spot_img
Homeຄວາມງາມສູດທຳມະຊາດຮັກສາຝ້າເທິງໃບໜ້າໄດ້.

ສູດທຳມະຊາດຮັກສາຝ້າເທິງໃບໜ້າໄດ້.

Published on

ເຄັດລັບຄວາມງາມວັນນີ້ລາວໂພສຕ໌ມີສິ່ງດີໆມາແນະນຳ “ສູດຮັກສາຝ້າ” ສູດນີ້ໄດ້ຖືກເຜີຍແຜ່ໃນເຟສບຸກຂອງທ່ານ ຊົມພູນຸດ ເຫັນຫຼາຍໆຄອມເມັ້ນກໍ່ບອກວ່າໃຊ້ແລ້ວເຫັນຜົນ ທາງທີມງານລາວໂພສຕ໌ກໍ່ເລີຍຂໍແບ່ງປັນເຄັບລັບດີໆນີ້ມາຝາກແຟນເພສກັນ ເຊິ່ງຈະມີວິທີການເຮັດແນວໃດນັ້ນເຮົາມາຮູ້ໄປພ້ອມໆກັນເລີຍ.

ghf

ສ່ວນປະກອບມີ: ໝາກແຕງ, ໝາກເລັ່ນ, ຫົວແຄຣັອດຂາວ ແລະ ຫີນສົ້ມ

ວິທີເຮັດ: 

  1. ນຳສ່ວນປະກອບຕ່າງໆເຊັ່ນ: ໝາກແຕງ, ໝາກເລັ່ນ, ຫົວແຄຣັອດຂາວ ມາຊອຍມຸ່ນໆໃຫ້ໄດ້ປະມານແນວລະ 1ບ່ວງແກງ, ສ່ວນຫີນສົ້ມແມ່ນຕັດເອົາປະມານຊ່ຳໃນສາລີ 1ແກ່ນກໍ່ພໍ
  2. ເອົາທັງໝົດມາປັ່ນເຂົ້າກັນ ເມື່ອເນື້ອມັນລະອຽດແລ້ວກໍ່ຕອງເອົາແຕ່ນ້ຳສ່ວນຕ່ອນມັນແມ່ນຖີ້ມ.
  3. ນຳນ້ຳທີ່ໄດ້ມາທາໃສ່ທົ່ວໜ້າ ປະໄວ້ 20ນາທີ ແລ້ວຈິ່ງລ້າງອອກດ້ວຍນ້ຳສະອາດ.

ເມື່ອທ່ານເຮັດວິທີນີ້ທ່ານຈະບໍ່ສາມາດເອົາໜ້າໄປຖືກແດດ ແລະ ບໍ່ສາມາດທາຄີມ, ທາໂລຊັ່ນໃດໆໄດ້ເປັນເວລາ 12 ຊົ່ວໂມງ ທາງທີ່ດີສູດນີ້ທ່ານຄວນເຮັດຕອນຫົວແລງຈະເປັນການເໝາະສົມທີ່ສຸດ.

ສຳລັບທ່ານທີ່ມີຝ້າເທິງໃບໜ້າກໍ່ລອງເອົາສູດນີ້ໄປປະຕິບັດເບິ່ງເດີ້ ທ່ານສາມາດເຮັດໄດ້ທຸກໆພາຍໃນ 1 ອາທິດແລ້ວຝ້າຂອງທ່ານກໍ່ຈະຄ່ອຍໆຈາງອອກໄປ!

ຂໍ້ມູນຈາກ: ເຟສບຸ໊ກ ທ່ານນາງ ຊົມພູນຸດ

 

ບົດຄວາມຫຼ້າສຸດ

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...