spot_img
Homeຄລິບ-ວິດີໂອຄື້ນຟອງທະເລ ສາມາດ ນຳມາ ໝຸນໃຊ້ຜະລິດ ໄຟຟ້າ ສະໜອງ ບັນດາຊຸມຊົນ ແຄມຝັ່ງທະເລໄດ້ (ວີດີໂອ ພາສາລາວ)

ຄື້ນຟອງທະເລ ສາມາດ ນຳມາ ໝຸນໃຊ້ຜະລິດ ໄຟຟ້າ ສະໜອງ ບັນດາຊຸມຊົນ ແຄມຝັ່ງທະເລໄດ້ (ວີດີໂອ ພາສາລາວ)

Published on

ແຫ​ລ່ງພະລັງງານທີ່​ສາມາດ​ນຳມາ​ ໝຸນ​ໃຊ້​ຄືນ​ໃໝ່​ໄດ້ແຫ​ລ່ງນຶ່ງທີ່​ຖືກ​ມອງ​ຂ້າມ​ຢູ່​ເລື້ອຍໆ
ກໍ​ຄື​ພະລັງ​ຂອງ​ຄື້ນ​ຟອງ​ຂອງມະຫາ​ສະມຸດ. ບັນດານັກວິທະຍາສາດ​ທີ່​ລັດ​ແຄ​ລິ​ຟໍ​ເນຍກ່າວວ່າ
ການນຳ​ໃຊ້​ພະລັງງານ ຈາກ​ຄື້ນຟອງຕາມ​ປົກກະຕິ​ຂອງ​ນ້ຳ​ໃນປະລິ
ມານ​ຫລວງຫລາຍ​ນັ້ນ ສາມາດ​ສະໜອງ​ໄຟຟ້າລາຄາ​ຖືກ​ແລະນ້ຳ​ດື່ມໃຫ້​ບັນດາ​
ຊຸມ​ຊົນ​ທີ່​ຕັ້ງຢູ່​ແຄມ​ຝັ່ງ​ທະ​ເລ​ໄດ້.

ກະ​ແສ​ຟອງ​ຂອງ​ຄື້ນທີ່​ຊັດ​ເຂົ້າ​ ປະ​ທະ​ຝັ່ງ​ຢ່າງ​ບໍ່​ຢຸດ​ຢັ້ງ​ ​ກໍ​ຄື​ພະລັງງານ​ທີ່​ໄຫລ​ມາ​ຢ່າງ​
ສະໝ່ຳສະ​ເໝີ. ​ແຕ່​ບັນຫາ​ມີຢູ່​ວ່າ​ ນ້ຳ​ໃນ​ຄື້ນຟອງ​ນັ້ນ ບໍ່​ໄຫລຊື່ໄປ ແຕ່​ໄຫລ​ຂຶ້ນໆ​ລົງໆ ​
ຊຶ່ງ​ເຮັດ​ໃຫ້​ຍາກ​ທີ່​ຈະຫັນປ່ຽນ​ມັນ​ໃຫ້​ເປັນ​ ພະລັງທີ່​ຜັກ​ດັນ​ໄປ​ທາງ​ດຽວໄດ້ ຄື​ກັນ​ກັບ​ນ້ຳ​
ໃນ​ແມ່ນ້ຳ ຫລື​ກະ​ແສລົມ ທີ່​ພັດ​ໄປ​ທາງ​ດຽວນັ້ນ. ​

