spot_img
Home​ຂ່າວທ່ອງທ່ຽວຖ້ຳທ່ານປະທານໄກສອນ ພົມວິຫານ ເມືອງ ວຽງໄຊ ແຂວງ ຫົວພັນ.

ຖ້ຳທ່ານປະທານໄກສອນ ພົມວິຫານ ເມືອງ ວຽງໄຊ ແຂວງ ຫົວພັນ.

Published on

 

ທ່ອງທ່ຽວວັນນີ້ລາວໂພສຕ໌ຈະພາທຸກທ່ານໄປເມືອງວຽງໄຊ ແຂວງຫົວພັນ

ເສັ້ນທາງຈາກເມືອງຊຳເໜືອເຖິງເມືອງວຽງໄຊມີໄລຍະທາງ 29 ກິໂລແມັດ ມີທິວທັດທຳມະຊາດທີ່ສວຍງາມດ້ວຍພູເຂົາລູກນ້ອຍລູກໃຫຍ່ເກະກ່າຍສະລັບຊັບຊ້ອນກັນໄປ ຕາມເສັ້ນທາງໄປກໍ່ເຫັນເຮືອນປະຊາຊົນ ເຫັນທົ່ງໄຮ່ທົ່ງນາສວຍງາມ ເມືອງວຽງໄຊແຕ່ກ່ອນເຄີຍເປັນດັ່ງສູນບັນຊາການຂອງກອງກຳລັງປົດປ່ອຍປະເທດຊາດ ສະຖານທີ່ທ່ອງທ່ຽວຊື່ດັງຂອງເມືອງນີ້ກໍ່ແມ່ນບັນດາຖ້ຳຂອງທ່ານຜູ້ນຳລາວເຊັ່ນ: ຖ້ຳທ່ານ ໄກສອນພົມວິຫານ, ຖ້ຳທ່ານຄຳໄຕ ສີພັນດອນ, ຖ້ຳທ່ານ ໜູຮັກ ພົມສະຫວັນ, ຖ້ຳທ່ານ ສຸພານຸວົງ, ຖ້ຳທ່ານ ພູມີ ວົງວິຈິດ, ຖ້ຳກອງປ້ອງກັນທາງອາກາດ. 

kaysone_phomvihane

ເຊິ່ງວັນນີ້ລາວໂພສຕ໌ຈະພາທຸກທ່ານໄປທ່ຽວຖ້ຳທ່ານປະທານ ໄກສອນ ພົມວິຫານ ເຊິ່ງຕັ້ງຢູ່ເມືອງ ວຽງໄຊ ແຂວງ ຫົວພັນ. ຖ້ຳນີ້ນອກຈາກຈະເປັນແຫລ່ງທ່ອງທ່ຽວທີ່ຂຶ້ນຊື່ອີກແຫ່ງໜຶ່ງຂອງເມືອງວຽງໄຊແລ້ວ ຍັງເປັນບ່ອນຈາລຶກປະຫວັດສາດການຕໍ່ສູ້ກູ້ຊາດຂອງລາວເຮົາ ຫາກທ່ານໃດທີ່ຍັງບໍ່ເຄີຍໄດ້ມາເທື່ອເຮົາມາທ່ຽວພ້ອມໆກັນເລີຍ.

