Homeຂ່າວທ້ອງຖິ່ນກຽມ​ຍົກ­ຍ້າຍ​ທໍ່​ນໍ້າ​ປະ­ປາ ແຕ່​ຈີ່­ນາຍ​ໂມ້-ບ້ານ​ຫ້ອມ-ບ້ານ​ຊາຍ​ຟອງ ອອກ​ຈາກ​ແລວ​ສ້າງ​ທາງ

ກຽມ​ຍົກ­ຍ້າຍ​ທໍ່​ນໍ້າ​ປະ­ປາ ແຕ່​ຈີ່­ນາຍ​ໂມ້-ບ້ານ​ຫ້ອມ-ບ້ານ​ຊາຍ​ຟອງ ອອກ​ຈາກ​ແລວ​ສ້າງ​ທາງ

Published on

ໃນ​ວັນ​ທີ 24 ມີ­ນາ​ຜ່ານ​ມາ ທີ່​ລັດ​ວິ​ສາຫະ​ກິດ​ນໍ້າ​ປະ­ປາ​ນະ­ຄອນ­ຫຼວງ​ວຽງ​ຈັນ ໄດ້​ຈັດ​ພິ­ທີເຊັນ​ສັນ­ຍາ​ໂຄງ­ການ​ຍົກ­ຍ້າຍ​ທໍ່​ນໍ້າ​ປະ­ປາ​ອອກ​ຈາກແລວ​ທາງ​ໂຄງ­ການ​ກໍ່­ສ້າງ​ທາງ​ແຕ່​ຈີ່­ນາຍ​ໂມ້-ບ້ານຫ້ອມ-ບ້ານ​ຊາຍ​ຟອງ ເມືອງ​ຫາດ​ຊາຍ​ຟອງ ນະຄອນ​ຫຼວງ​ວຽງ​ຈັນ, ລະ­ຫວ່າງ​ລັດ​ວິ​ສາ​ຫະ​ກິດນໍ້າ​ປະ­ປາ​ນະ­ຄອນ­ຫຼວງ ກັບ ບໍ­ລິ­ສັດ​ຫາຍ​ຫານການ​ທຸ­ລະ​ກິດ​ຈຳ­ກັດ.

ລົງ​ນາມ​ໃນ​ເຊັນ​ສັນ­ຍາ​ເທື່ອ​ນີ້ ໂດຍ​ແມ່ນ​ທ່ານ YAN MAICHAO ຕາງ­ໜ້າ​ໃຫ້​ບໍ­ລິ­ສັດ​ຫາຍຫານ​ການ​ທຸ­ລະກິດ ຈຳ­ກັດ (ເຈົ້າ​ຂອງ​ໂຄງ­ການ) ກັບທ່ານ ຄຳ​ເຜີຍ ວົງ­ສາ​ຄຳ​ຜຸຍ ຜູ້­ອຳ­ນວຍ­ການ​ໃຫຍ່​ລັດ​ວິ​ສາ​ຫະກິດ​ນໍ້າ​ປະ­ປາ​ນະ­ຄອນ­ຫຼວງ​ວຽງຈັນ  (ຜູ້​ຮັບ​ເໝົາ) ຊຶ່ງ​ມີທ່ານ ເດດສົງ­ຄາມ ທຳ​ມະ​ວົງ ຫົວ­ໜ້າ​ພະແນກ​ໂຍ­ທາ​ທິ​ການ ແລະ​ຂົນ­ສົ່ງ ນະ­ຄອນ­ຫຼວງ​ວຽງ​ຈັນ, ພ້ອມນັ້ນ​ຍັງ​ມີ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າຮ່ວມ​ເປັນ​ສັກ­ຂີ​ພິ­ຍານ.

