spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ສະ­ຫວັນ​ນະ​ເຂດ ມ້າງ​ຄະ­ດີຢາ​ເສບ​ຕິດ

ສະ­ຫວັນ​ນະ​ເຂດ ມ້າງ​ຄະ­ດີຢາ​ເສບ​ຕິດ

Published on

ໃນ​ວັນ​ທີ 3 ມີ­ນາ 2016 ເຈົ້າ​ໜ້າ­ທີ່ ປກສ ເມືອງ​ໄຊ​ບູ​ລີ ໄດ້​ປະ­ສານ​ສົມ­ທົບ​ກັບ​ເຈົ້າ​ໜ້າທີ່ ປກສ ກຸ່ມ 8 ລົງ​ມ້າງ​ຄະ­ດີ ຄ້າ­ຂາຍ​ຢາ​ເສບ​ຕິດ​ຢູ່​ບ້ານ​ມະນີ​ລາດ ເມືອງ​ໄຊ​ບູ​ລີ ສາ­ມາດກັກ​ຕົວ​ຜູ້​ຖືກ​ຫາ 1 ຄົນ​ຊື່​ທ້າວ ສອນ​ມະ​ລິນ ຫຼື ອ່ອງ ອາ­ຍຸ 30  ປີ ຢູ່​ບ້ານ​ມະ­ນີ​ລາດ ເມືອງ​ໄຊ​ບູ​ລີ, ແຂວງ​ສະ­ຫວັນ​ນະ​ເຂດ.

ເຈົ້າ​ໜ້າ­ທີ່ ປກສ ເມືອງ​ໄຊ​ບູ​ລີ ເປີດ­ເຜີຍໃຫ້​ຮູ້​ວ່າ: ວັນ​ທີ 2 ມີ­ນາ 2016 ຜູ້­ກ່ຽວໄດ້​ໄປ​ຊື້​ຢາ​ບ້າ​ນຳ​ໄວ​ໜຸ່ມ​ໃນ​ບ້ານ​ຈຳນວນ 200 ເມັດ ເມື່ອ​ໄດ້​ຢາ​ບ້າ​ມາ​ແລ້ວ ກໍ​ນຳ​ມາ​ເສບຈຳ­ນວນ 2 ເມັດ ແລະ ຂາຍ​ໃຫ້​ກັບ​ໄວ​ໜຸ່ມ​ໃນ​ບ້ານ ຈຳ­ນວນ 10 ເມັດ ຍັງ​ເຫຼືອ 188 ເມັດ. ມາ​ຮອດ​ວັນ​ທີ 3 ມີ­ນາ 2016 ຈຶ່ງ​ໄດ້​ມີ​ເຈົ້າ​ໜ້າ­ທີ່​ເຂົ້າມາ​ກວດ​ຄົ້ນ​ເຮືອນ ຈິ່ງ​ພົບ​ເຫັນ​ຢາ​ບ້າ​ຈຳນວນ​ດັ່ງ­ກ່າວ ພ້ອມ​ກັກ​ຕົວ​ຜູ້­ກ່ຽວ​ມາ​ດຳ­ເນີນ​ຄະ­ດີ.

ທ້າວ ສອນ​ມະ​ລິນ ຍັງ​ສາ­ລະ­ພາບ​ວ່າ:  ຜູ້​ກ່ຽວ​ເລີ່ມ​ເສບ​ຢາ​ບ້າ​ມາ​ແຕ່​ປີ 2014, ເສບ​ມື​ລະ 2-3 ເມັດ ຢາ​ບ້າ​ທີ່​ນຳ​ມາ​ເສບ​ແມ່ນ​ຊື້​ນຳ​ໄວ​ໜຸ່ມ​ໃນ​ບ້ານ. ມາ​ຕົ້ນປີ  2015 ຜູ້​ກ່ຽວ​ກໍ​ເລີ່ມ​ເຄື່ອນ​ຄ້າ­ຂາຍ​ຢາເສບ​ຕິດ​ຢາ​ບ້າ​ທີ່​ນຳ​ຂາຍ​ແມ່ນ​ຊື້​ນຳ​ໄວ ໜຸ່ມ​ໃນ​ບ້ານ​ຄັ້ງ​ລະ 100-200 ເມັດ. ພາຍ­ຫຼັງ​ໄດ້​ຢາ​ບ້າ​ມາ​ແລ້ວ​ນຳ​ມາ​ແບ່ງເສບ​ຄັ້ງ​ລະ 5-10 ເມັດ ສ່ວນ​ທີ່​ເຫື່ອ​ແມ່ນນຳ­ໄປ​ຂາຍ​ໃຫ້​ກັບ​ໄວ້​ໜຸ່ມ​ໃນ​ບ້ານ​ປະ­ຈຸ ບັນ​ຄະ­ດີ​ດັ່ງ­ກ່າວ, ເຈົ້າ​ໜ້າ­ທີ່​ກຳ­ລັງ​ສືບ ສວນ-ສອບ​ສອບ​ຂະ­ຫຍາຍ​ຜົນ ເພື່ອ​ສະ­ຫຼຸບ​ສຳ­ນວນ​ຄະ­ດີ​ສົ່ງ​ໃຫ້​ອົງ­ການ​ໄອ​ຍະ ການ​ປະ­ຊາ­ຊົນ​ດຳ­ເນີນ​ຄະ­ດີ​ຂັ້ນ​ຕໍ່​ໄປ.

