Homeສຸຂະພາບ ແລະ ສີ່ງແວດລ້ອມສັນຍານອັນຕະລາຍຂອງຜູ້ສູງອາຍຸ ທີ່ລູກຫຼານຄວນເອົາໃຈໃສ່! ສັນຍານອັນຕະລາຍຂອງຜູ້ສູງອາຍຸ ທີ່ລູກຫຼານຄວນເອົາໃຈໃສ່! ສຸຂະພາບ ແລະ ສີ່ງແວດລ້ອມ Published on 22/03/2016 By ບຸດສະດີ ສາຍນ້ຳມັດ FacebookXPinterestWhatsApp 1961 ການດູແລຜູ້ສູງອາຍຸ ຕ້ອງອາໃສຄວາມຮັກ ແລະ ຄວາມເຂົ້າໃຈເປັນພື້ນຖານ ອີກຍັງຕ້ອງຄິດເຖິງຄຸນນະພາບຊີວິດທີ່ດີສຳລັບຜູ້ສູງອາຍຸອີກດ້ວຍ ຜູ້ເຖົ້າທີ່ມີອາຍຸ 60ປີຂຶ້ນໄປ ເປັນອີກໜຶ່ງຊ່ວງອາຍຸທີ່ມັກເກີດອາການຂອງພະຍາດ ກວດພົບພະຍາດຕ່າງໆ ແລະ ມີຄວາມຜິດປົກກະຕິຂອງຮ່າງກາຍ ແລະ ອາລົມເກີດຂຶ້ນໄດ້ຫຼາຍ. ເຖິງວ່າພະຍາດບາງຢ່າງ ຫຼື ອາການບາງຢ່າງທີ່ຜິດປົກກະຕິຈະຍັງບໍ່ສາມາດກວດພົບ ຫຼື ຜິດປົກກະຕິຈົນສາມາດເຫັນໄດ້ຢ່າງຊັດເຈນ ແຕ່ສິ່ງເຫຼົ່ານັ້ນກໍ່ສາມາດສົ່ງສັນຍານເຕືອນໃຫ້ທ່ານຮູ້ໄດ້. ສັນຍານເຕືອນອັນຕະລາຍຈາກຜູ້ສູງອາຍຸ ທີ່ລູກຫຼານຄວນໃສ່ໃຈ ແລະ ລະມັດລະວັງມີດັ່ງນີ້. ກ້າມເນື້ອອ່ອນແຮງເລື່ອຍໆ ຖ້າຜູ້ສູງອາຍຸຂອງທ່ານເລີ່ມມີອາການກ້າມເນື້ອອ່ອນແຮງຕາມບໍລິເວນຕ່າງໆ ຂອງຮ່າງກາຍ ອາດເປັນສັນຍານເຕືອນຂອງໂຣກອຳມະພາດ ຫຼື ໂຣກຫລອດເລືອດໃນສະໝອງໄດ້ ດັ່ງນັ້ນຈິ່ງຄວນໄປພົບແພດ ເພື່ອຮັກສາ ແລະ ປ້ອງກັນໄວ້ ນອກຈາກອາການກ້າມເນື້ອແຂນຂາອ່ອນແຮງແລ້ວ ຫາກເລີ່ມມີອາການສົ້ມປາກ, ເວົ້າບໍ່ັຊັດ ກໍ່ອາດເປັນສັນຍານເຕືອນຂອງໂຣກອຳມະພາດໄດ້ເຊັ່ນກັນ. ໃຈລອຍເປັນປະຈຳ ອາການເມີ່ລອຍເລື້ອຍໆ ຫຼື ໃຈລອຍ ຈົນບາງຄັ້ງເຖິງກັບໄດ້ຮັບບາດເຈັບ ເຊັ່ນ: ໃຈລອຍໃນເວລາເຮັດຄົວກິນ ແລະ ຖືກມີດບາດ ຫຼື ຕ້ອງເອີ້ນຊ້ຳຫຼາຍໆຄັ້ງຈິ່ງຮູ້ສຶກຕົວ ອາການເຫຼົ່ານີ້ກຳລັງບົ່ງບອກວ່າມີອາການທາງຈິດ ຈິ່ງຄວນໄດ້ຮັບການຮັກສາຢ່າງທັນທີ ກໍ່ຈະສາມາດຢັບຢັ້ງໂຣກທີ່ຈະເປັນໄດ້. ມີບັນຫາໃນການສື່ສານ ຖ້າຍາດຜູ້ໃຫຍ່ຂອງທ່ານມີບັນຫາໃນການສື່ສານ ຄືລົມກັບທ່ານບໍ່ເຂົ້າໃຈ ບໍ່ສາມາດຕອບສະໜອງໄດ້ເປັນຢ່າງດີ ອາດເປັນອາການຂອງໂຣກສະໝອງເສື່ອມໄດ້ ນອກຈາກນີ້ຫາກມີອາການແປກໆເຊັ່ນ: ນອນບໍ່ຫລັບ, ອາລົມແປປວນ, ງຸດງິດງ່າຍ, ເຮັດສິ່ງທີ່ເໜືອຄວາມຄາດໝາຍ ທ່ານຄວນພາໄປພົບແພດ ເພື່ອກວດຫາຄວາມຜິດປົກກະຕິຕ່າງໆ ຢ່າຄິດວ່າເປັນເລື່ອງທົ່ວໄປ ເພາະອາການຕ່າງໆ ທີ່ເກີດຂຶ້ນອາດບົ່ງບອກເຖິງໂຣກຮ້າຍຕ່າງໆ ໄດ້ສະເໝີ ດັ່ງນັ້ນ ທ່ານຈິ່ງບໍ່ຄວນປະປ່ອຍສັນຍານເຕືອນເຖິງໂຣກອັນຕະລາຍຕ່າງໆ ເຫຼົ່ານີ້ເດັດຂາດ. ຂໍ້ມູນຈາກ: http://www.thaiseniormarket.com/ Tagsສັນຍານອັນຕະລາຍຂອງຜູ້ສູງອາຍຸ ທີ່ລູກຫຼານຄວນເອົາໃຈໃສ່ສັນຍານອັນຕະລາຍຜູ້ສູງອາຍຸສັນຍານອັນຕະລາຍຜູ້ສູງໄວສຸຂະພາບສຸຂະພາບຜູ້ສູງອາຍຸໂຣກຊະລາ. ບົດຄວາມຫຼ້າສຸດ ຂ່າວພາຍໃນ ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ... 27/11/2026 ຂ່າວພາຍໃນ ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ... 26/11/2026 ຂ່າວພາຍໃນ ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ... 26/11/2026 ຂ່າວພາຍໃນ ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ... 26/11/2026