spot_img
Homeຂ່າວການສຶກສານິວ​ຕັນ ສາ­ກົນ ສົ່ງ​ນັກ​ສຶກ​ສາ ໄປ​ຮຽນ​ຕໍ່​ທີ່​ອົດ​ສະ​ຕຣາ​ລີ

ນິວ​ຕັນ ສາ­ກົນ ສົ່ງ​ນັກ​ສຶກ​ສາ ໄປ​ຮຽນ​ຕໍ່​ທີ່​ອົດ​ສະ​ຕຣາ​ລີ

Published on

   ວັນ​ທີ 14 ມີ­ນາ​ຜ່ານ​ມາ, ທີ່​ສຳ­ນັກງານ​ໃຫຍ່​ຂອງ​ບໍ­ລິ­ສັດ ນິວ​ຕັນ​ສາ­ກົນ ໄດ້ຈັດ​ພິ­ທີ​ລ້ຽງ​ສົ່ງ​ນັກ​ສຶກ​ສາ​ຈຳ­ນວນ 6 ຄົນ ເພື່ອ​ໄປ​ສຶກ​ສາ​ຕໍ່​ຢູ່
​ປະ­ເທດ​ອົດ​ສະ​ຕຣາ​ລີ ໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ໃນ​ພິ­ທີ​ມີ ທ່ານ ດຣ. ສີ​ສະ­ໝອນ ສິດ­ທິ​ລາດ​ວົງ­ສາ ຫົວໜ້າ​ຫ້ອງ­ການ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ​ກີ­ລາ, ທ່ານ ໃຫຍ່ ຂຸນ​ວົງ­ສາ ປະ­ທານ ບໍ­ລິ­ສັດ ນິວ​ຕັນ ສາ­ກົນ, ທ່ານ ນາງ ລິນດາ ສຸ­ວັນ­ນະ​ເຮືອງ ຮອງ​ປະ­ທານ​ບໍ­ລິ­ສັດ ນິວ​ຕັນ​ສາ­ກົນ, ທ່ານ ໂອ­ຊາ​ມາ ອັບ​ແດນລາ​ຕິນ ປະ­ທານ​ບໍ­ລິ­ສັດ​ເອ​ເອັມ​ອີ​ເອ​ສ​ກຣຸບ ອົດ​ສະ​ຕຣາ​ລີ (AMES GROUP Australia), ພ້ອມ​ດ້ວຍ​ນັກ­ຮຽນ ແລະ ພໍ່​ແມ່​ນັກ­ຮຽນ​ເຂົ້າ​ຮ່ວມ.

  ທ່ານ ໃຫຍ່ ຂຸນ​ວົງ­ສາ ກ່າວ​ວ່າ: ການຈັດ​ພິ­ທີ​ລ້ຽງ​ສົ່ງ​ນັກ​ສຶກ​ສາ​ໄປ​ຮຽນ​ຕໍ່​ໃນລະ­ດັບ​ປະ­ລິນ­ຍາ​ຕີ ແລະ​ໂທ​ຢູ່​ປະ­ເທດ​ອົດສະ​ຕຣາ​ລີ​ໃນ​ຄັ້ງ​ນີ້ ກໍ​ເພື່ອ​ປະ­ຕິ­ບັດ​ຕາມ ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ-ລັດແນໃສ່​ພັດ­ທະ­ນາ​ບຸກ​ຄະ­ລາ​ກອນ​ໃຫ້​ມີ​ຄຸນນະ​ພາບ ແລະ​ມີ​ຄວາມ​ກ້າວ​ໄກ ຊຶ່ງ​ຜູ້​ທີ່ ຢາກ​ຈະ​ໄປ​ຮຽນ​ຕໍ່​ຕ່າງ­ປະ­ເທດ​ພຽງ​ແຕ່ປະ­ກອບ​ເອ­ກະ­ສານ​ໃຫ້​ຖືກ­ຕ້ອງ ແລະ ບໍ­ລິ­ສັດ ນິວ​ຕັນ​ເອງ ກໍ​ຍັງ​ມີ​ຄູ່​ຮ່ວມ​ງານ ກັບ​ປະ­ເທດ​ອົດ​ສະ​ຕຣາ​ລີ ກໍ​ຄື​ບໍ­ລິ­ສັດເອເອັມ​ອີ​ເອ​ສ ກຣຸບ ອົດ​ສະ​ຕຣາ​ລີຊຶ່ງ​ເປັນ ບໍ­ລິ­ສັດ​ທີ່​ເປັນ​ຕົວ​ແທນ​ຂອງ​ທຸກ​ມະຫາ​ວິ­ທະ­ຍາ­ໄລ ຢູ່​ທາງ​ອົດ​ສະ​ຕຣາ​ລີ.

