Homeຂ່າວພາຍ​ໃນການນຳພັກ-ລັດ ວາງພວງມາລາໃນໂອກາດວັນສ້າງຕັ້ງພັກ ຄົບຮອບ 61 ປີ

ການນຳພັກ-ລັດ ວາງພວງມາລາໃນໂອກາດວັນສ້າງຕັ້ງພັກ ຄົບຮອບ 61 ປີ

Published on

1-1-1

ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 61 ປີ (ວັນທີ 22 ມີນາ 1955-22 ມີນາ 2016), ວັນທີ 22 ມີນານີ້ ທີ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ນະຄອນຫຼວງວຽງຈັນ, ບັນດາຜູ້ນຳພັກ-ລັດ ຊຶ່ງນຳໂດຍ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ພ້ອມດ້ວຍການນຳຂັ້ນສູງຂອງພັກປະຊາ ຊົນ ປະຕິວັດລາວ, ຄະນະລັດຖະບານ, ຄະນະສະພາແຫ່ງຊາດ,
ຄະນະ ປກຊ-ປກສ, ຄະນະອົງການປົກຄອງນະຄອນຫຼວງວຽງຈັນ, ອົງການຈັດຕັ້ງມະຫາຊົນ, ກະຊວງການຕ່າງປະເທດ, ກະຊວງໂຍທາທິການ ແລະ ຂົນສົ່ງ, ສະຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດ, ຄະນະໂຄສະນາອົບຮົມ ສູນກາງພັກ, ຄະນະພົວພັນ ຕ່າງປະເທດສູນກາງພັກ, ອົງການກວດສອບແຫ່ງລັດ, ທະ ນາຄານການຄ້າຕ່າງປະເທດ ແລະ ຄະນະກະຊວງສາທາລະ ນະສຸກຕາມລຳດັບ.
ການວາງພວງມາລາ ເພື່ອ ເປັນການສະແດງເຖິງຄວາມ ເຄົາລົບຮັກ ຄວາມກະຕັນຍູຮູ້ ບຸນຄຸນເຖິງຄຸນງາມຄວາມດີ ຂອງບັນພະບູລຸດລາວ ກໍຄື ຂອງພັກປະຊາຊົນ ປະຕິວັດ ລາວໃນເມື່ອກ່ອນ ຊຶ່ງຄຸນງາມ ຄວາມດີ ແລະ ຜົນງານໃຫຍ່ ຫຼວງດັ່ງກ່າວ ແມ່ນໄດ້ຖືກຈາ ລຶກໄວ້ໃນປະຫວັດສາດ ແລະ ຊີວິດຈິດໃຈຂອງທົ່ວພັກ ທົ່ວ ລັດ ກໍຄືທົ່ວປວງຊົນລາວທັງ ຊາດຕະຫຼອດກາລະນານ
ໃນວັນດຽວກັນ ທີ່ຫໍພິພິ ທະພັນ ໄກສອນ ພົມວິຫານ, ບັນດາການນຳພັກ-ລັດ ກໍໄດ້ ວາງກະຕ່າດອກໄມ້ ເນື່ອງໃນ ໂອກາດວັນສ້າງຕັ້ງພັກເຊັ່ນ ດຽວກັນ.

 

ແຫລ່ງຂ່າວຈາກ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...