1192

ຖ້ຳທ່ານ ໄກສອນ ພົມວິຫານ ເດີມເອີ້ນວ່າ ຜາຢ່ອນ ແຕ່ກ່ອນກີ້ຖ້ຳນີ້ມີເຜິ້ງຫຼາຍ ປະຊາຊົນເຂດນີ້ຢາກໄດ້ແຕ່ຂຶ້ນໄປເອົາລຳບາກ ຕ້ອງປີນຂຶ້ນຜາ ແລ້ວເອົາເຊືອກຢ່ອນລົງມາເພື່ອເອົາເຜິ້ງ ຈິ່ງເອີ້ນວ່າຖ້ຳຢ່ອນ ຖ້ຳນີ້ເປັນຖ້ຳທຳມະຊາດ 2 ຖ້ຳ ຕິດຕໍ່ກັນ ໃນປີ 1964 ທ່ານປະທານໄກສອນ ພົມວິຫານ ໄດ້ໂຍກຍ້າຍເຂົ້າມາຢູ່ ໄລຍະທຳອິດກໍ່ຍັງບໍ່ມີການປັບປຸງ ຕໍ່ມາໄດ້ເຈາະສອງຖ້ຳຖະລຸຊອດຫາກັນ ເຊິ່ງມີຄວາມຍາວ 140 ແມັດ ຖ້ຳນີ້ເປັນຖ້ຳທີ່ສູງກ່ວາໜ້າດິນຈົນໄດ້ສ້າງຂັນໄດຂຶ້ນໄປ 32 ຂັ້ນ ຖ້ຳນີ້ປະກອບດ້ວຍຫ້ອງປ້ອງກັນ, ຫ້ອງຮັບແຂກສູນກາງພັກ ແລະ ຮັບແຂກຕ່າງປະເທດ, ຫ້ອງປະຊຸມ, ຫ້ອງສະໂມສອນ ເຊິ່ງເປັນສະຖານທີ່ຫລິ້ນກິລາວ ແລະ ສີລະປະຕ່າງໆ ໂດຍສະເພາະທ່ານປະທານໄກສອນ ພົມວິຫານ ມັກຫຼິ້ນກິລາ ເຊັ່ນ: ກິລາຕີປິ່ງປ່ອງເປັນຕົ້ນ ນອກຈາກນີ້ຍັງມີຫ້ອງຄົ້ນຄ້ວາ, ຫ້ອງນອນ. ທີ່ປາກຖ້ຳກໍ່ມີຖ້ຳນ້ອຍເຊິ່ງເປັນຖ້ຳອາຫານໃນເວລາສົງຄາມ ໃນຕົ້ນປີ 1973 ຈິ່ງໄດ້ສ້າງເຮືອນຫຼັງໜຶ່ງໃຫ້ເປັນທີ່ພັກຂອງທ່ານປະທານໄກສອນ ພົມວິຫານ ແຕ່ຍັງບໍ່ທັນສຳເລັດສົມບູນ ທ່ານປະທານໄກສອນ ພົມວິຫານໄດ້ຢ້າຍເຂົ້າມາວຽງຈັນກ່ອນ ເຮືອນຫຼັງນີ້ຕໍ່ມາໄດ້ໃຊ້ເປັນບ່ອນເກັບເອກະສານ ແລະ ສິ່ງຂອງທາງປະຫວັດສາດ.

ພາຍໃນຖ້ຳທ່ານປະທານໄກສອນ ພົມວິຫານ ຕົບແຕ່ງແບບລຽບງ່າຍ ຫ້ອງນອນ, ຫ້ອງປະຊຸມ, ຫ້ອງນ້ຳຕົບແຕ່ງແບບງ່າຍໆ ໂຕະຕັ່ງເປັນໄມ້, ຖ້ຳຂອງທ່ານໄກສອນເຢັນສະບາຍມີລົມຜ່ານເຂົ້າອອກ ທີ່ພິເສດໃນຖ້ຳນີ້ມີຫລຸມຫລົບໄພ ເພາະເວລາທີ່ເຮືອບິນຂອງອາເມລິກາຖີ້ມອາວຸດເຄມີ ຈະໄດ້ຫລົບຢູ່ໃນຫ້ອງຫລຸມຫລົບໄພນີ້ໃນຫລຸມນີ້ມີເຄື່ອງປັບອາກາດເຮັດໃຫ້ອາກາດຢູ່ທາງໃນບໍລິສຸດ ຫ້ອງນີ້ຢູ່ໄດ້ຈຳກັດຄົນ ມີໄວ້ສະເພາະບຸກຄົນສຳຄັນເທົ່ານັ້ນ.

https://youtu.be/3Gt7ctM7Po0

ສະຖານທີ່ທ່ອງທ່ຽວບໍ່ພຽງແຕ່ຈະສວຍງາມຢ່າງດຽວເທົ່ານັ້ນ ແຕ່ມົນສະເໜ່ຂອງມັນທີ່ແທ້ຈິງແມ່ນເລື່ອງລາວ ແລະ ຮ່ອງຮອຍປະຫວັດສາດທີ່ຈາລຶກໄວ້ໃຫ້ເປັນຕຳນານສືບທອດຕໍ່ໆໄປ.

ຮວບຮວມຂໍ້ມູນໂດຍ: ລາວໂພສຕ໌

ຂອບໃຈແຫຼ່ງຈໍ້ມູນ ແລະ ວິດີໂອຈາກ: ເວັບໄຊ໌ຮັອດເຊຍ ແລະ ຮູບພາບຈາກເວັບໄຊ໌ພັນທິບດອັດຄອມ.

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...