Homeນານາສາລະໜວດສາລີມີຄຸນປະໂຫຍດສາລະພັດໃນການຮັກສາພະຍາດ ໜວດສາລີມີຄຸນປະໂຫຍດສາລະພັດໃນການຮັກສາພະຍາດ ນານາສາລະສຸຂະພາບ ແລະ ສີ່ງແວດລ້ອມ Published on 18/03/2016 By ບຸດສະດີ ສາຍນ້ຳມັດ FacebookTwitterPinterestWhatsApp 2213 ໃຜທີ່ຊື້ສາລີມາປອກເປືອກແລ້ວຢ່າຟ້າວຖີ້ມ ເພາະໜວດສາລີມີຄຸນປະໂຫຍດສາລະພັດໃນການຮັກສາພະຍາດ ໜວດສາລີທີ່ເຮົາແກະແລ້ວໂຍນຖິ້ມຕະຫຼອດ ເປັນຢາຈີນຊື່ວ່າ ອີ້ວຫມີ່ຊວີ 玉米须 ມີສັບພະຄຸນຊ່ວຍໃນການຂັບຖ່າຍປັດສະວະ, ລຸດບວມ, ລະບາຍຄວາມຮ້ອນອອກທາງການປັດສະວະ, ປັບສົມດູນລົມປານຕັບ, ຂັບນ້ຳບີ ຈິ່ງເໝາະໃນການໃຊ້ຮັກສາ ຜູ້ປ່ວຍໂຣກໄຕ, ດີຊ່ານ, ຕັບອັນກເສບ, ນິ້ວຖົງບີອັກເສບ, ຖົງນ້ຳບີອັກເສບ, ຮາກເປັນເລືອດ, ໄຊນັສອັກເສບ, ຝີເຕົ້ານົມ ຊ່ວຍລຸດຄວາມດັນ ແລະ ນ້ຳຕານໃນເລືອດ. ສຳລັບວີທີເຮັດແມ່ນບໍ່ມີຄວາມຫຍຸ້ງຍາກຊັບຊ້ອນຫຍັງເລີຍ ພຽງແຕ່ໜວດສາລີປະມານ 1 ຍຸບມືມາໃສ່ໃນຈອກ ແລ້ວຖອກນ້ຳຮ້ອນລົງ (ເຮັດຄືການຊົງຊາດື່ມ) ປະໄວ້ຈົນນ້ຳກາຍເປັນສີເຫຼືອງແລ້ວຈິ່ງຄ່ອຍດື່ມ ສຳລັບຜູ້ປ່ວຍແມ່ນເຮັດແບບນີ້ດື່ມຕ່າງນ້ຳທຸກໆຈະເປັນຜົນດີຕໍ່ສຸຂະພາບທ່ານ. ສຳລັບຄົນມີໜວດສາລີຫຼາຍແມ່ນສາມາດຕາກແດດໄວ້ຊົງດື່ມໃນວັນຕໍ່ໆໄປໄດ້. ຂໍ້ມູນດັ່ງກ່າວນີ້ໄດ້ຖືກເຜີຍແຜ່ໃນເຟສບຸ໊ກທີ່ມີຊື່ວ່າ ແພດຈີນ ສພລ ສົມວົງ ແລະ ກໍ່ມີຄົນເຂົ້າມາສະແດງຄວາມຄິດເຫັນຕ່າງໆນາໆ ເຊິ່ງເປັນຂໍ້ມູນທີ່ດີຫຼາຍທາງລາວໂພສຕ໌ເລີຍຂໍແບ່ງປັນມາບອກຕໍ່ ຈັ່ງໃດກໍ່ພາກັນລອງເຮັດເບິ່ງເດີ້. Tagsນານາສາລະຢາພື້ນເມືອງສຸຂະພາບ ບົດຄວາມຫຼ້າສຸດ ຂ່າວຕ່າງປະເທດ ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ... 17/11/2025 ຂ່າວກິລາ ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ... 16/11/2025 ກອງປະຊຸມສະໄໝສາມັນ ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ... 14/11/2025 ຂ່າວຕ່າງປະເທດ ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ... 10/11/2025