Homeຂ່າວທ້ອງຖິ່ນກອງອຸທົກກະສາດແຈ້ງ ລະດັບນ້ຳຂອງຍັງຢູ່ເກນປົກກະຕິ ຍ້ອນຈີນປ່ອຍນ້ຳຈາກເຂື່ອນໃຫຍ່!

ກອງອຸທົກກະສາດແຈ້ງ ລະດັບນ້ຳຂອງຍັງຢູ່ເກນປົກກະຕິ ຍ້ອນຈີນປ່ອຍນ້ຳຈາກເຂື່ອນໃຫຍ່!

Published on

ຫົວໜ້າກອງອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ: ໄລຍະນີ້ອາກາດຮ້ອນເອົ້າ ໄດ້ແຜ່ປົກຄຸມທົ່ວລາວ ເຮັດໃຫ້ແມ່ນ້ຳລຳເຊບາງທ້ອງຖິ່ນບົກແຫ້ງ, ແຕ່ປະ ກົດວ່າລະດັບນ້ຳຂອງໃນທົ່ວປະເທດ ຍັງຢູ່ໃນເກນປົກກະຕິ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແລະ ຜ່ານການວັດແທກລະດັບນ້ຳຂອງ ຢູ່ແຕ່ລະເຂດເຫັນວ່າ: ທ່ານໍ້າເມືອງປາກແບງ ແຂວງອຸດົມໄຊ ມີລະດັບນ້ຳຂອງສູງຈາກພື້ນນ້ຳ 7,27 ຊັງຕີແມັດ, ຫລວງພະບາງ 5,48 ຊັງຕີແມັດ, ເມືອງປາກລາຍ ແຂວງໄຊຍະບູລີ 4,02 ຊັງຕີແມັດ, ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ 2,60 ຊັງຕີແມັດ, ນະຄອນຫລວງວຽງຈັນ ທ່າເຮືອຫລັກສີ່ 2,13 ຊັງຕີແມັດ, ເມືອງປາກຊັນ ແຂວງບໍລິຄຳໄຊ 2,35 ຊັງຕີແມັດ, ເມືອງທ່າແຂກ ແຂວງຄຳມ່ວນ 3,04 ຊັງຕີແມັດ, ສະຫວັນນະເຂດ 1,82 ຊັງຕີແມັດ ແລະ ເມືອງປາກເຊ ແຂວງຈຳປາສັກ 1,18 ຊັງຕີແມັດ, ຍ້ອນ ສ.ປ ຈີນ ໄດ້ປ່ອຍນ້ຳຈາກເຂື່ອນໃຫຍ່ລົງມາເປັນໄລຍະ ຈຶ່ງເຮັດໃຫ້ລະດັບນ້ຳຂອງ ຍັງຢູ່ໃນເກນປົກກະຕິ, ແຕ່ປາສະຈາກບໍ່ໄດ້ບາງທ້ອງຖິ່ນ ຍັງມີສະພາບຂາດເຂີນນ້ຳໃຊ້-ນ້ຳກິນ ເນື່ອງຈາກອາກາດ ໃນໄລຍະນີ້ຮ້ອນເອົ້າ ຈຶ່ງເຮັດໃຫ້ນ້ຳບາດານ, ນ້ຳສ້າງບົກແຫ້ງເລັກໜ້ອຍ ສົ່ງຜົນໃຫ້ປະຊາຊົນ ບໍ່ສາມາດນຳໃຊ້ນ້ຳໄດ້ຢ່າງສະດວກສະບາຍ ຄືກັບໄລຍະຜ່ານມາ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...