spot_img
Homeຂ່າວພາຍ​ໃນແຂວງຄຳມ່ວນ ຫາລືກ່ຽວກັບການຄຸ້ມຄອງແຮງງານຕ່າງປະເທດທີ່ເຄື່ອນໄຫວຢູ່ໃນລາວໃຫ້ເຂົ້າສູ່ລະບຽບ

ແຂວງຄຳມ່ວນ ຫາລືກ່ຽວກັບການຄຸ້ມຄອງແຮງງານຕ່າງປະເທດທີ່ເຄື່ອນໄຫວຢູ່ໃນລາວໃຫ້ເຂົ້າສູ່ລະບຽບ

Published on

ໃນວັນທີ 24 ມີນາ 2016 ຜ່ານມາ ທີ່ເຮືອພັກເລກ 1 ແຂວງຄຳມ່ວນ ໄດ້ຈັດກອງປະຊຸມການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດທີ່ເຄື່ອນໄຫວບໍ່ຖືກຕ້ອງຢູ່ໃນແຂວງຄຳມ່ວນ ໂດຍມີທ່ານ ຄຳສີ ອຸດທິວົງ ຮອງເຈົ້າແຂວງໆຄຳມ່ວນ ມີພະແນກການອ້ອມຂ້າງ ເມືອງໃນ 10 ໂຕເມືອງ ຫົວໜ່ວຍແຮງງານ ຜູ້ປະກອບການທຸລະກິດຕ່າງໆເຂົ້າຮ່ວມ.

ເນື່ອງຈາກໃນປັດຈຸບັນ ມີຄົນຕ່າງປະເທດທີ່ເຂົ້າມາເຄື່ອນໄຫວຄ້າຂາຍ ອອກແຮງງານ ແລະ ດຳເນີນທຸລະກິດຕ່າງໆຢູ່ໃນແຂວງແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ ສະເພາະຢູ່ໃນແຂວງຄຳມ່ວນ ແມ່ນຍັງມີຈຳນວນຫຼາຍ ແລະ ນັບມື້ເພີ່ມຂຶ້ນ ເຮັດໃຫ້ມີຄວາມຫຽຸ້ງຍາກໃນການຄຸ້ມຄອງ ແລະ ເກີດຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ ສະນັ້ນ ລັດຖະບານຈິ່ງໄດ້ມອບຄວາມຮັບຜິດຊອບໃຫ້ພາກສ່ວນທີ່ກ່ຽວຂ້ອງກໍຄື ຂະແໜງແຮງງານ-ສະຫວັດດີການສັງຄົມ ແລະ ຂະແໜງປ້ອງກັນຄວາມສະຫງົບ ເພື່ອປະສານສົມທົບ ຮ່ວມກັນແກ້ໄຂດ້ວຍຮູບການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວຕາມລະບຽບ ແລະ ກົດໝາຍຂອງ ສປປ.ລາວ ພ້ອມທັງຊຸກຍູ້ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງອຳນວຍຄວາມສະດວກ ແລະ ປະກອບສ່ວນຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດ ແນໃສ່ເຮັດໃຫ້ສັງຄົມມີຄວາມສະຫງົບ ເປັນລະບຽບຮຽບຮ້ອຍ ທັງເປັນການປົກປ້ອງສິດ ຜົນປະໂຫຽດຂອງແຮງງານເຄື່ອນຍ້າຍ ໃນການເຊື່ອມໂຍງກັບປະຊາຄົມເສດຖະກິດອາຊຽນ ຫຼື ( AEC ).

ໃນວາລະກອງປະຊຸມຍັງໄດ້ຜ່ານເອກະສານ ຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການອຳນວຍຄວາມສະດວກ ແລະ ໃຫ້ການຮ່ວມມືໃນການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນໄຫວຊົ່ວຄາວໃຫ້ຄົນຕ່າງປະເທດ ຄູ່ມື ແລະ ລະບຽບການປະຕິບັດການຂຶ້ນທະບຽນ ການປະກອບແບບຟອມ ການຂຽນບັດອະນຸຍາດຊົ່ວຄາວ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງ ຈາກນັ້ນ ຜູ້ເຂົ້າຮ່ວມກໍໄດ້ແລກປ່ຽນຄຳຄິດຄຳເຫັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວສຳເລັດຕາມລະດັບຄາດໝາຍ ແລະ ມີປະສິດທິພາບສູງສຸດ.
ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...