spot_img
Homeຂ່າວການສຶກສາແຂວງຊຽງຂວາງ ຈັດພິທີສອບເສັງນັກຮຽນເກັ່ງຊັ້ນມັດທະຍົມສຶກສາຂັ້ນແຂວງ

ແຂວງຊຽງຂວາງ ຈັດພິທີສອບເສັງນັກຮຽນເກັ່ງຊັ້ນມັດທະຍົມສຶກສາຂັ້ນແຂວງ

Published on

ພິທີຈັດຕັ້ງການສອບເສັງນັກຮຽນເກັ່ງຊັ້ນມັດທະຍົມສຶກສາຂັ້ນແຂວງ ທົ່ວແຂວງຊຽງຂວາງ ປະຈຳສົກຮຽນ 2015 – 2016 ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 17 ມີນາ 2016 ຜ່ານມາທີ່ສະໂມສອນໂຮງຮຽນສາມັນກິນນອນຊົນເຜົ່າແຂວງຊຽງຂວາງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ບົວລີ ພັນນາວົງ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງຊຽງຂວາງ ເຂົ້າຮ່ວມພິທີມີທ່ານ ໄຊປັນຍາ ໄຊຍະຈິດ ຫົວໜ້າຂະແໜງມັດທະຍົມສຶກສາພ້ອມຄະນະ ມີຄະນະກຳມະການຍາມຫ້ອງສອບ ກຳມະການກວດບົດ ແລະ ຄູນຳພານັກຮຽນ ພ້ອມດ້ວຍນ້ອງນັກສອບທີ່ມາຈາກແຕ່ລະເມືອງທົ່ວແຂວງເຂົ້າຮ່ວມ.

ທ່ານ ນາງ ວຽງເພັດ ເທບອຸດົມ ຮອງຫົວໜ້າຂະແໜງມັດທະຍົມ ພະແນກສຶກສາທິການ ແລະ ກີລາແຂວງຊຽງຂວາງໄດ້ກ່າວລາຍງານວ່າ ສໍາລັບການສອບເສັງຄັດເລືອກນັກຮຽນເກັ່ງຊັ້ນມັດທະຍົມສຶກສາຂັ້ນແຂວງຢູ່ແຂວງຊຽງຂວາງ ສົກຮຽນ 2015 – 2016 ນີ້ ມີນັກຮຽນທັງໝົດທີ່ເປັນໂຕແທນໃຫ້ແຕ່ລະເມືອງທົ່ວແຂວງເຂົ້າຮ່ວມ 46 ຄົນ ຍິງ 8 ຄົນ ໃນນັ້ນ ຊັ້ມ ມ. 4 ມີ 23 ຄົນ ຍິງ 4 ຄົນ ແລະ ຊັ້ນ ມ. 7 ມີ 23 ຄົນ ຍິງ 4 ຄົນ ສໍາລັບວິຊາທີ່ນຳມາສອບເສັງປະກອບມີ ວິຊາ ພາສາລາວ-ວັນນະຄະດີ ວິຊາຄະນິດສາດ ວິຊາເຄມີສາດ ແລະ ວິຊາຟີຊິກສາດ ແຕ່ລະວິຊາໃຊ້ເວລາສອບເສັງທັງໝົດ 90 ນາທີ ພາຍຫຼັງສຳເລັດການສອບເສັງພາກວິຊາການແລ້ວ ບັນດານ້ອງໆນັກສອບຍັງຈະໄດ້ເຂົ້າຮ່ວມຖາມ-ຕອບ ຄວາມຮູ້ຮອບໂຕ ເພື່ອຊີງເອົາຂອງຂວັນລາງວັນ ແລະ ໄປທັດສະນະສຶກສາສະຖານທີ່ທ່ອງທ່ຽວທີ່ສຳຄັນທາງປະຫວັດສາດຂອງແຂວງຕື່ມອີກ.

ທ່ານນາງ ວຽງເພັດ ເທບອຸດົມ ຍັງໃຫ້ຮູ້ຕື່ມອີກວ່າ ຈຸດປະສົງຂອງການຈັດການສອບເສັງນັກຮຽນເກັ່ງຂັ້ນແຂວງຄັ້ງນີ້ ນອກຈາກຈະເປັນການຄັດເລືອກເອົາໂຕແທນນັກຮຽນເກັ່ງແຕ່ລະວິຊາ ທີ່ເປັນໂຕແທນໃຫ້ແຂວງຊຽງຂວາງ ເພື່ອເຂົ້າຮ່ວມສອບເສັງນັກຮຽນເກັ່ງລະດັບຊາດທີ່ຈະຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໃນທ້າຍເດືອນເມສາ 2016 ນີ້ແລ້ວ ຍັງເປັນການສົ່ງເສີມພອນສະຫວັນຂອງນ້ອງໆນັກຮຽນທາງດ້ານຄວາມຮູ້ ຄວາມສາມາດ ສະຕິປັນຍາ ຫົວຄິດປະດິດສ້າງ ກະຕຸກຊຸກຍູ້ຂະບວນການຮຽນ-ການສອນ ຂອງຄູ ອາຈານ ແລະ ນັກຮຽນ ສ້າງຂະບວນການສອນດີ-ຮຽນເກັ່ງ ພາຍໃນໂຮງຮຽນຕື່ມອີກ.
ໂອກາດດຽວກັນ ທ່ານ ບົວລີ ພັນນາວົງ ກຳມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງຊຽງຂວາງ ໄດ້ໃຫ້ກຽດຂຶ້ນໂອ້ລົມ ປະກອບຄຳຄິດຄຳເຫັນ ເຊິ່ງທ່ານໄດ້ຍົກໃຫ້ເຫັນພາລະບົດບາດການສ້າງນັກຮຽນເກັ່ງ ນອກຈາກເປັນການສົ່ງເສີມພອນສະຫວັນທາງດ້ານການຮຽນຂອງນັກຮຽນ ແລະ ຄັດເລືອກໂຕແທນນັກຮຽນເກັ່ງເຂົ້າຮ່ວມສອບເສັງລະດັບຕ່າງໆແລ້ວ ຍັງແມ່ນການຄັດເລືອກນັກຮຽນທີ່ດີ ມີຄວາມຮູ້ ຄວາມສາມາດ ມີຄຸນສົມບັດດີ ເພື່ອໄປຮຽນຕໍ່ ແລະ ຮັບຜິດຊອບໜ້າທີ່ໄດ້ດີ ທັງຮັບໃຊ້ປະເທດຊາດໄດ້ດີອີກດ້ວຍ ທ່ານຍັງໄດ້ຮຽກຮ້ອງໃຫ້ນ້ອງນັກສອບຈົ່ງໃຊ້ຄວາມພະຍາຍາມເຮັດບົດດ້ວຍຄວາມອຸ່ນອຽນທຸ່ນທ່ຽງ ບໍລິສຸດຍຸຕິທຳ ຄົ້ນຄິດພິຈະລະນາດ້ວຍຄວາມລະອຽດຖີ່ຖ້ວນ ແລະ ເຮັດບົດໃຫ້ເຕັມເວລາ ຄະນະຮັບຜິດຊອບການສອບເສັງກໍໃຫ້ເຮັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ພ້ອມກັນດຳເນີນບັ້ນສອບເສັງນັກຮຽນເກັ່ງຄັ້ງນີ້ໃຫ້ບັນລຸຕາມຄາດໝາຍທີ່ກຳນົດໄວ້.

ຂ່າວ/ພາບ: ຄານສີສະຫວັນ ພົງພັກດີ

ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...