ອົງປະກອບການກະທຳຜິດທາງອາຍາແມ່ນຫຍັງ? ແລະສຳຄັນແນວໃດຕໍ່ການພິຈາລະນາຄະດີ?
ຄຳຕອບຄືອົງປະກອບຂອງການກະທຳຜິດທາງອາຍາ ແມ່ນປັດໄຈສຳຄັນທີ່ສຸດທີ່ຈະພິຈາລະນາວ່າບຸກຄົນຜູ້ໃດໄດ້ກະທຳ ຜິດ ແລະຈະໄດ້ຮັບໂທດທາງອາຍາ ຫຼື ບໍ່? ຫຼັກຂອງອົງປະກອບ ຂອງການກະທຳຜິດນີ້ ຍັງເປັນບັນທັດຖານທີ່ບັນດາຜູ້ພິພາກສາຈະຕ້ອງພິຈາລະນາໃນຄະດີອາຍາທຸກໆຄະດີ ເປັນຫຍັງຫຼັກດັ່ງກ່າວນີ້ ຈິ່ງເປັນຫຼັກທີ່ສຳຄັນ ແລະຈຳເປັນໃນການພິຈາລະນາຕໍ່ການວາງໂທດໃນຄະດີອາຍາ? ຄຳຕອບກໍຄືການລົງໂທດໃນຄະດີອາຍາແມ່ນ ການລົງໂທດທີ່ແຕະຕ້ອງເຖິງຊີວິດສິດ, ເສລີພາບຂອງຜູ້ຖືກຫາ, ຈຳເລີຍ ຫຼື ບຸກຄົນຜູ້ທີ່ກະທຳຜິດ, ສະນັ້ນການທີ່ຈະພິຈາລະນາວ່າບຸກຄົນໃດບຸກຄົນໜຶ່ງໄດ້ກະທຳຜິດທາງອາຍາແທ້ ຫຼື ບໍ່ນັ້ນ ຫຼື ການພິຈາລະນາລົງໂທດບຸກຄົນຜູ້ໃດຜູ້ໜຶ່ງນັ້ນ ແມ່ນມີຄວາມສຳຄັນ ແລະຈຳເປັນທີ່ສຸດທີ່ຈະຕ້ອງເບິ່ງ ຫຼື ພິ ຈາລະນາຢ່າງລະອຽດຖີ່ຖ້ວນເຖິງ ລັກສະນະ, ເງື່ອນໄຂ ຫຼື ປັດໄຈຕ່າງໆຂອງຄະດີ.
ຕາມຫຼັກກົດໝາຍລາວແລ້ວ ອົງປະກອບຂອງການກະທຳຜິດ ແມ່ນປະກອບດ້ວຍ 4 ອົງປະກອບ ຄືອົງປະກອບທາງດ້ານວັດຖຸ, ອົງປະກອບທາງດ້ານພາວະວິໄສ, ອົງປະກອບທາງດ້ານອັດຕະວິໄສ ແລະອົງປະກອບທາງດ້ານເຈົ້າກຳບັນດາທັງ 4 ອົງປະກອບນີ້ແມ່ນ ເຄື່ອງວັດແທກການກະທຳຜິດ ທາງອາຍາຂອງຜູ້ທີ່ກະທຳຜິດວ່າເຂົ້າອົງປະກອບ ຫຼື ມີໂທດທາງອາຍາ ຫຼື ບໍ່? ຖ້າຂາດອົງປະກອບໃດອົງປະກອບໜຶ່ງໄປແລ້ວ ຫຼື ບໍ່ເຂົ້າ ອົງປະກອບໃດອົງປະກອບໜຶ່ງ ແລ້ວແມ່ນຖືວ່າຈະບໍ່ມີຄວາມຜິດທາງອາຍາ ແລະຈະບໍ່ໄດ້ຮັບໂທດທາງອາຍາເຊັ່ນ:
