Homeຂ່າວຕ່າງປະເທດກຸ່ມສິດທິຮຽກຮ້ອງສະຫະລັດ-ອັງກິດ ຢຸດສົ່ງອາວຸດໜູນສົງຄາມເຢເມັນ ກຸ່ມສິດທິຮຽກຮ້ອງສະຫະລັດ-ອັງກິດ ຢຸດສົ່ງອາວຸດໜູນສົງຄາມເຢເມັນ ຂ່າວຕ່າງປະເທດ Published on 22/03/2016 By ບຸດສະດີ ສາຍນ້ຳມັດ FacebookTwitterPinterestWhatsApp 1796 ອົງການນິລະໂທດສະກຳສາກົນ ອອກຖະແຫຼງການຮຽກຮ້ອງໃຫ້ສະຫະລັດ ແລະ ອັງກິດ ຢຸດສົ່ງອາວຸດແກ່ຊາວຊາອຸດິອາຣະເບຍ ໃນການເຮັດສົງຄາມເຢເມນ. ສຳນັກຂ່າວເອເອັຟພີ ລາຍງານຈາກເມືອງ ດູໄບ ປະເທດສະຫະລັດອາຫລັບເອມິເຣດສ໌ (ຢູເອອີ) ເມື່ອວັນທີ 22 ມີນາ 2016 (ວັນນີ້) ວ່າ ອົງການນິລະໂທດສະກຳສາກົນ (ເອໄອ) ອອກຖະແຫຼງການວັນອັງຄານ(ເຊົ້າວັນນີ້) ຮຽກຮ້ອງໃຫ້ທຸກຊາດ ໂດຍສະເພາະອັງກິດ ແລະ ສະຫະລັດ ຢຸດສົ່ງອາວຸດແກ່ຊາວຊາອຸດິອາຣະເບຍ ໃນການເຮັດສົງຄາມເຢເມນ. ເພື່ອຢັບຢັ້ງການເຂັ່ນຂ້າປະຊາຊົນພົນລະເມືອງ ໂດຍຖະແຫລງການດັ່ງກ່າວມີຊື່ວ່າ: “Reckless arms flows decimate civilian lives” ມີອອກມາໃນວາລະຄົບຮອບ 1 ປີ ນັບແຕ່ກອງກຳລັງຮ່ວມຂອງຊາວຊາອຸດິອາຣະເບຍເຂົ້າແຊກແຊງໃນເຢເມນເມື່ອ ເດືອນມີນາ ປີ 2015. ທ່ານ ເຈມສ໌ ລິນຊ໌ ຮອງອຳນວຍການພາກພື້ນຕະເວັນອອກກາງຂອງເອໄອ ກ່າວວ່າ ພັນທະມິດຊາດຕະເວັນຕົກຂອງຊາອຸດິອາຣະເບຍ ເຮັດໃຫ້ສະພາບເຫດການຮ້າຍແຮງລົງດ້ວຍການຈັດສົ່ງອາວຸດໃຫ້ ເຖິງຈະມີຫຼັກຖານທີ່ຊັດເຈນວ່າອາວຸດເຫຼົ່ານັ້ນອາດຖືກນຳໄປໃຊ້ໃນສົງຄາມເຢເມນ ເຊິ່ງກໍ່ໃຫ້ເກີດວິກິດດ້ານມະນຸດສະທຳໃນລະດັບຮຸນແຮງຢ່າງບໍ່ເຄີຍມີມາກ່ອນ ລາຍງານລະບຸວ່າ ມີປະຕິບັດການທາງອາກາດຢ່າງໜ້ອຍ 32 ຄັ້ງຈາກຝ່າຍກອງກຳລັງຮ່ວມທີ່ເຂົ້າຄ່າຍລະເມີດກົດໝາຍມະນຸດສະທຳລະຫວ່າງປະເທດ ສັງເວີຍຊີວິດພົນລະເມືອງ ໄປປະມານ 361 ຄົນ ເຊິ່ງລວມເຖິງເດັກນ້ອຍປະມານ 217 ຄົນ. ນອກຈາກນີ້ຍັງມີລາຍງານການໃຊ້ລະເບີດພວງ ແລະ ລະເບີດດາວກະຈາຍເຊິ່ງເປັນອາວຸດຕ້ອງຫ້າມ ໃນການໂຈມຕີຂອງກອງກຳລັງຮ່ວມຂອງຊາອຸດິອາຣະເບຍ ໂດຍມະຕິຄະນະລັດຖະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (ຢູເອັນເອສຊີ) 2216 (UN Security Council Resolution 2216) ທີ່ມີການລົງມະຕິໃນເດືອນ ເມສາ 2015 ໄດ້ປະກາດຄວ້ຳບາດທາງອາວຸດຕໍ່ກຸ່ມກະບົດຮູຕິ ແລະ ພັນທະມິດແຕ່ພຽງຝ່ານດຽວ ໂດຍບໍ່ຮ່ວມເຖິງຄູ່ສົງຄາມ ຢ່າງກອງກຳລັງຮ່ວມຊາອຸດິອາຣະບີ ແລະ ລັດຖະບານເຢເມນ ເມື່ອວັນທີ 25 ກຸມພາ 2015 ສະຫະພາບຢູໂຣບ (ອີພີ) ໄດ້ຮຍກຮ້ອງໃຫ້ກຸ່ມສະຫະພາບຢຸໂຣບ (ອີຢູ) ທັງໝົດຄວ້ຳບາດທາງອາວຸດຕໍ່ຊາອຸດິອາຣະເບຍ. ຖະແຫລງການເອໄອລະບຸວ່າ ເນື່ອງຈາກຊ່ອງວ່າງໃນມະຕິຂອງຢູເອັນເອັສຊີ ເອໄອ ຈິ່ງຮຽກຮ້ອງໃຫ້ທຸກປະເທດຢຸດຕິການຈັດສົ່ງອາວຸດໃຫ້ທຸກຝ່າຍໃນສົງຄາມເຢເມນ ບໍ່ວ່າຈະໂດຍທາງກົງ ຫຼື ທາງອ້ອມ ທັງໃນສ່ວນຂອງອາວຸດອຸປະກອນຕ່າງໆ ແລະ ເທັກໂນໂລຢີທີ່ອາດນຳໄປໃຊ້ໃນການສູ້ຮົບໄດ້ ທັງນີ້ ລາຍງານຂອງອົງການອະນະໄມໂລກ (ດັບເບິນຢູເອັຊໂອ) ລະບຸວ່າ ການສູ້ຮົບໃນເຢເມນມີຜູ້ເສຍຊີວິດເກືອບ 6,300 ຄົນ ລວມເຄິງໜຶ່ງເປັນພົນລະເມືອງ. https://youtu.be/-jiadq3n0Tk ວິດີໂອປະກອບ : Human Rights Watch ແຫລ່ງຂ່າວຈາກ: ເວັບຂ່າວເດລີນີວສ໌ Tagsການກໍ່ສົງຄາມກຸ່ມສິດທິຮຽກຮ້ອງສະຫະລັດ-ອັງກິດ ຢຸດສົ່ງອາວຸດໜູນສົງຄາມເຢເມັນຂ່າວຕ່າງປະເທດສະຫະລັດສົງຄາມກາງເມືອງສົງຄາມເຢເມັນອັງກິດອົງການດັບເບິນຢູເອັຊໂອອົງການຢູເອອີອົງການເອໄອ ບົດຄວາມຫຼ້າສຸດ ຂ່າວກິລາ ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ... 16/11/2025 ກອງປະຊຸມສະໄໝສາມັນ ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ... 14/11/2025 ຂ່າວຕ່າງປະເທດ ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ... 10/11/2025 ຂ່າວການສຶກສາ ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025 ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ... 10/11/2025