Homeຂ່າວຕ່າງປະເທດຜູ້ນຳເກົາຫຼີເໜືອ ຮຽກຮ້ອງໃຫ້ ທົດລອງລູກສອນໄຟ ແລະ ຫົວລະເບີດນິວເຄລຍ ເພີ່ມຕື່ມ

ຜູ້ນຳເກົາຫຼີເໜືອ ຮຽກຮ້ອງໃຫ້ ທົດລອງລູກສອນໄຟ ແລະ ຫົວລະເບີດນິວເຄລຍ ເພີ່ມຕື່ມ

Published on

ຜູ້ນຳເກົາຫຼີເໜືອ ຮຽກຮ້ອງໃຫ້ ທົດລອງລູກສອນໄຟ ແລະ ຫົວລະເບີດນິວເຄລຍ ເພີ່ມຕື່ມ

ສື່​ມວນ​ຊົນ​ຂອງ​ທາງ​ການ​ເກົາຫລີ​ເໜືອ ກ່າວ​ວ່າ ທ່ານ KimJong Un ຜູ້ນຳ​ເກົາຫລີ​ເໜືອ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ທົດ​ລອງ​ຫົວລະເບີດນິວ​ເຄລຍ ​ແລະ​ລູກສອນ​ໄຟ​ຂີ​ປະ​ນາ​ວຸດ ທີ່​ມີ​ຄວາມ​ສາມາດບັນທຸກຫົວ​ນິວ​ເຄລຍ “​ໃນ​ເວ​ລາ​ອັນ​ສັ້ນໄດ້.”

ອົງການ​ຂ່າວສູ​ນກາງຂອງເກົາຫລີ​ເໜືອ ຫຼື KCNA ກ່າວ​ວ່າທ່ານ Kim ​ໄດ້​ສັ່ງ​ໃຫ້​ທົດ​ລອງ​ ໃນ​ວັນ​ອັງຄານ​ມື້​ນີ້ ຫຼັງ​ຈາກໄດ້​ກຳກັບ​ນຳ​ການ​ທົດ​ລອງ​ໂຕ​ຢ່າງ ທີ່​ປະສົບຄວາມ​ສຳ​ເລັດໃນການ​ກັບ​ຄືນ​ເຂົ້າສູ່​ບັນຍາກາດ​ຂອງ​ລູກ​ສອນ​ໄຟ​ຂີ​
”ປະ​ນາ​ວຸດ​. ອົງການ​ຂ່າວ KCNA ກ່າວ​ວ່າ ທ່ານ Kim ​ໄດ້​ອອກຄຳ​ສັ່ງ “ໃຫ້​ເສີມຂະຫຍາຍ​ຄວາມ​ໄວ້​ວາງ​ໃຈ” ຕໍ່​ຄວາມ​ສາມາດ​ ໃນການໂຈມ​ຕີດ້ວຍ​ອາວຸດນິວ​ເຄລຍຂອງ​ເກົາຫລີ​ເໜືອ.

568F5151-CA60-45CE-AA05-48BDBF8EF55A_w640_s

ການ​ທົດ​ລອງ​ດັ່ງກ່າວ ຖ້າ​ຫາກໄດ້​ມີ​ການ​ປະຕິບັດ ຈະ​ເປັນ​ການ​ສືບ​ຕໍ່ທ້າ​ທາຍ​ຕໍ່ ການ​ລົງ​ໂທດ​ຂອງສະຫະ​ປະຊາ​ຊາດ ຫລາຍໆ​ຄັ້ງ ຮວມທັງ​ການ​ລົງ​ໂທດ​ຄັ້ງ​ໃໝ່ ທີ່​ໜັກ​ຂຶ້ນກວ່າ​ເກົ່າ ທີ່​ໄດ້​ກຳນົດ​ຂໍ້ຫ້າມຕ່າງໆໂດຍສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ ​ໃນ​ຕົ້ນ​ເ​ດືອນນີ້. ພຽງ​ຢາງ​ຍັງ​ໄດ້​ເພີ້​ມ​ການ​ໂຈມ​ຕີ​ຕໍ່ເກົາຫລີ​ໃຕ້ແລະ ​ສະຫະລັດ ຫວ່າງ​ບໍ່​ເທົ່າ​ໃດ​ມື້​ທີ່​ຜ່າ​ນມາ​ນີ້​ໃນ​ຂະນະ​ທີ່​ສອງ​ປະ​ເທດ​ເຂົ້າ​ຮ່ວມການ ​ຊ້ອມ​ລົບ​ທາງ​ທະຫານ​ປະຈຳ​ປີ.

ປະທານາທິບໍດີ ​ເກົາຫລີ​ໃຕ້ ທ່ານນາງ Park Geun-hye ​ໄດ້​ເຕືອນ​ລະຫວ່າງ​ກອງປະຊຸມ​ຄະນະ​ລັດຖະບານ ​ໃນ​ວັນ​ອັງຄານ​ມື້​ນີ້​ທີ່​ວ່າ ​ເກົາຫລີ​ເໜືອ “​ພວມ​ຢູ່ ​ໃນ​ເສັ້ນທາງໄປ​ສູ່ການ​ທຳລາຍ​ຕົນ​ເອງ ຖ້າ​ປະ​ເທດ​ດັ່ງກ່າວຫາກ​ບໍ່​ເຄື່ອນ​ຍ້າຍ​ໄປ​ ​ສູ່​ຫົນທາງ​ຂອງການ​ປ່ຽນ​ແປງ.

6EC24C15-E92C-48BC-B72A-8F41C1EE97C9_w640_s

ບັນດາ​ຜູ້​ຊ່ຽວຊານໃນປ້ອງ​ກັນປະ​ເທດຫລາຍທ່ານ ຢູ່​ເກົາຫລີ​ໃຕ້ ​ແລະ​ນອກ​ປະ​ເທ​ດ​ໄດ້​ສະ​ແດງ​ຄວາມ​ສົງ​ໄສ​ວ່າ ​ເກົາຫລີ​ເໜືອ​ໄດ້​ພັດທະນາ​ເຄື່ອງ​ສົ່ງທີ່ສາມາດ ​ທົນທານ​ຕໍ່​ຄວາມ​ຮ້ອນ​ໄດ້ ​ໃນ​ເວລາ​ກັບ​ຄືນ​ເຂົ້າ​ມາສູ່​ບັນຍາກ​ກາດຂອງ​ໂລກ ອັນ​ເປັນ​ພາກ​ສ່ວນ​ສຳຄັນ ​ຂອງການ​ສ້າງ​ລູກສອນ​ໄຟ​ໄລຍະ​ໄກທີ່ສາມາດບັນຫາ​ຫົວ ລະ​ເບີດ​ນິວ​ເຄລຍ ທີ່​ໜ້າ​ເຊື່ອ​ຖື​ໄດ້​ນັ້ນ.

ແຫລ່ງຂ່າວຈາກ: ຂ່າວວີໂອເອລາວ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...