ທ່ານ ສີ​ພັນ ອິນ​ເມືອງ ຫົວ­ໜ້າພະ​ແນກ​ຈັດ​ຕັ້ງ​ບໍ­ລິ­ຫານ​ລັດ​ວິ​ສາຫະ​ກິດ​ນໍ້າ​ປະ­ປາ ນະ­ຄອນ­ຫຼວງ ກ່າວ​ວ່າ: ໂຄງ­ການ​ຍົກ­ຍ້າຍ​ທໍ່​ນໍ້າ ປະ­ປາ​ມີ​ຄວາມ​ຍາວ​ທັງ​ໝົດ 14 ກິໂລ​ແມັດ ລວມ​ມູນ​ຄ່າ 5,90 ຕື້​ກີບ, ໂດຍ​ໃນ​ສັນ­ຍາ​ໄດ້​ລະ­ບຸ​ໄວ້​ວ່າ­ການ ຊຳ­ລະ​ແມ່ນ​ໄດ້​ແບ່ງ​ອອກ​ເປັນ 2 ງວດ​ຄື: ພາຍ­ຫຼັງ​ທີ່​ໄດ້​ເຊັນ​ສັນ­ຍາ​ສະ­ບັບ​ນີ້​ແລ້ວ​ໃຫ້ເຈົ້າ​ຂອງ​ໂຄງ­ການ​ຊຳ­ລະ​ລ່ວງ​ໜ້າ 20% ແລະ​ຫຼັງ​ຈາກ​ວຽກ​ສຳ­ເລັດ 100% ມີ​ການກວດ­ກາ​ແລ້ວ​ຜູ້​ສຳ​ປະ­ທານ​ຈະ​ຊຳ­ລະ​ຕື່ມອີກ 80%, ພາຍ­ຫຼັງ​ທີ່ລັດ­ຖະ­ບານ​ຊຳ­ລະ​ເງິນ​ໃຫ້​ບໍ­ລິ­ສັດ​ຫາຍຫານ​ການ​ທຸ­ລະ​ກິດ ຈຳ­ກັດ ງວດ​ທີ I ຂອງສົກ​ປີ​ງົບ­ປະ­ມານ 2017-2018 ຕ້ອງຊຳ­ລະ​ໃຫ້​ລັດ​ວິ​ສາ​ຫະ​ກິດ​ນໍ້າ​ປະ­ປາ​ໃຫ້ໝົດ​ພາຍ​ໃນ 30 ວັນ.

ເນື່ອງ​ຈາ​ກວ່າ​ໂຄງ­ການ​ດັ່ງ­ກ່າວ​ເປັນໂຄງ­ການ​ທີ່​ຈະ​ຕ້ອງ​ໄດ້​ລົງ­ມື​ປະ­ຕິ­ບັດອັນ​ຮີບ​ດ່ວນ, ດັ່ງ­ນັ້ນ ລັດ​ວິ​ສາ​ຫະ​ກິດ ນໍ້າ​ປະ­ປາ ນວ ຕ້ອງ​ປະ­ຕິ­ບັດ​ວຽກດັ່ງກ່າວ​ໃຫ້​ສຳ­ເລັດ​ພາຍ​ໃນ 150 ວັນ, ນັບແຕ່​ມື້​ລົງ​ລາຍ​ເຊັນ​ເປັນ­ຕົ້ນ​ໄປ, ຖ້າ​ຫາກການ​ປະ­ຕິ­ບັດ​ໜ້າ​ວຽກ​ດັ່ງ­ກ່າວ​ບໍ່​ສຳເລັດ​ຕາມ​ເວ­ລາ​ທີ່​ກຳ­ນົດ​ເພາະ​ສາ­ເຫດຈາກ​ນໍ້າ​ປະ­ປາ​ເອງ​ແມ່ນ​ຈະ​ຖືກ​ປັບ­ໄໝຫັກ​ເງິນ​ຈຳ­ນວນ 2,5% ຂອງ​ມູນ​ຄ່າໂຄງ­ການ​ຍົກ­ຍ້າຍ​ທໍ່​ນໍ້າ​ປະ­ປາ​ດັ່ງ­ກ່າວ (ຍົກ­ເວັ້ນ​ຊັກ​ຊ້າ​ຈາກ​ເຈົ້າ​ຂອງ​ໂຄງ­ການ ຫຼື ດ້ານ​ເຕັກ­ນິກ​ຂອງ​ການ​ປັບ​ລະ­ດັບ​ໜ້າ​ທາງ).

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...