- ອົງປະກອບທາງດ້ານວັດຖຸ ກຳຂອງການກະທຳຜິດ ແມ່ນສາຍພົວພັນສັງຄົມທີ່ຖືກຄຸ້ມຄອງ ໂດຍ ກົດໝາຍອາຍາ ແລະທີ່ໄດ້ຮັບການແຕະຕ້ອງຈາກການກະທຳຜິດ ໝາຍຄວາມວ່າ ໃນຄະດີອາຍາຈະ ຕ້ອງມີຜູ້ເສຍຫາຍຖ້າບໍ່ມີຜູ້ເສຍຫາຍກໍຈະບໍ່ເຂົ້າອົງປະກອບຂອງການກະທຳຜິດເຊັ່ນຖ້າເປັນຄະດີ ການຄາດຕະກຳກໍຕ້ອງມີຜູ້ທີ່ເສຍ ຊີວິດຈາກການກະທຳຜິດ, ແຕ່ຖ້າບໍ່ມີຜູ້ທີ່ເສຍຊີວິດກໍບໍ່ຖືວ່າເປັນການຄາດຕະກຳ ຫຼື ການຄາດຕະກຳບໍ່ ໄດ້ເກີດຂຶ້ນ ຫຼື ການຂົ່ມຂືນກໍຕ້ອງ ມີຜູ້ທີ່ຖືກຂົ່ມຂືນທີ່ເປັນຜູ້ເສຍຫາຍ ໃນຄະດີ ຈິ່ງຖືວ່າເປັນການຂົ່ມຂືນຖ້າເປັນຄະດີຂົ່ມຂືນແລ້ວແຕ່ຊ້ຳ ພັດບໍ່ມີຜູ້ເສຍຫາຍ ຫຼື ບໍ່ມີຜູ້ຖືກຂົ່ມ ຂືນແລ້ວ ກໍບໍ່ເຂົ້າອົງປະກອບຂອງ ການກະທຳຜິດທາງດ້ານວັດຖຸກຳ ຫຼື ຖືວ່າບໍ່ເປັນຄະດີຂົ່ມຂືນຍົກຕົວຢ່າງ ທ້າວ ກ ຖືກກ່າວຫາວ່າຂົ່ມຂືນ ນາງ ຂ ແຕ່ເມື່ອເຈົ້າໜ້າທີ່ສືບສວນສອບສວນແລ້ວເຫັນວ່ານາງ ຂ ບໍ່ ໄດ້ຖືກຂົ່ມຂືນ ຫຼື ໃນກໍລະນີທີ່ ນາງ ຂ ບໍ່ມີຕົວຕົນໃນໂລກນີ້ກໍຈະຖືວ່າ ທ້າວ ກ ເປັນຜູ້ກະທຳຜິດຖານຂົ່ມ ຂືນນາງ ຂ ຕາມກົດໝາຍບໍ່ໄດ້ເພາະຖືວ່າບໍ່ຄົບອົງປະກອບຂອງ ການກະທຳຜິດທາງດ້ານວັດຖຸກຳ ຫຼື ບໍ່ມີຜູ້ເສຍຫາຍຕາມຂໍ້ກ່າວຫາ ນັ້ນເອງແຕ່ເວົ້າແນວນີ້ກໍບໍ່ໄດ້ໝາຍຄວາມວ່າທຸກໆຄະດີຈະຕ້ອງມີຜູ້ ເສຍຫາຍຈິ່ງຈະຖືວ່າເຂົ້າອົງປະກອບການກະທຳຜິດທາງດ້ານວັດ ຖຸກຳເພາະວ່າບາງຄະດີອາດຈະບໍ່ ມີຜູ້ທີ່ເສຍຫາຍແຕ່ກໍໃຫ້ຖືວ່າມີອົງປະກອບທາງດ້ານວັດຖຸກຳເວົ້າ ແນວນີ້ຜູ້ອ່ານຫຼາຍໆທ່ານຄົງຈະມີ ຄຳຖາມວ່າເປັນຫຍັງຈິ່ງເປັນແນວນັ້ນ ໃນກໍລະນີດັ່ງກ່າວ ໃນກົດໝາຍ ອາດຈະບໍ່ໄດ້ລະບຸໄວ້ຢ່າງຈະແຈ້ງກ່ຽວກັບປະເດັນນີ້ ແຕ່ໃນທາງຫຼັກກົດໝາຍແລ້ວ ຍັງມີຂໍ້ຍົກເວັ້ນຢູ່ ກ່ຽວກັບການທີ່ຕ້ອງມີຜູ້ເສຍຫາຍເນື່ອງຈາກວ່າບາງຄະດີ ຫຼື ບາງການກະທຳຜິດເຖິງແມ່ນວ່າຈະບໍ່ມີຜູ້ເສຍຫາຍ ຫຼື ບໍ່ມີວັດຖຸກຳກໍມີຄວາມຜິດ ຫຼື ເຂົ້າອົງປະກອບຂອງການກະທຳຜິດທາງດ້ານວັດຖຸກຳໄດ້ເຊັ່ນດຽວກັນຍົກຕົວຢ່າງເຊັ່ນການເສບຢາເສບຕິດ, ການຫຼິ້ນການພະນັນ, ການເປັນໂສເພນີ, ການລຸລູກໂດຍບໍ່ຖືກຕ້ອງຕາມກົດໝາຍເປັນຕົ້ນ ຊຶ່ງໃນກໍລະນີດັ່ງກ່າວເຫຼົ່ານີ້ຖືວ່າເປັນກໍລະນີທີ່ບໍ່ມີຜູ້ເສຍຫາຍເນື່ອງຈາກວ່າຜູ້ກະທຳຜິດ, ຜູ້ຖືກຫາ ຫຼື ຈຳເລີຍໄດ້ຮັບຜົນກະທົບ ຫຼື ຜົນຮ້າຍຈາກການກະທຳຜິດຂອງຕົນເອງ ຊຶ່ງຖືວ່າຜູ້ ກະທຳຜິດດັ່ງກ່າວໄດ້ຕົກເປັນ ເຫຍື່ອ ຫຼື ຕົກເປັນຜູ້ເສຍຫາຍຈາກ ການກະທຳຂອງຕົນເອງດ້ວຍເຫດນີ້ ໃນ 4 ກໍລະນີຫຼັກດັ່ງກ່າວເຖິງ ແມ່ນວ່າການກະທຳນັ້ນຈະບໍ່ມີຜູ້ ເສຍຫາຍກໍຕາມ ແຕ່ກໍຖືໄດ້ວ່າເປັນການກະທຳຜິດທີ່ເຂົ້າອົງປະກອບທາງດ້ານວັດຖຸກຳທາງອາຍາ ແລະຈະມີຄວາມຜິດທາງອາຍາຕາມທີ່ໄດ້ລະບຸໄວ້ໃນກົດໝາຍເຊັ່ນດຽວກັນ.
2. ອົງປະກອບທາງດ້ານ ພາວະວິໄສຂອງການກະທຳຜິດ ແມ່ນບັນດາເຄື່ອງໝາຍພາຍນອກ ຂອງພຶດຕິກຳທີ່ໄດ້ສ້າງ ຫຼື ແນໃສ່ ສ້າງຄວາມເສຍຫາຍໃຫ້ແກ່ສາຍພົວພັນສັງຄົມທີ່ຖືກຄຸ້ມຄອງໂດຍກົດໝາຍອາຍາລວມທັງວັນ, ເວລາ, ສະຖານທີ່, ພາຫະນະ, ອຸປະກອນ, ສະພາບ ແລະວິທີປະກອບການກະທຳຜິດດັ່ງກ່າວຍົກຕົວ ຢ່າງເຊັ່ນ ໄດ້ມີເຫດການເກີດຂຶ້ນ ແທ້ ຫຼື ມີການກະທຳຜິດເກີດຂຶ້ນແທ້ເຊັ່ນ: ການລັກຊັບ, ຊີງຊັບ, ປຸ້ນ ຫຼື ທຳຮ້າຍຮ່າງກາຍເປັນຕົ້ນ ຍົກຕົວຢ່າງເຊັ່ນ ທ້າວ ຄ ຖືກກ່າວຫາທຳຮ້າຍຮ່າງກາຍທ້າວ ງ ຢູ່ ຮ້ານອາຫານແຫ່ງໜຶ່ງແຕ່ຜ່ານການສືບສວນສອບສວນຂອງເຈົ້າໜ້າ ທີ່ຕຳຫຼວດແລ້ວຊ້ຳພັດບໍ່ພົບຮ່ອງຮອຍຂອງການກະທຳຜິດ ຫຼື ການທຳຮ້າຍກັນແຕ່ຢ່າງໃດເຊັ່ນ ທ້າວ ງ ຍັງມີສະພາບຮ່າງກາຍທີ່ເປັນປົກ ກະຕິ ໂດຍບໍ່ຖືກທຳຮ້າຍຈາກບຸກຄົນໃດ ແລະພົບເຫັນພາຫະນະ ຫຼື ອຸປະກອນໃນການກໍ່ການກະທຳຜິດແຕ່ຢ່າງໃດໃນກໍລະນີນີ້ຖືໄດ້ວ່າ ບໍ່ມີເຫດການ ຫຼື ການກະທຳຜິດ ເກີດຂຶ້ນ ຈິ່ງຖືວ່າບໍ່ມີອົງປະກອບ ທາງດ້ານພາວະວິໄສ ແລະຈະບໍ່ຖື ວ່າເປັນການກະທຳຜິດໃນທາງອາ ຍາ.
