Homeຂ່າວທ້ອງຖິ່ນເລີ່ມແລ້ວ ກັບການຄົ້ນຫານາງສັງຂານຫລວງພະບາງ ປະຈຳປີ ພສ 2559

ເລີ່ມແລ້ວ ກັບການຄົ້ນຫານາງສັງຂານຫລວງພະບາງ ປະຈຳປີ ພສ 2559

Published on

ປີນີ້ກອງປະກວດນາງສັງຂານຫລວງພະບາງ ປະຈຳປີ ພສ 2559 ກໍ່ຍັງຄົງເຮັດວຽກໜັກເໝືອນທຸກໆປີ ເພາະມີນາງສາວທີ່ມີຄວາມງາມພຽບພ້ອມດ້ວຍຄຸນສົມບັດເປັນຈຳນວນຫຼວງຫຼາຍໃຫ້ຄວາມສົນໃຈເຂົ້າມາສະໝັກເປັນນາງສັງຂານ.

ການຄົ້ນຫານາງສັງຂານຫລວງພະບາງ ປະຈຳປີ ພສ 2559 ໄດ້ເລີ້ມຕົ້ນຂຶ້ນໃນວັນທີ 24 ເມສາ 2016 ທີ່ຜ່ານມາ ເປັນຮອບຄັດເລືອກເອົາ 30ນາງສາວ ເພື່ອເຂົ້າຮ່ວມເກັບໂຕ ແລະ ຝຶກຊ້ອມ ເພື່ອຊິງຕຳແຫນ່ງນາງສັງຂານຮອບຊິງຊະນະເລີດ ເຊິ່ງຈະຈັດຂື້ນໃນວັນທີ່ 10-11 ເມສາ 2016 ນີ້

ຂໍເຊີນຊວນບັນດາທ່ານທີ່ມີໂອກາດລອງມາສຳຜັດງານປະກວດນາງສັງຂານຫລວງພະບາງ ຮັບຮອງວ່າມີຄວາມມ່ວນຊື່ນ, ງົດງາມ ແລະມີເອກະລັກ ທີ່ບໍ່ມີເວທີໃດເຫມືອນຢ່າງແນ່ນອນ

ຂອບໃຈແລະເນື້ອໃນ ຈາກເພສ: ປີໃໝ່ລາວ – Lao New Year

 

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...