HomeມູມໄອທີລາວLG ເປີດໂຕສະມາດໂຟນ K5 ແລະ K8 ຢ່າງເປັນທາງການ

LG ເປີດໂຕສະມາດໂຟນ K5 ແລະ K8 ຢ່າງເປັນທາງການ

Published on

ກ່ອນໜ້ານີ້ເອງທາງບໍລິສັດກໍໄດ້ເປີດໂຕ LG K8 ໄປແລ້ວ ແຕ່ວ່າມື້ນີ້ທາງບໍລິສັດກໍໄດ້ອອກມາເປີດໂຕ K8 ອີກເທື່ອໜຶ່ງແລະມາພ້ອມກັັບສະມາດໂຟນ K5 ອີກລຸ້ນໜຶ່ງ. Juno Cho ປະທານບໍລິສັດ ແລະ ຊີອີໂອຂອງ LG Electronics Mobile Communications Company ໄດ້ກ່າວວ່າ:

“ເຮົາມີຄວາມຄິດເຖິງຄວາມຕ້ອງການທີ່ຫຼາກຫຼາຍ ບໍ່ວ່າຈະເປັນຄວາມຕ້ອງການຂອງລູກຄ້າຂອງພວກເຮົາໃນທົ່ວໂລກ ແລະເປົ້າໝາຍຂອງພວກເຮົາຄືການຈັດສົ່ງຜະລິດຕະພັນທີ່ດີທີ່ສຸດຂອງເຮົາໃຫ້ແກ່ລູກຄ້າ ເພື່ອຕອບສະໜອງຄວາມຄາດຫວັງ ແລະຄວາມຕ້ອງການໃຫ້ພວກເຂົາ. ສະນັ້ນແລ້ວ K5 ແລະ K8 ຈຶ່ງເປັນຕົວເລືອກທີ່ພິເສດຫຼາຍສຳລັບໃຜທີ່ກຳລັງຊອກຫາສະມາດໂຟນທີ່ມີ ຮູບຮ່າງທີ່ດີແລະລາຄາທີ່ເໝາະສົົມ”

ສຳລັບລຸ້ນ LG K8 ມາພ້ອມກັບໜ້າຈໍຂະໜາດ 5 ນິ້ວ, ຄວາມລະອຽດ 720 x 1280 (HD) ແລະເປັນຈໍແບບ 2.5D. ໃຊ້ງານຊິບປະມວນຜົນຄອດຄໍ MediaTek MT6735 1.3GHz ແລະຊິບປະມວນຜົນກຣາບຟິກ Mali T720. ROM 8GB ຫຼື 32GB (ຂຶ້ນກັບແຕ່ລະປະເທດວ່າຈະໄດ້ ROM ແບບໃດ) ສາມາດເພີ່ມ microSD ໄດ້. ຮອງຮັບ 4G LTE, Wi-Fi 802.11 b, g, n, Bluetooth 4.2, USB 2.0 ແລະ NFC

image

LG K8 ໂຕເຄື່ອງນັ້ນເຮັັດມາຈາກໂລຫະ ເຊິ່ງເປັນວັດສະດຸທີ່ນິຍົມໃຊ້ຫຼາຍໃນຕະຫຼາດ. ໂຕເຄື່ອງມາພ້ອມກັບ RAM 1.5GB, ໃນອາເມຣິກາລາຕິນຈະເປັນ 1GB. ກ້ອງຫຼັງຄວາມລະອຽກ 8 ລ້ານພິກເຊວ ແລະກ້ອງໜ້າຄວາມລະອຽດ 5 ລ້ານພິກເຊວ. ສຳລັບກ້ອງນັ້ນມາພ້ອມກັບຄຸນສົມບັດ Gesture Interval Shot (ໜ້າຈະເປັນແບບໃຊ້ທ່າທາງແລ້ວຈະຖ່າຍເອງ) ແລະແຟລັດສຳລັບເຊວຟີ. ແບັດເຕີຣີໃຫ້ມາ 2125 mAh ແລະໃຊ້ງານລະບົບປະຕິບັດການ Android 6.0. ມີທັງໝົດ 3 ສີໃຫ້ເລືອກຄື: Gold, Indigo ແລະ White. ໂຕເຄື່ອງມີຄວາມໜາປະມານ 8.7 ມມ. ປຸ່ມ Power ແລະ ປຸ່ມປັບສຽງ ຈະຢູ່ທີ່ດ້ານຫຼັງສຳລັບ K8.

ໃນດ້ານຂອງ LG K5 ມາພ້ອມກັບໜ້າຈໍຂະໜາດ 5 ນິ້ວ, ຄວາມລະອຽດ 480 x 854 FWVGA. ໃຊ້ງານຊິບປະມວນຜົນຄອດຄໍ MediaTek MT6735 1.3GHz ແລະຊິບປະມວນຜົນກຣາບຟິກ Mali T720. RAM 1GB, ROM 8GB. ກ້ອງຫຼັງຄວາມລະອຽດ 5 ລ້ານພິກເຊວ ແລະກ້ອງໜ້າຄວາມລະອຽດ 2 ລ້ານພິກເຊວ. ແບັດເຕີຣີ 1900mAh. ຮອງຮັບ 4G LTE, Wi-Fi 802.11 b, g, n, Bluetooth 4.1, ແລະ USB 2.0. ມາພ້ອມກັບລະບົບ Android 5.1 ແລະໂຕເຄື່ອງມີ 3 ສີຄື: Gold, Silver ແລະ Titan. ໂຕເຄື່ອງໜາປະມານ 8.9 ມມ.

image

ສຳລັບລາຄາຂອງໂຕເຄື່ອງນັ້ນຈະກາດອອກມາໃນພາຍຫຼັງ. LG K8 ຈະວາງຂາຍໃນຕະຫຼາດ ເອເຊຍ, ແອັບຟຣິິກາ, ຕາເວັນອອກກາງ, CIS ແລະ ອາເມຣິກາລາຕິນ. ໃນສ່ວນຂອງ LG K5 ຈະຂາຍທີ່ປະເທດຍຸໂຣບ, CIS ແລະອາເມຣິກາລາຕິນ.

*/ສາລະໜ້າຮູ້:
CIS ແມ່ນຫຍໍ້ມາຈາກຄຳວ່າ:

– Commonwealth of Independent States ໃນພາສາອັງກິດ

– Содружество Независимых Государств ຫຼື СНГ ສຳລັບພາສາຣັດເຊຍ

CIS ແມ່ນກໍຕັ້ງຂຶ້ນໃນວັນທີ 21 ທັນວາ 1991 ເຊິ່ງເປັນອົງການລະຫວ່າງປະເທດທີ່ຕັ້ງຂຶ້ນຫຼັງຈາກທີ່ສະຫະພາບໂຊວຽດລົ້ມສະຫຼາຍລົງ ເຊິ່ງມີສະມາຊິກເປັນປະເທດທີ່ປະກາດເອກະລາດຈາກ ສະຫະພາບໂຊວຽດທີ່ລົ້ມສະຫຼາຍ (ຍົກເວັັ້ນກຸ່ມປະເທດບອນຕິກ)

ໃນປັດຈຸບັນມີສະມາຊິກທັງໝົດ 9 ປະເທດ 1 ປະເທດຮ່ວມ ແລະອອກໄປແລ້ວ 2 ປະເທດ ຂໍ້ມູນຈາກ wikipedia

ທີ່ມາ:phonearena

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...