- ອົງປະກອບທາງດ້ານອັດຕະວິໄສຂອງການກະທຳຜິດແມ່ນ ບັນດາເຄື່ອງໝາຍຕ່າງໆທາງດ້ານທັດສະນະ, ແນວຄິດຂອງບຸກຄົນຜູ້ ກະທຳຜິດຕໍ່ການກະທຳຜິດຂອງ ຕົນທີ່ສະແດງອອກພາຍນອກຕໍ່ ການກະທຳຜິດໂດຍຜ່ານພຶດຕິກຳອົງປະກອບທາງດ້ານອັດຕະວິໄສ ນີ້ຫຼາຍໆທ່ານຜູ້ອ່ານອາດຈະອ່ານແລ້ວ ແລະສັບສົນພໍສົມຄວນວ່າ ແມ່ນອົງປະກອບທີ່ຕ້ອງມີເງື່ອນ ໄຂແນວໃດແດ່ ຈິ່ງຈະເຂົ້າກັບການກະທຳຜິດ ດັ່ງນັ້ນ ຜູ້ຂຽນຈິ່ງຂໍອະ ທິບາຍໃຫ້ບັນດາທ່ານຜູ້ອ່ານເຂົ້າໃຈແບບງ່າຍໆຄື ເປັນອົງປະກອບ ທີ່ສະແດງເຖິງແນວຄວາມຄິດ, ນິ ໄສໃຈຄໍ, ການຈົງໃຈ, ເຈຕະນາທີ່ບໍ່ດີ ຫຼື ຄວາມໂຫດຫ້ຽມຂອງຜູ້ກະທຳຜິດທີ່ສະແດງອອກໃນການກະ ທຳຜິດເປັນຕົ້ນເຊັ່ນເປັນການກະທຳ ຜິດທີ່ຖືກວາງແຜນມາກ່ອນ ຫຼື ບໍ່? ຄວາມໂຫດຮ້າຍຂອງຜູ້ກະທຳຜິດຕໍ່ ການກະທຳຜິດ, ເປັນຜູ້ກະທຳຜິດທີ່ ເປັນມືອາຊີບ ຫຼື ຢຶດເອົາການກະທຳຜິດເປັນອາຊີບຫຼັກ, ເປັນການກະທຳ ຜິດທີ່ໂຫດຮ້າຍປ່າເຖື່ອນ ຫຼື ເປັນການກະທຳຜິດຄັ້ງໜຶ່ງຄັ້ງດຽວເຫຼົ່າ ນີ້ເປັນຕົ້ນບັນດາເຄື່ອງໝາຍເຫຼົ່ານີ້ ຫຼື ສະພາບເຫຼົ່ານີ້ແມ່ນບົ່ງບອກເຖິງອົງປະກອບທາງດ້ານອັດຕະວິໄສ, ອົງປະກອບທາງດ້ານອັດຕະວິໄສ ຂອງການກະທຳຜິດນີ້ແມ່ນອົງປະກອບໜຶ່ງທີ່ມີຄວາມສຳຄັນຫຼາຍໃນ ການພິຈາລະນາຕັດສິນຄະດີຂອງບັນດາຜູ້ພິພາກສາເພາະເປັນເຄື່ອງໝາຍທີ່ບົ່ງບອກວ່າແຕ່ລະຄະດີຄວນຈະວິນິດໃສເຖິງສາເຫດຂອງການຫຼຸດໂທດ ຫຼື ເພີ່ມໂທດໃສ່ຜູ້ທີ່ກະທຳ ຜິດ ຫຼື ບໍ່.
