Homeຊີວິດແລະຄວາມຮັກເງິນ...ຊື້ຄວາມຮັກບໍ່ໄດ້...ແຕ່ກໍ່ສຳຄັນ ແລະ ຈຳເປັນ

ເງິນ…ຊື້ຄວາມຮັກບໍ່ໄດ້…ແຕ່ກໍ່ສຳຄັນ ແລະ ຈຳເປັນ

Published on

ເລື່ອງຊີວິດກັບຄວາມຮັກວັນນີ້ລາວໂພສຕ໌ຈະບໍ່ໄດ້ມາເວົ້າເຖິງການມີເພດສຳພັນຄືຫົວຂໍທີ່ຜ່ານມາ ແຕ່ເຮົາຈະມາເວົ້າໃນຫົວຂໍ້ “ເງິນ ກັບ ຄວາມຮັກ”

ຫຼາຍຄົນເຊື່ອວ່າຄວາມຮັກເຮັດໃຫ້ໂລກສົດໃສສວຍງາມ ເພາະທຳມະຊາດສອນໃຫ້ເຮົາຮຽນຮູ້ທີ່ຈະຮັກ ແລະ ຖືຮັກ ພື້ນຖານຂອງຄວາມຈິງໃຈ, ຊື່ສັດ ແລະ ເປັນຜູ້ເສຍສະຫຼະ ຄວາມເຊື່ອທີ່ວ່ານີ້ ຫາກເບິ່ງຜິວເຜີນແລ້ວກໍ່ບໍ່ມີບັນຫາ ແຕ່ເມື່ອເບິ່ງເຂົ້າໄປເລິກໆເຮົາຈະພົບວ່າ ຮັກຂອງເຮົາຍັງມີບົດທົດສອບຊະນິດເຂັ້ມຂຸ້ນລໍຖ້າເຮົາພິສູດຢູ່ “ຮັກແທ້” ອີກຫລາກຫຼາຍໂດຍສະເພາະ “ເງິນ” ເຊິ່ງສຳຄັນບໍ່ແພ້ກັບບັນຫາອື່ນໆ

ຄູ່ຮັກຫຼາຍຄົນເສຍຫຼັກເພາະເລື່ອງແບບນີ້ມາແລ້ວ…ຂໍບອກ…

ທ່ານເຄີຍສັງເກດບໍ່ວ່າເວລາເຮົາກະເປົາໜັກ ເຮົາກັບແຟນຢາກເຮັດສິ່ງໃດ ຢາກໄປໃສກໍ່ສະດວກສະບາຍໄປໝົດ ບົດຮັກເດີນທາງແບບບໍ່ມີສະດຸດ ອາລົມໂຣແມນຕິກ ຄຳເວົ້າຫວານຊຶ້ງເປັນຕາຟັງເຫຼືອເກີນ ຊ່ວງໃດທີ່ມີງັອນໃສ່ກັນ ອີກຝ່າຍກໍ່ຕ້ອງຟ້າວງໍ້ຂໍຄືນດີ ດ້ວຍການຊື້ດອກໄມ້ໃຫ້, ພາໄປກິນເຂົ້າ, ເບິ່ງໜັງ, ຟັງເພງ…ທຸກຢ່າງ…ຈັດໄປ!

ແຕ່ເມື່ອໃດກໍ່ຕາມທີ່ເງິນຂາດມື ຢ່າວ່າແຕ່ເວົ້າງໍ້ເລີຍ ຂะໜາດໜ້າຍັງຮອດບໍ່ຢາກແນມ ໃຜກັນທີ່ຢາກເບິ່ງແຟນໜ້າຫ່ຽວໆແຫ້ງໆ ຊວນໄປໃສແຕ່ລະເທື່ອກໍ່ອືດໆບອກແຕ່ວ່າ “ແຫະ ແຫະ ບໍ່ມີເງິນ…”

