Homeຂ່າວການພັດທະນາລັດຖະບານສະຫະລັດອາເມຣິກາ ໃຫ້ການຊ່ອຍເຫຼືອ ເຝິກອົບຮົມວຽກງານຕ້ານການສໍ້ລາດບັງຫຼວງ

ລັດຖະບານສະຫະລັດອາເມຣິກາ ໃຫ້ການຊ່ອຍເຫຼືອ ເຝິກອົບຮົມວຽກງານຕ້ານການສໍ້ລາດບັງຫຼວງ

Published on

ລັດຖະບານສະຫະລັດອາເມຣິກາ ໃຫ້ການຊ່ອຍເຫຼືອ ເຝິກອົບຮົມວຽກງານຕ້ານການສໍ້ລາດບັງຫຼວງ

ໂດຍໄດ້ຮັບການຊ່ອຍເຫຼືອຈາກສະຖານທູດສະຫະລັດອາເມຣິກາ ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ ຮ່ວມກັບ ສະພາທະນາຍຄວາມອາເມຣິກາ ພະແນກຫຼັກແຫ່ງກົດໝາຍ ໄດ້ຈັດເຝິກອົບຮົມຄູເຝິກກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງຂື້ນໃນວັນທີ 14-18 ມີນາ 2016 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ໄຊຄຳ ອຸ່ນມີໄຊ ຮອງປະທານອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ທ່ານ ນາງ ຄິມເບີຣີ ບົກລີ ຫົວໜ້າພະແນກຢາເສບຕິດ ແລະ ປະຕິບັດມາດຕະການດ້ານກົດໝາຍ ສະຖານທູດສະຫະລັດອາເມຣິກາ ເຂົ້າຮ່ວມຊຸດເຝິກອົບຮົມຄັ້ງນີ້ ມີເຈົ້າໜ້າທີ່ ພະນັກງານລັດຖະກອນຈຳນວນ 77 ທ່ານ ທີ່ມາຈາກ 37 ພາກສ່ວນ ແລະ ບັນດາກະຊວງ ອົງການອ້ອມຂ້າງທີ່ກ່ຽວຂ້ອງ.

ການເຝິກອົບຮົມນີ້ ຈະຊ່ອຍໃຫ້ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ ນຳໃຊ້ກົດໝາຍຕ້ານການສໍ້ລາດບັງຫຼວງສະບັບປັບປຸງປີ 2005 ແລະ ກົດໝາຍອື່ນທີ່ກ່ຽວຂ້ອງ ຮວມທັງບັນດາສົນທິສັນຍາຕ່າງໆ ເພື່ອຕ້ານ ແລະ ຫຼຸດຜ່ອນການສໍ້ລາດບັງຫຼວງ ໃນ ສປປ.ລາວ ເຊິ່ງຂຶ້ນຫ້ອງບັນຍາຍໃນການເຝິກອົບຮົມຄັ້ງນີ້ມີ ທ່ານ ປີເຕີ ຣິດຊີ ທີ່ປຶກສາອາວຸໂສດ້ານການຕ້ານການສໍ້ລາດບັງຫຼວງ ສະພາທະນາຍຄວາມອາເມຣິກາ ແລະ ພະນັກງານອາວຸໂສຈາກອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ ອົງການໄອຍະການປະຊາຊົນສູງສຸດ ແລະ ທະນາຄານແຫ່ງ ສປປ.ລາວ ໂດຍບັນດາຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບອົງປະກອບຕ່າງໆຂອງອາຊະຍາກຳດ້ານການເງິນຈາກສົນທິສັນຍາສະຫະປະຊາຊາດຕ້ານການສໍ້ລາດບັງຫຼວງ ລະບົບ ແລະ ທັກສະຕ່າງໆໃນການກວດຮູ້ ແລະ ສືບສວນອາຊະຍາກຳດັ່ງກ່າວ ແລະ ກູ້ຊັບສິນທີ່ເສຍຫາຍຄືນມາ.

 

ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...