4. ອົງປະກອບອັນສຸດທ້າຍ ຄື ອົງປະກອບທາງດ້ານເຈົ້າກຳ ຂອງການກະທຳຜິດແມ່ນເວົ້າ ກ່ຽວກັບຜູ້ກະທຳຜິດ ຊຶ່ງຕ້ອງແມ່ນ ບຸກຄົນທີ່ມີສະຕິສຳປະຊັນຍະ, ບໍ່ ເປັນບ້າເສຍຈິດ ແລະຕ້ອງເຖິງກະ ສຽນອາຍຸທາງອາຍາ 15 ປີຂຶ້ນໄປ ອົງປະກອບນີ້ແມ່ນໄດ້ກ່າວເຖິງບຸກ ຄະລິກຄະພາບຂອງຜູ້ກະທຳຜິດ ເນື່ອງຈາກວ່າກົດໝາຍອາຍາ ແມ່ນກົດໝາຍທີ່ມີການລົງໂທດ ເຖິງຂັ້ນຕັດ ຫຼື ຈຳກັດອິດສະຫຼະ ພາບຂອງບຸກຄົນ ດັ່ງນັ້ນ ຈິ່ງເປັນ ສິ່ງສຳຄັນທີ່ສຸດທີ່ຈະຕ້ອງພິຈາລະນາ ຫຼື ຄຳນຶງເຖິງບຸກຄະລິກຄະ ພາບຂອງຜູ້ກະທຳຜິດ ຫາກວ່າຜູ້ ກະທຳຜິດຫາກເປັນຄົນບ້າ, ເສຍ ຈິດ ຫຼື ບໍ່ມີສະຕິສຳປະຊັນຍະສົມບູນແລ້ວ ກໍຖືວ່າການກະທຳທີ່ບຸກ ຄົນນັ້ນໄດ້ກະທຳລົງໄປແມ່ນບໍ່ ເຂົ້າອົງປະກອບນີ້ ຫຼື ເວົ້າອີກຢ່າງ ໜຶ່ງກໍຄືຂາດອົງປະກອບຂອງການກະທຳຄວາມຜິດທາງອາຍາ ແຕ່ ເຖິງຢ່າງໃດກໍຕາມ ເນື່ອງຈາກວ່າ ໃນທາງຊີວະສາດແລ້ວ ໄດ້ກ່າວເຖິງການເປັນບ້າເສຍຈິດ ຫຼື ການ ບໍ່ມີສະຕິສຳປະຊັນຍະສົມບູນແລ້ວ ບາງຄົນອາດຈະເກີດເປັນບາງຄັ້ງ ຫຼື ບາງຍາມ ແຕ່ບາງຄົນກໍເກີດຂຶ້ນ ຕະຫຼອດເວລາ ດັ່ງນັ້ນ ກົດໝາຍອາ ຍາຂອງບາງປະເທດຈິ່ງໄດ້ລະບຸລາຍລະອຽດກ່ຽວກັບການກະທຳຜິດຂອງຜູ້ກະທຳຜິດທີ່ເປັນບ້າເສຍຈິດ ຫຼື ທີ່ມີສະຕິສຳປະຊັນຍະບໍ່ສົມ ບູນໄວ້ຂ້ອນຂ້າງລະອຽດພໍສົມຄວນ ເຊັ່ນວ່າ: ໃນລະຫວ່າງຜູ້ທີ່ ກະທຳຜິດດັ່ງກ່າວນັ້ນໄດ້ກະທຳ ຜິດລົງໄປ ແມ່ນເວລາທີ່ລາວມີສະ ຕິສຳປະຊັນຍະສົມບູນ ຫຼື ບໍ່? ຫຼື ກະທຳຕອນທີ່ບໍ່ຮູ້ສະຕິ? ໂດຍມີ ການກວດກາຈາກແພດ ແລະຢັ້ງ ຢືນຈາກແພດເປັນຢ່າງດີ ແລ້ວຫຼັງ ຈາກນັ້ນ ຜູ້ພິພາກສາຈິ່ງຄ່ອຍວາງໂທດໃສ່ຜູ້ກະທຳຜິດຕາມຄວາມ ເໝາະສົມ ແຕ່ສຳລັບກົດໝາຍລາວແລ້ວ ໃນປະເດັນດັ່ງກ່າວນີ້ກົດ ໝາຍຍັງບໍ່ທັນລະບຸໄວ້ຢ່າງຈະແຈ້ງເທື່ອ ແຕ່ເຊື່ອແນ່ວ່າໃນອະນາຄົດກົດໝາຍລາວກໍຕ້ອງມີການປັບປຸງກ້າວໄປຢ່າງເລື້ອຍໆ.