ບັນດາ​ນັກວິທະຍາສາດ ທີ່​ມະຫາວິທະຍາ​ໄລລັດ California ສາຂາ​ເມືອງ Berkeley
ໄດ້​ອອກ​ແບບ​ອຸບປະກອນ​ໃຕ້​ນ້ຳ​ອັນ​ນຶ່ງ ທີ່ເຂົາເຈົ້າກ່າວ​ວ່າ ບໍ່​ພຽງ​ແຕ່​ແກ້​ໄຂ​ບັນ​ຫາ​ນີ້
ໄດ້ເທົ່າ​ນັ້ນ ​ແຕ່​ຍັງ​ໃຊ້​ໄດ້​ສອງ​ປະໂຫຍ​ດນຳ​ອີກ. ນັກວິທະຍາສາດ Marcus Lehmann
ທີ່​ມະຫາວິທະຍາ​ໄລລັດ California ສາຂາ​ເມືອງ Berkeley​ ໃຫ້​ຄຳອະທິບາຍ​ດັ່ງ​ນີ້:

“ອຸບປະກອນ​ຂອງ​ເຮົາ ມີ​ຂໍ້​ໄດ້​ປຽບຢູ່​ທີ່​ວ່າ ເຮົາ​ບໍ່​ຕ້ອງ​ໃຊ້​ມັນ​ເພື່ອ​ຫັນປ່ຽນ​
ຄື້ນຟອງ ​ໃຫ້​ເປັນ​ໄຟຟ້າ​ໂດຍ​ກົງແຕ່ພຽງຢ່າງດຽວເທົ່ານັ້ນ. ແຕ່ພວກ​ເຮົາ
ສາມາດຕັດສິນ​ໃຈ​ເອງ​ໄດ້ວ່າ ​ເຮົາຢາກ​ຈະ​ຜະລິດ​ນ້ຳ​ຈືດ ຫລື​ວ່າ​ໄຟຟ້າ.”

ກົນ​ໄກ​ທີ່​ພວກ​ນັກວິ​ທະ​ສາດ​ເຫລົ່າ​ນີ້​ ອອກ​ແບບ​ມາ ມີ​ລັກສະນະ​ຄືກັນ​ກັບພົມ​ປູ​ພື້ນ​ ທີ່ໄຫລ
ຂຶ້ນໆ​ລົງໆໄປ​ຕາມ​ກະ​ແສ​ຄື້ນ ​ແລະ​ສ້າງຄວາມກົດ​ດັນທາງ​ນ້ຳ ທີ່ສູບ​ເອົານ້ຳ​ທະ​ເລ​ເຂົ້າ​ຝັ່ງ.

​ແລະ​ນ້ຳ​ທີ່​ຖືກ​ກົດ​ດັນ​ນີ້ ສາມາດ​ນຳ​ໄປ​ໃຊ້​ແລ່ນ​ກັງ​ຫັນ ຜະລິດ​ໄຟຟ້າ​ໄດ້ ຫລື​ໃຊ້​ກັບ​ອຸບ
ປະກອນ​ພິ​ເສດ ທີ່​ດຶງ​ດູດ​ເອົາເກືອ​ຫລື​ຄວາມ​ເຄັມ​ອອກ​ຈາກ​ນ້ຳທະ​ເລ ເພື່ອຫັນປ່ຽນໃຫ້
ເປັນນ້ຳຈືດ ໄດ້ຄືກັນ.

ທ່ານ Lehmann ກ່າວວ່າ ອຸບປະກອນພົມຄື້ນຟອງທີ່ພວກທ່ານອອກແບບ ໃນຂະໜາດ
ໃຫຍ່ນັ້ນ ແມ່ນຈະສາມາດໃຊ້ຜະລິດໄຟຟ້າສະໜອງ ພວກຊຸມຊົນຂະໜາດນ້ອຍ ຢູ່ຕາມ
ແຄມຝັ່ງທະເລໄດ້.  ທ່ານ Lehmann ​ເວົ້າ​ວ່າ:

“​ໂດຍ​ທົ່ວ​ໄປ​ແລ້ວ ຊັບພະຍາກອນ​ທີ່​ມີ​ຢູ່ ຈາກພະລັງງານຂອງ​ຄື້ນຟອງ​ນ້ຳນັ້ນ ​
ແມ່ນ​ຢູ່​ໃນ​ລະດັບ​ປະມານ 15 ​ເປີ​ເຊັນ ຂອງ​ຄວາມ​ຕ້ອງການ​ພະລັງງານ​ຂອງ​
ໂລກ ຊຶ່ງ​ກໍ​ນັບວ່າ ຫລາຍ.”

