spot_img
Homeຂ່າວຕ່າງປະເທດກຳປູ​ເຈຍ​ເກືອບທົ່ວປະເທດປະ​ເຊີນ​ໄພ​ແລ້ງ-​ຂາດ​ແຄນ​ນໍ້າ

ກຳປູ​ເຈຍ​ເກືອບທົ່ວປະເທດປະ​ເຊີນ​ໄພ​ແລ້ງ-​ຂາດ​ແຄນ​ນໍ້າ

Published on

ຊິນຫວາລາຍງານວ່າ ເກືອບ​ທຸກ​ແຂວງ​ໃນ​ກຳປູ​ເຈຍ​ກຳລັງ​ປະ​ເຊີນ​ໄພ​​ແຫ້ງແລ້ງ​ໃນ​ຫຼາຍ​ລະດັບ ​ແຕ່​ມີ​ບາງ​ແຂວງ​ທີ່​ປະສົບ​ພາວະ​ຂາດ​ແຄນ​ນ້ຳ​ຮຸນ​ແຮງ.

ຜູ້ອຳນວຍ​ການກົ​ມອຸຕຸນິຍົມ​ກະຊວງ​ຊັບພະຍາກອນ​ນໍ້າ​ແລະອຸຕຸນິຍົມ​ວິທະຍາລາຍງານວ່າ ປະຈຸ​ບັນ​ນີ້​ແຂວງ​ກຳ​ປົງ​ຈາມ ບ້ານ​ໃຕ້​ມີ​ໄຊ ອຸດອນ​ມີ​ໄຊ ​ແລະ ກຳ​ປົງ ປະ​ເຊີນ​ກັບ​ພາວະ​ຂາດ​ແຄນ​ນ້ຳ ດ້ວຍ​ລະດັບ​ນ້ຳ​ໃນ​ບໍ່ ​ແລະ ໜອງ​ຕ່າງ​ໆ​ເລີ່​ມຫຼຸດ​ລົງ​ຈົນ​ບໍ່​ສາມາ​ດນຳ​ມາ​ໃຊ້​ໄດ້​ອີກ ໂດຍ​ກະຊວງ​ໄດ້​ແຈ້ງ​ຕໍ່​ປະຊາຊົນ​ໃຫ້​ສຳຮອງ​ນ້ຳ ​ແລະ ຫຼຸດ​ການ​ໃຊ້​ໃຫ້​ເຫຼືອ​ເທົ່າ​ທີ່​ຈຳ​ເປັນ​ໃນ​ແຕ່​ລະ​ມື້​ໃນ​ລະດູ​ຮ້ອນ​ນີ້ ​ປະກາດ​ແຈ້ງ​ໃຫ້​ປະຊາຊົນ​ທຸກ​ຄົນ​ປະຢັດ​ນ້ຳ​ຈົນ​ກວ່າ​ຈະ​ເຖິງລະ​ດູ​ຝົນ ​ແລະ ຮຽກຮ້ອງ​ໃຫ້​ທຸກ​ຄົນ​ໃຫ້​ຄວາມ​ສົນ​ໃຈ​ຕໍ່​ສຸຂະພາບ​ຂອງ​ຕົນ​ເອງ​ດ້ວຍ​ການ​ດື່ມ​ນ້ຳ​ໃຫ້​ພຽງພໍ​ໃນ​ລະດູ​ຮ້ອນ, ​ແຂວງ​ທີ່ຢູ່​ຫ່າງ​ໄກ​ທີ່​ສຸດ​ກຳລັງ​ພົບ​ກັບ​ການ​ຂາດ​ແຄນ​ນ້ຳ​ຢ່າ​ງຮຸນ​ແຮງ ປະຊາຊົນ​ຈຳນວນ​ຫຼາຍ​ອາ​ໄສ​ຢູ່​ພື້ນ​ທີ່​ຫ່າ​ງ​ໄກ​ຈາກ​​ແຫຼ່ງນ້ຳ​ກຳລັງ​ເດືອດຮ້ອນ ​ໂດຍ​ກະຊວງ​ພະຍາຍາມ​ທີ່​ຈະ​ສ້າງ​ອ່າງ​ເກັບ​ນ້ຳ​ແລະຂຸດ​ສະ​ໃຫ້​ແກ່​ປະຊາຊົນ​ທີ່​ບໍ່​ມີ​ແຫຼ່ງນ້ຳ.

ກຳປູ​ເຈຍ​ບໍ່ແມ່ນປະ​ເທດ​ດຽວ​ທີ່​ປະ​ເຊີນ​ຕໍ່​ພາວະ​ຂາດ​ແຄນ​ນ້ຳ ຍັງມີອີກຫຼາຍ​ປະ​ເທດ​ຕາມ​ແມ່​ນ້ຳຂ​ອງ​ເຊັ່ນ: ສປປ ລາວ ສສ ຫວຽດນາມ ​ໄທ ​ແລະ ບາງ​ສ່ວນ​ຂອງ​ຈີນ ກໍາລັງ​ປະ​ເຊີນ​ຕໍ່ສະຖານະ​ການ​ດຽວ​ກັນ, ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ຂອງ​ກຳປູ​ເຈຍ​ໄດ້​ກ່າວ​ຍ້ອງຍໍ​ຈີນ​ທີ່​ປ່ອຍ​ນ້ຳ​ຈາກ​ເຂື່ອນ ລົງ​ສູ່​​ແມ່​ນ້ຳຂອງ​ເພີ່​ມຂຶ້ນ​​ໃຫ້​ແກ່​ປະ​ເທດ​ທີ່ປະສົບ​ໄພ​ແຫ້ງ​ແລ້ງ​ຕັ້ງ​ແຕ່​ວັນ​ທີ 15 ມີນາ​ຈົນ​ເຖິງ 10 ​ເມສາ.

ເມື່ອບໍ່ດົນມານີ້ ເນື່ອງຈາກໄພແຫ້ງແລ້ງ ຈີນໄດ້ປ່ອຍນໍ້າໃຫ້ແກ່ປະເທດຕາມແລ້ວແມ່ນໍ້າຂອງ ຊຶ່ງທ່າທີຂອງຈີນໄດ້ຮັບຄວາມຍ້ອງຍໍຈາກບັນດາຜູ້ນຳປະເທດລຸ່ມແມ່ນໍ້າຂອງ, ລັດຖະມົນຕີປະຈຳສຳນັກນາຍົກລັດຖະມົນຕີຂອງກຳປູເຈຍກ່າວ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...