ນອກຈາກນີ້ ອົງປະກອບທາງດ້ານເຈົ້າກຳຂອງການກະທຳຜິດ ຍັງໄດ້ກ່າວເຖິງເລື່ອງອາຍຸຂອງຜູ້ກະທຳຜິດທາງອາຍາຄື 15 ປີຂຶ້ນ ໄປ ຊຶ່ງໂດຍຫຼັກແລ້ວ ກົດໝາຍລາວຖືເອົາເກນອາຍຸ 15 ປີເປັນຫຼັກ ໃນການລົງໂທດຜູ້ກະທຳຜິດ, ແຕ່ ຕາມກົດໝາຍວ່າດ້ວຍການປົກ ປ້ອງສິດ ແລະຜົນປະໂຫຍດຂອງ ເດັກໃໝ່ແລ້ວ ຖືວ່າບຸກຄົນທີ່ີມີອາ ຍຸຕ່ຳກວ່າ 18 ປີ ໝາຍເຖິງເດັກ ແລະອີງຕາມມາດຕາ 52,53 ແລະ 54 ຂອງກົດໝາຍດັ່ງກ່າວ ໄດ້ລະບຸໃນບາງກໍລະນີ ຄະດີທີ່ເດັກ ກະທຳຜິດຈະບໍ່ຖືກສົ່ງໃຫ້ສານຕັດ ສິນເຊັ່ນການກະທຳຜິດໃນສະຖານລະຫຸໂທດ ແລະໂທສານຸໂທດທີ່ບໍ່ ເປັນອັນຕະລາຍຮ້າຍແຮງ ຊຶ່ງກົດໝາຍກຳນົດໂທດຕັດອິດສະຫຼະພາບຕ່ຳກວ່າ 3 ປີລົງມາ. ໃນກໍລະນີດັ່ງກ່າວເຫຼົ່ານີ້ ຜູ້ກະທຳຜິດທີ່ຍັງ ບໍ່ເຖິງກະສຽນອາຍຸ 18 ປີ ຈະບໍ່ຖືກຕັດສິນຄະດີຢູ່ສານ ແຕ່ການແກ້ ໄຂຄະດີຈະແມ່ນຄວາມຮັບຜິດຊອບຂອງໜ່ວຍງານທີ່ກ່ຽວຂ້ອງ ເຊັ່ນ ບ້ານ, ຫ້ອງການຍຸຕິທຳເມືອງ, ອົງການສືບສວນສອບສວນ ແລະອົງການໄອຍະການເປັນຕົ້ນ ຊຶ່ງກໍ ມີວິທີການໃນການແກ້ໄຂຄະດີດັ່ງນີ້ ເຊັ່ນຕັກເຕືອນ ຫຼື ສຶກສາອົບຮົມ ໃຫ້ຜູ້ກະທຳຜິດທີ່ເປັນເດັກໄປຂໍອະ ໄພກັບຜູ້ເສຍຫາຍຢ່າງເໝາະສົມ, ໄກ່ເກ່ຍ, ໃຊ້ແທນຄ່າເສຍຫາຍ ຫຼື ອາດຈະໃຫ້ເດັກເຮັດວຽກຊ່ວຍສັງ ຄົມເປັນຕົ້ນ.
ທັງໝົດຂ້າງເທິງເຫຼົ່ານີ້ ທີ່ຜູ້ຂຽນໄດ້ກ່າວມານັ້ນແມ່ນອົງປະກອບຂອງການກະທຳຜິດທາງອາຍາທັງ 4 ອົງປະກອບ ຊຶ່ງໃນການພິຈາລະນາຄະດີຈະຂາດອົງປະກອບອັນໃດອັນໜຶ່ງໄປບໍ່ໄດ້ ຖ້າຂາດຕົວໃດໜຶ່ງໄປກໍຈະຖືວ່າບໍ່ເຂົ້າອົງປະກອບຂອງການກະທຳຜິດທາງອາຍາ ແລະຈະບໍ່ແມ່ນຄະດີອາຍາ.
ຂໍ້ມູນຈາກ: