Homeຂ່າວຕ່າງປະເທດເວິລ​ແບ​ງປ່ອຍ​ກູ້ 500 ລ້ານ​ໂດ​ລາ​ຊ່ວຍ ຈີນ​ແກ້​​ໄຂມົນ​ລະ​ພິດ

ເວິລ​ແບ​ງປ່ອຍ​ກູ້ 500 ລ້ານ​ໂດ​ລາ​ຊ່ວຍ ຈີນ​ແກ້​​ໄຂມົນ​ລະ​ພິດ

Published on

ທະນາຄານ​ໂລກ​ອະນຸມັດ​ເງິນ​ກູ້​ມູນ​ຄ່າ 500 ລ້ານ​ໂດ​ລາສະຫະລັ​​ດ​ໃຫ້​ກັບ​ລັດຖະບານ​ສປ ຈີນ ​ເພື່ອ​ໃຊ້​ໃນ​ແຜນການ​ແກ້​ໄຂ​ບັນຫາ​ດ້ານ​ມົນ​ລະ​ພິດ​ທາງ​ອາກາດ​ໃນ​ນະຄອນຫຼວງ​ປັກ​ກິ່​ງ ​ແລະ ພື້ນ​ທີ່​ອ້ອມ​ຂ້າງ.

   ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ທະນາຄານ​ໂລກ(​ເວິລ​ແບ​ງ)ອະນຸມັດ​ເງິນ​ກູ້​ຢືມ 500 ລ້ານ​ໂດ​ລາ​ໃຫ້​ກັບ​ລັດຖະບານ​ຈີນ ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ໃນ​ແຜນການ​ສົ່ງ​ເສີມ“ສິນ​ເຊື່ອ​ເພື່ອ​ໂລກ​ສີຂຽວ” ມູນ​ຄ່າ 1,4 ຕື້​ໂດ​ລາ ພາຍ​ໃນ​ໄລຍະ​ເວລາ 6 ປີຕໍ່ໜ້າ ​ເພື່ອ​ແກ້​ໄຂ​ບັນຫາ​​ມົນ​ລະ​ພິດ​ທາງ​ອາກາດ​ໃນ​ນະຄອນຫຼວງ​ປັກ​ກິ​ງ ​ແລະ ພື້ນ​ທີ່​ອ້ອມ​ຂ້າງ ​ໂດຍ​ຍັງ​ມີ​ເງິນ​ສະໜັບສະໜູນ​ປະມານ 500 ລ້ານ​ໂດ​ລາ​ຈາ​ກທະ​ນາຄາ​ນຫົວ​ເຊີຍ ​ແລະ ອີກ 400 ລ້ານ​ໂດ​ລາ​ຈາກ​ຕາສານ​ທຶນ, ​ເງິນ​ຈຳນວນ​ດັ່ງກ່າວ​ຈະ​ຈັດ​ສັນ​ໃຫ້​ແກ່​ທຸລະ​ກິດ​ຕ່າງໆ​ໃນ​ປັກ​ກິ່ງ, ມົນທົນ​ເຫີ​ເປີ່​ຍ ​ແລະ ນະຄອນ​ທຽນ​ຈິນ ລວມທັງ​ພື້ນ​ທີ່​ອ້ອມ​ຂ້າງ ​ເພື່ອ​ຊ່ວຍ​ເຫຼືອ​ໃນມາດ​ຕະການ​ຮັບ​ມື​ກັບ​ມົນ​ລະ​ພິດ​ທາງ​ອາກາດ ພາຍ​ໃຕ້​ແຜນ​ແມ່​ບົດ​ຂອງ​ລັດຖະບານ​ໃນ​ການ​ຄວບ​ຄຸມ ​ແລະ ປ້ອງກັນ​ເຊັ່ນຫຼຸດ​ບໍລິ​ໂພ​ກຖ່ານ​ຫີນ ​ແລະ ການ​ຫຼຸດ​ການ​ປ່ອຍ​ອາຍ​ພິດ​ເຮືອ​ນ​ແກ້ວ ຊຶ່ງ​ຈະ​ມີ​ການຈັດ​ຕັ້ງ​ສູນ​ສິນ​ເຊື່ອ​​ເພື່ອ​ໂລກສີຂຽວ​ໂດຍ​ທະນາຄານ​ຫົວ​ເຊີຍ.

ທັງ​ນີ້​ຈີນ​ເປັນ​ປະ​ເທດ​ທີ່​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ລາຍ​ໃຫຍ່​ສຸດ​ຂອງ​ໂລກ ສ່ວນ​ໜຶ່ງມາ​ຈາກ​ການ​ເພິ່ງ​ພາ​ຖ່ານ​ຫີນ ​ໂດຍ​ກະ​ແສ​ໄຟຟ້າ​ທົ່ວ​ປະ​ເທດ 70% ມາ​ຈາກ​ຖ່ານ​ຫີນ ຊຶ່ງ​ລັດຖະບານ​ຕັ້ງ​ເປົ້າ​ຫຼຸດ​ໃຊ້​ພະລັງງານ​ຈາກ​ເຊື້ອ​ໄຟ​ຖ່ານ​ຫີນ​ລົງ ດ້ວຍ​ການ​​ເພີ່ມ​ພະລັງງານ​ຈາກ​ແຫຼ່ງອື່ນ​ເຊັ່ນ ພະລັງງານ​ນິວ​ເຄລຍ, ພະລັງງາ​ນນ້ຳ, ພະລັງງານ​ແສງ​ອາທິດ ​ໂດຍ​ຕັ້ງ​ເປົ້າ​ຫຼຸດ​ການ​ປ່ອຍ​ມົນ​ລະ​ພິດ​ໃນ​ພາກສ່ວນ​ພະລັງງານ​ລົງ 60% ພາຍ​ໃນ​ປີ 2020.

 

ແຫລ່ງຂ່າວຈາກ: 

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...