ນອນ​ຈາກ​ນັ້ນ, ໃນ​ເດືອນກຸມ­ພາ  2016 ເວ­ລາ 12:00 ໂມງ ເຈົ້າ​ໜ້າ­ທີ່​ຍັງ ໄດ້​ລົງ​ມ້າງ​ລາຍ​ຄະ­ດີ ກ່ຽວ​ກັບ​ຢາ​ເສບ ຕິດ​ອີກ​ໂດຍ​ໄດ້​ຮັບ​ການ​ສົມ­ທົບ​ກັບ​ອຳ ນາດ​ການ​ປົກ­ຄອງ​ບ້ານ​ນາ​ແດງ ແລະ ປກສ ກຸ່ມ 9 ລົງ​ກັກ​ຕົວ ນາງ ສຸ­ພາ ພອນ ຫຼື ໜິງ ອາ­ຍຸ 20 ປີ ອາ­ຊີບ​ແມ່­ເຮືອນ ຢູ່​ບ້ານ​ນາ​ແດງ, ຂະ­ນະ​ກວດ​ຄົ້ນ​ໄດ້​ພົບ ເຫັນ​ຢາ​ບ້າ​ຈຳ­ນວນ 20 ເມັດ ຢູ່​ໃນ​ຕົວ​ຂອງ ຜູ້­ກ່ຽວ​ທີ່​ຊຸກ­ເຊື່ອງ​ໄວ້​ໃນ​ໂສ້ງ​ຊ້ອນ​ໃນ​ຜ່ານ​ການ​ສອບ​ສວນ​ຜູ້­ກ່ຽວ​ຮັບ​ສາ­ລະ ພາບ​ວ່າ: ຢາ​ບ້າ​ຈຳ­ນວນ​ດັ່ງ­ກ່າວ​ເປັນ ຂອງ​ຕົນ​ແທ້ ຊຶ່ງ​ຢາ​ບ້າ​ຈຳ­ນວນ​ດັ່ງ­ກ່າວ ນັ້ນ ໃນ​ວັນ​ທີ 25 ກຸມ­ພາ 2016 ເວ­ລາ  ປະ­ມານ 10:00 ໂມງ ຕົນ​ເອງ​ໄດ້​ໂທ​ຫາ ທ້າວ ສໍ ໃຫ້​ເອົາ​ຢາ​ບ້າ​ມາ​ສົ່ງ​ໃຫ້​ຢູ່​ເຮືອນ​ແຕ່​ມາ​ຮອດ​ເວ­ລາ​ປະ­ມານ 15:00 ທ້າວ ສໍ ໂທ​ບອກ​ຜູ້­ກ່ຽວ​ໄປ​ຮັບ​ເອົາ​ຢາ​ບ້າ​ຢູ່ ແຄມ​ທາງ​ໃກ້​ກັບ​ປ່າ­ຊ້າ​ບ້ານ​ນາ​ແດງ, ຫຼັງຈາກ​ຜູ້­ກ່ຽວ​ໄດ້​ຂີ່​ລົດ­ຈັກ​ໄປ​ຮັບ​ເອົາ​ຢາບ້າ ຈຳ­ນວນ 20 ເມັດ, ເມື່ອ​ໄດ້​ຢ່າ​ບ້າ​ມາແລ້ວ ຕົນ​ເອງ​ຈິ່ງ​ໄດ້​ນຳ​ເອົາ​ຢາ​ບ້າ​ຈຳນວນ​ດັ່ງ­ກ່າວ​ມາ​ໄວ້​ຢູ່​ໃນ​ເຮືອນ​ຂອງ​ຕົນ ເພື່ອ​ເອົາ​ໄວ້​ເສບ ແລະ​ແບ່ງ​ຂາຍ ແຕ່​ກໍຖືກ​ເຈົ້າ​ໜ້າ­ທີ່​ກັກ​ຕົວ​ໄວ້​ໄດ້​ກ່ອນ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...