ວິສະວະ​ກອນ​ເຄື່ອງ​ຈັກ Reza Alam ກ່າວ​ວ່າ ​ເພື່ອ​ຫລີກ​ລ່ຽງຜົນ​ກະທົບ ​ທີ່​ອາດ​ມີ​ຕໍ່
ລະບົບນິ​ເວດ​ວິທະຍາ​ຂອງ​ບໍລິ​ເວນ​ແຄມ​ຝັ່ງ​ທະ​ເລ​ນັ້ນ ພົມ​ຄື້ນຟອງນີ້ ສາມາດ​ນຳ​ເອົາ​
ໄປ​ໃຊ້ຢູ່​ໃນ​ເຂດ ທີ່​ບໍ່​ມີ​ທາດ​ອອ໊ກຊິ​ເຈັນ ພຽງພໍ​ສຳ​ຫລັບ​ໃຫ້​ສັດທະ​ເລ​ຢູ່​ລອດ​ໄດ້ ທີ່​ເອິ້ນ​
ວ່າ “dead zones” ຫລື​ເຂດ​ຕາຍ​ ນັ້ນ.

ທ່ານ Alam ​ເວົ້າ​ວ່າ “ການ​ເອົາ​ພົມ​ໄປ​ວາງ​ໄວ້​ຢູ່​ພື້ນ​ທະ​ເລ​ໃນ​ເຂດ​ເຫລົ່າ​ນັ້ນ
ເດັດຂາດ ​ແມ່ນປອດ​ໄພ​ຕໍ່​ສິ່ງ​ແວດ​ລ້ອມ.”

ທ່ານ Alam ກ່າວ​ຕໍ່ໄປວ່າ ພົມ​ຄຶ້ນ​ຟອງ​ແຕ່​ພຽງ​ຕາລາງ​ແມັດ​ດຽວ ກໍ​ສາມາດ​ສະໜອງ​
ໄຟຟ້າ ໃຫ້​ແກ່ບ້ານເຮືອນ​ຊາວ​ອາ​ເມຣິກັນຂະໜາດ​ປານ​ກາງໄດ້ ​ສອງ​ຫລັງຄາ​ເຮືອນ​
ຢ່າງ​ພຽງພໍ​ ຊຶ່ງ​ຖ້າ​ເຮັດ​ໃນ​ຂະໜາດ​ໃຫຍ່ໆ ກໍ​ໝາຍ​ຄວາມ​ວ່າ ມະຫາ​ສະມຸດ​ສາມາດ​ສະ​
ໜອງ​ໄຟຟ້າ​ໃຫ້​ບັນດາ​ຕົວ​ເມືອງ ທີ່​ຕັ້ງ​ຢູ່​ແຄມ​ຝັ່ງ​ທະ​ເລທັງ​ໝົດ​ນັ້ນ​ໄດ້ ​ໃນ​ລາຄາ​ຖືກໆ.ກະ​ແສ​ຟອງ​ຂອງ​ຄື້ນທີ່​ຊັດ​ເຂົ້າ​ ປະ​ທະ​ຝັ່ງ​ຢ່າງ​ບໍ່​ຢຸດ​ຢັ້ງ​ ​ກໍ​ຄື​ພະລັງງານ​ທີ່​ໄຫລ​ມາ​ຢ່າງ​

ໜອງ​ໄຟຟ້າ​ໃຫ້​ບັນດາ​ຕົວ​ເມືອງ ທີ່​ຕັ້ງ​ຢູ່​ແຄມ​ຝັ່ງ​ທະ​ເລທັງ​ໝົດ​ນັ້ນ​ໄດ້ ​ໃນ​ລາຄາ​ຖືກໆ.

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...