ສ່ວນ ທ່ານ ໂອ­ຊາ​ມາ ອັບ​ແດນ​ລາ​ຕິນໄດ້​ກ່າວ​ວ່າ: ໃນ​ການ​ຮ່ວມ​ມື​ກັບ​ບໍ­ລິ­ສັດ ນິວ​ຕັນ ສາ­ກົນ ເທື່ອ​ນີ້​ກໍ​ຖື​ວ່າ​ເປັນ​ຂີດ​ໝາຍສຳ­ຄັນ​ອັນ​ໜຶ່ງໂດຍ​ສະ­ເພາະ​ແມ່ນ​ການປະ­ກອບ​ເອ­ກະ­ສານ​ທີ່​ຖືກ­ຕ້ອງ​ຕາມ​ລະບຽບ​ຂອງ​ປະ­ເທດ​ອົດ​ສະ​ຕຣາ​ລີ ເພື່ອ​ຂໍຮຽນ​ຕໍ່​ຄັ້ງ​ນີ້​ບັນ­ລຸ​ຕາມ​ຜົນ­ສຳ­ເລັດຊຶ່ງ ຈຳ­ນວນ​ນ້ອງ​ນັກ­ຮຽນ​ທັງ 6 ຄົນ ທີ່​ໄດ້ ສະ­ເໜີ​ມາ​ແມ່ນ​ສາ­ມາດ​ໄປ​ຮຽນ​ຕໍ່​ໄດ້​ທັງໝົດ ພ້ອມ​ນັ້ນ​ຍັງ​ຕ້ອງ­ການ​ທີ່​ຈະ​ຊ່ວຍ​ນັກສຶກ​ສາ​ລາວ​ໄປ​ຮຽນ​ໃຫ້​ຫຼາຍ​ຍິ່ງ​ຂຶ້ນ ໂດຍ ຫວັງ​ວ່າ­ການ​ຮ່ວມ​ມື​ຂອງ​ບໍ­ລິ­ສັດ ນິວ​ຕັນ ສາ­ກົນ ກັບ​ບໍ­ລິ­ສັດ​ເອ​ເອັມ​ອີ​ເອ​ສກຣຸບ ອົດສະ​ຕຣາ​ລີ ຄັ້ງ​ນີ້​ຈະ​ຮັບ​ສຳ­ເລັດ​ຫຼາຍ​ຂຶ້ນ.

ນອກ­ຈາກ​ນັ້ນທາງ​ບໍ­ລິ­ສັດ ນິວ​ຕັນ ສາ­ກົນ ຍັງ​ສາ­ມາດ​ສົ່ງ​ໃຫ້​ໄປ​ຮຽນ​ຕໍ່​ຢູ່​ບັນດາ​ປະ­ເທດ​ຕ່າງໆ​ເຊັ່ນ: ອັງ­ກິດ, ສະ­ຫະລັດ ອາ­ເມ­ລິ­ກາ, ກາ​ນາ​ດາ, ນິວ​ຊີ​ແລນ, ຈີນ ແລະ​ຫວຽດ­ນາມຫາກ​ທ່ານ​ໃດ​ສົນໃຈ​ຢາກ​ເອົາ​ລູກ​ຫຼານ​ໄປ​ຮຽນ​ຕໍ່​ກໍ​ສາ­ມາດປະ­ສານ​ງານ​ຫາ​ເພິ່ນ​ໄດ້.

ທີ່ມາ:logo

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...