ຈາກທີ່ເຄີຍ ຈູຈີ ກໍ່ກາຍເປັນ ຈຸກຈິກ ເມື່ອຄວາມຮັກເສຍຫຼັກຕ່າງກໍ່ມີທັດສະນະຄະຕິທີ່ບໍ່ຕົງກັນ ອີກຝ່າຍເບິ່ງວ່າຄວາມຮັກບໍ່ຈຳເປັນຕ້ອງໃຊ້ເງິນ ແຕ່ອີກຝ່າຍພັດເບິ່ງວ່າ ບາງຄັ້ງ ແລະ ຫຼາຍໆຄັ້ງທີ່ຈຳເປັນຕ້ອງໃຊ້ເງິນ ຫາກຕອນນີ້ຄູ່ໃດກຳລັງເກີດບັນຫານີ້ ພວກທ່ານລອງທົບທວນເບິ່ງໃຫ້ດີໆ 

ຫາກທຳອິດຄວາມຮັກເກີດຂຶ້ນທ່າມກາງຄວາມລຽບງ່າຍ ບັນຫາກໍ່ຈະບໍ່ເກີດ ບໍ່ຕ້ອງຄິດວ່າອີກຝ່າຍຈະມີ ຫຼື ບໍ່ມີ ຫຼື ຄິດແຕ່ວ່າຄົບກັນແລ້ວຕົນເອງຈະມີຄວາມສຸກ ຫຼື ບໍ່

ຕາມທັດສະນະຄະຕິສ່ວນຕົວເອງ ຄິດວ່າພວກທີ່ຫວ່ານເງິນເພື່ອຕີລາຄາຄວາມຮັກເຂົາເອີ້ນວ່າ “ຄົນບໍ່ມີຫົວໃຈ” ມີແຕ່ຄວາມຢາກໄດ້ ເມື່ອໄດ້ມາກໍ່ບໍ່ເຄີຍຮູ້ຄຸນຄ່າ ຢາກເລີກກໍ່ເລີກ ເພາະປຽບຄວາມຮັກເໝືອນສິ່ງຂອງຕາມຮ້າງຊຸບເປີ້ມາເກັດ ຄົນແບບນີ້ແຫລະທີ່ເອີ້ນວ່າພວກໃຊ້ເງິນຊື້ຄວາມຮັກ. ແຕ່ສາວໆສ່ວນຫຼາຍກໍ່ມັກທີ່ຈະໄດ້ຮັບຮັກແບບນີ້

ເຊິ່ງຕ່າງຈາກຄົນມີຄວາມຮັກທີ່ໃຊ້ຫົວໃຈລົງທຶນ ຮູ້ຈັກນຳມູນຄ່າຂອງເງິນແລກປ່ຽນເປັນການເອົາໃຈໃສ່ເຊິ່ງກັນ ແລະກັນ ຖະໜອມຄວາມຮູ້ສຶກ, ເປັນຜູ້ໃຫ້ເລືອກເຟັ້ນໂອກາດເໝາະສົມ ສະແດງຄວາມຮັກໃນຮູບແບບຜ່ອນຄາຍ ສ້າງສີສັນ ເຕີມຄວາມຫວານໃຫ້ຊີວິດຮັກແບບຄີຣມເນີຍຄື ມີທັງຫວານ, ຫອມ, ມັນ ແບບສະໝ່ຳສະເໝີ. ເຊິ່ງເລື່ອງແບບນີ້ເງິນຈະບໍ່ສາມາດຊື້ໄດ້ຕະຫຼອດເວລາ.

ສະນັ້ນທ່ານຕ້ອງແຍກແຍະໃຫ້ຊັດເຈນລະຫວ່າງ ຮັກທີ່ໃຊ້ເງິນຊື້ໄວ້ເປັນເຈົ້າຂອງ ກັບຄວາມຮັກທີ່ຮູ້ຈັກໃຊ້ເງິນແລກຄວາມສຸກເພື່ອຄົນທີ່ເຮົາຮັກ.

ຮຽບຮຽງໂດຍ: ແອັດມິນ ປັອກເລັກ ລາວໂພສຕ໌

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...