້າງ​ໂອ­ກາດ​ໃຫ້​ກັບ​ທຸ­ລະ​ກິດຂະ­ໜາດ​ນ້ອຍ-ກາງ ເພື່ອ​ເຊື່ອມ​ໂຍງ​ເຂົ້າຕ່ອງ​ໂສ້​ມູນ​ຄ່າ​ເພີ່ມ ຫຼື ການ​ຜະ­ລິດ​ສາກົນ, ການ​ສົ່ງ­ເສີມ​ການ​ລົງ­ທຶນ​ພັດ­ທະ­ນາແບບ​ຍືນ​ຍົງ, ການ​ຄ້າສິນ­ຄ້າ​ກະ­ສິ­ກຳ-ຕະ­ຫຼາດ​ຕ່າງ­ປະ­ເທດ ແລະ​ຍຸດ­ທະ­ວິ­ທີການ​ສ້າງ​ສາຍ​ພົວ­ພັນ​ລະ­ຫວ່າງ​ທຸ­ລະ​ກິດໃນ​ເສດ­ຖະ­ກິດ​ພິ­ເສດ ແລະ​ທຸ­ລະ​ກິດ​ຂະໜາດ​ນ້ອຍ-ກາງ.

ຈຸດ­ປະ­ສົງ​ຂອງ​ກອງ​ປະ­ຊຸມກໍ​ເພື່ອແນ­ໃສ່​ໃຫ້​ບັນ­ດາ​ຜູ້​ເຂົ້າ​ຮ່ວມ​ມີ​ຄວາມ​ຮັບຮູ້​ດ້ານ​ວຽກ​ງານ​ການ​ຄ້າ​ໃຫ້​ຫຼາຍ​ຂຶ້ນກວ່າ​ເກົ່າ ທັງ​ເປັນ​ການ​ເປີດ​ໂອ­ກາດ​ໃຫ້​ແກ່​ບັນ­ດາ​ທ່ານ​ທີ່​ເຂົ້າ​ຮ່ວມ​ທັງ​ສູນ​ກາງ ແລະ​ທ້ອງ­ຖິ່ນ​ໄດ້​ມີ​ໂອ­ກາດ​ແລກ­ປ່ຽນ​ບົດ­ຮຽນ​ເຊິ່ງ​ກັນ ແລະ​ກັນ.

ໃນ​ໂອ­ກາດ​ດຽວ​ກັນ​ກອງ​ປະ­ຊຸມ​ຍັງ ໄດ້​ເຜີຍ­ແຜ່​ບົດ​ຄົ້ນ­ຄວ້າ​ດ້ານ​ການ​ຄ້າ, ການ​ຄົ້ນ­ຄວ້າ​ດ້ານ​ໂອ­ກາດ ແລະ​ສິ່ງ​ທ້າທາຍ​ຂອງ​ທຸ­ລະ​ກິດ​ຂະ­ໜາດ​ນ້ອຍ-ກາງ ເພື່ອ​ໃຫ້​ບັນ­ດາ​ທ່ານທີ່​ເຂົ້າ​ຮ່ວມ​ໄດ້​ລະດົມ​ແນວ​ຄວາມ​ຄິດ​ປະ­ກອບ​ຄຳ​ເຫັນ​ໃສ່ບົດດັ່ງ­ກ່າວ​ໃຫ້​ມີ​ຄວາມ​ແທດ­ເໝາະ​ກັບ​ສະພາບ​ຕົວ​ຈິງ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ພັດທະ​ນາ​ນະ­ໂຍ­ບາຍ​ການ​ຄ້າ​ໃນ​ອະ­ນາ­ຄົດ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...