Home​ຂ່າວທ່ອງທ່ຽວວັດພະທາດຊຽງຕຶງ ເມືອງ ສິງ, ແຂວງ ຫຼວງນ້ຳທາ.

ວັດພະທາດຊຽງຕຶງ ເມືອງ ສິງ, ແຂວງ ຫຼວງນ້ຳທາ.

Published on

ເມືອງສິງ ເປັນເມືອງໜຶ່ງຂອງແຂວງຫຼວງນ້ຳທາ ເດີນທາງຈາກຕົວເມືອງຫຼວງນ້ຳທາຫາເມືອງສິງປະມານ 1-2 ຊົ່ວໂມງ ໄປທາງທິດເໜືອ ເມືອງສິງມີຊາວເຜົ່າລື້ອາໃສຢູ່ເປັນສ່ວນຫຼາຍ ແລະ ຍັງມີຫຼາຍຊົນເຜົ່າອາໄສຢູ່.

ເມືອງສິງເປັນເມືອງທ່ອງທຽວຫຼັກອີກແຫ່ງໜຶ່ງຂອງແຂວງ ຫຼວງນ້ຳທາ ຫາກທ່ານໃດທີ່ເດີນທາງມາເມືອງສິງແລ້ວ ສາມາດເດີນທາງຊົມສະຖານທີ່ທ່ຽວໄດ້ຢ່າງສະບາຍເພາະສະຖານທີ່ທ່ຽວແຕ່ລະແຫ່ງຢູ່ບໍ່ໄກກັນຫຼາຍ ສ່ວນຫຼາຍແມ່ນຢູ່ໃນບໍລິເວນຕົວເມືອງ ທ່ານສາມາດທ່ຽວຄົບພາຍໃນວັນດຽວ.

namtha_bg

ສະຖານທີ່ທ່ອງທ່ຽວຂອງເມືອງສິງທີ່ຂຶ້ນຊື່ປະກອບມີ: ວັດຫຼວງບ້ານຊຽງໃຈ, ເຮືອນພະຍາເຊກອງ, ຕະຫຼາດໃຫຍ່, ພະທາດຊຽງຕຶງ, ງານບຸນພະທາດເມືອງສິງ (ງານບຸນປະຈຳປີ)

ເຊິ່ງທ່ອງທ່ຽວກັບລາວໂສຕ໌ວັນນີ້ ພວກເຮົາຈະພາທຸກທ່ານໄປທ່ຽວ ວັດພະທາດຊຽງຕຶງ ເມືອງ ສິງ ນຳກັນແຕ່ອື່ນເຮົາມາຮູ້ປະຫວັດຂອງພະທາດຊຽງຕຶງກັນກ່ອນ.

ພະທາດຫຼວງຊຽງຕຶງ ເມືອງສິງ ຕັ້ງຢູ່ເທິງຈອມພູ ທາງທິດຕາເວັນ ຕົກສຽງໃຕ້ ຂອງເມືອງສິງ ຫ່າງຈາກຕົວເມືອງເມືອງສິງ ໄປທາງແຂວງຫຼວງນ້ຳທາ 5 ກິໂລແມັດ. ມີເສັ້ນທາງ ຈາກຕີນພູ ຂຶ້ນໄປຮອດຕົວພະທາດ ສອງເສັ້ນທາງ ຄື: ທາງຍ່າງ ແມ່ນມີຂັ້ນໄດຂຶ້ນ ມີຄວາມຍາວປະມານ 750 ແມັດ ແລະ​ ເສັ້ນທາງລົດໃຫ່ຍຂຶ້ນ ແມ່ນປູຢາງ ມີຄວາມຍາວປະມານ 1000 ແມັດ. ພະທາດຫຼວງຊຽງຕຶງ ເປັນແຫຼ່ງທ່ອງທ່ຽວ ທາງດ້ານປະຫວັດສາດ ແລະ​ ວັດທະນາທຳ ທີ່ຖືກຮັບຮອງເອົາ ເປັນມູນມໍລະດົກວັດທະນາທຳ ຂອງ ແຂວງຫຼວງນ້ຳທາ ຜ່ານມາຫຼາຍປີແລ້ວ, ພະທາດຫຼວງຊຽງຕຶງ ເປັນພະທາດເກົ່າແກ່, ເປັນສູນລວມ ຄວາມສັດທາຂອງຊາວເມືອງສິງ ມາແຕ່ບູຮານນະການ.

3322

ວັດພະທາດຊຽງຕຶງ ມີລັກສະນະເປັນເຈດີຖານແປດຫຼ່ຽມສູງ 10 ແມັດ ເປັນສະຖາປັດຕະຍາກຳແບບລ້ານຊ້າງ ແລະ ລ້ານນາ ທຸກປີໃນວັນເພັງເດືອນ 12 ຊາວເມືອງຈະສະຫຼອງບຸນຂຶ້ນພະທາດ ເປັນງານບຸນໃຫຍ່ປະຈຳປີ ເຊັ່ນດຽວກັນກັບງານສະຫຼອງພະທາດຫຼວງວຽງຈັນທີ່ຈັດຂຶ້ນໃນວັນດຽວກັນ.

ການເດີນທາງຍັງບໍ່ສິ້ນສຸດ ທ່ຽວເມື່ອລາວໃຫ້ທົ່ວ ແລ້ວທ່ານຈະຮູ້ວ່າ ເປັນຫຍັງຄົນຕ່າງຊາດຈິ່ງມັກມາທ່ຽວປະເທດລາວ.

 

ຮຽບຮຽງໂດຍ: ລາວໂພສຕ໌.ຄອມ

ຮູບພາບຈາກ: ເວັບໄຊ໌ຮັອດເຊຍ.ຄອມ

ຂໍ້ມູນຈາກ: ເວັບໄຊ໌ອັນແນອອນທົວ.ຄອມ

 

 

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...