Homeຂ່າວທ້ອງຖິ່ນຕັ້ງຈະເລີນສຳເລັດສ້າງຕະຫຼາດສະບາຍດີ

ຕັ້ງຈະເລີນສຳເລັດສ້າງຕະຫຼາດສະບາຍດີ

Published on

  ເພື່ອ​ເປັນ​ມື້​ງາມ​ຍາມ​ດີ​ແກ່​ຕົນ​ໃນ​ການ​ປະ­ກອບ​ກິດ­ຈະ­ການ​ໃຫ້​ນັບ​ມື້​ເຕີບໃຫຍ່​ເຂັ້ມ­ແຂງທັງ​ເປັນ​ການ​ສື່​ໃຫ້​ສັງ­ຄົມ​ຜູ້​ທີ່​ສົນ​ໃນ​ເຂົ້າ​ມາ​ຈັບ​ຈ່ອງ​ຫ້ອງ​ຂາຍ​ສິນ­ຄ້າໃນ​ສູນ​ການ​ຄ້າ​ສະ­ບາຍ­ດີ​ອັນ​ມີ​ຄວາມເໝາະ​ສົມ ແລະ​ເປັນ​ທາງ​ເລືອກ​ທີ່​ມີຄວາມ​ຫຼາກ​ຫຼາຍ​ໃນ​ການ​ບໍ­ລິ­ການ.

   ວັນ​ທີ 12 ມີ­ນາ​ຜ່ານ​ມາທີ່​ສູນ​ການຄ້າ​ສະ­ບາຍ­ດີ​ທີ່​ເມືອງ​ປາກ​ເຊ, ໄດ້​ມີ​ພິ­ທີທາງ​ສາ­ສະ­ໜາ​ບາ­ສີ­ສູ່­ຂວັນ​ຕັກ­ບາດ​ຢາດ​ນ້ຳ​ຂຶ້ນ​ນຳ​ໃຊ້​ຕະ­ຫຼາດ​ສະ­ບາຍ­ດີໂດຍ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ດຣ. ບຸນ​ຖອງ ດີ​ວິ​ໄຊ ເຈົ້າ­ແຂວງໆ​ຈຳ­ປາ​ສັກ, ມີ​ທ່ານ​ຮອງ​ເຈົ້າ­ແຂວງ, ບັນ­ດາ​ທ່ານ ຫົວ­ໜ້າ​ພະ​ແນກ, ທ່ານ​ເຈົ້າ­ເມືອງ, ທ່ານ ຜູ້­ອຳ­ນວຍ­ການ, ຮອງ​ຜູ້­ອຳ­ນວຍ­ການ, ບັນ­ດາ​ທ່ານ​ແຂກ​ຜູ້​ໃຫຍ່​ຕະ­ຫຼອດ​ເຖິງນັກ­ທຸ­ລະ­ກິດ​ທີ່​ມາ​ຈາກ​ຕ່າງ­ປະ­ເທດ, ຈາກ​ຕ່າງ​ແຂວງ ແລະ​ນັກ­ທຸ­ລະ­ກິດ​ພາຍ​ໃນ​ແຂວງ​ເຂົ້າ​ຮ່ວມ​ຢ່າງ​ພ້ອມ­ພຽງ.

ທ່ານ ຄຳ​ໄຕ ແກ້ວ​ດວງ​ດີ ຮອງ​ຜູ້ອຳ­ນວຍ​ການ​ບໍ­ລິ­ສັດ​ຕັງ​ຈະ­ເລີນ​ໃຫ້​ຮູ້ວ່າ: ໂຄງ­ການ​ກໍ່­ສ້າງ​ສູນ​ການ​ຄ້າ​ສະ ບາຍ​ດີ (ຕະ­ຫຼາດ​ສະ­ບາຍ­ດີ) ທີ່​ຫຼັກ 2 ເມືອງ​ປາກ​ເຊ ແຂວງ​ຈຳ­ປາ​ສັກ, ໄດ້ເລີ່ມ​ລົງ­ມື​ກໍ່­ສ້າງ​ມາ​ແຕ່​ຕົ້ນ​ປີ 2014 ໃນ ເນື້ອ­ທີ່​ເກືອບ 2 ເຮັກ­ຕາ, ມາ​ຮອດ​ປະຈຸ​ບັນ​ແມ່ນ​ໄດ້​ສຳ­ເລັດ 100% ແລ້ວ, ໃນ​ມູນ​ຄ່າ​ການ​ກໍ່­ສ້າງ​ທັງ​ໝົດ 22 ລ້ານກວ່າ​ໂດ​ລາ​ສະ­ຫະ­ລັດ, ຊຶ່ງ​ໃນ​ນັ້ນ​ປະ ກອບ​ມີ​ຕຶກ​ອາ­ຄານ 3 ຊັ້ນ, ທີ່​ສ້າງ​ເປັນສູນ​ການ​ຄ້າ​ສະ­ບາຍ­ດີ​ປະ­ກອບ​ມີ​ໂຮງ ໜັງ, ສູນ​ການ​ຄ້າ​ຄົບ​ວົງ​ຈອນ, ຮ້ານ​ອາຫານ​ໃນ​ຫ້ອງ​ແອ​ທີ່​ມີ​ຄຸນ​ນະ​ພາບ ແລະ ອື່ນໆ. ທີ່​ມີ​ຄວາມ​ຫຼາກ​ຫຼາຍ​ໃນ​ການ​ບໍ​ລິການ​ທີ່​ແຕກ​ຕ່າງ​ຈາກ​ບ່ອນ​ອື່ນ, ນອກຈາກ​ນີ້​ຍັງ​ໄດ້​ມີ​ການ​ກໍ່­ສ້າງ​ເປັນ​ຫ້ອງແຖວ​ຫຼາຍ​ຫ້ອງ​ທັງ​ໃຫ້​ເຊົ່າ ແລະ​ຂາຍ ຂາດ​ຕົວເພື່ອ​ສ້າງ​ທາງ​ເລືອກ​ໃຫ້​ກັບ​ລູກຄ້າ​ທີ່​ສົນ­ໃຈ​ເຂົ້າ​ມາ​ຈັບ​ຈ່ອງ​ເພື່ອ​ມາ​ຈຳໜ່າຍ​ສິນ­ຄ້າ​ຂອງ​ຕົນແລະ​ນອກ­ຈາກ​ນີ້ຍັງ​ໄດ້​ມີ​ການ​ກໍ່­ສ້າງ​ຕະ­ຫຼາດ​ສົດ​ທີ່​ມີການ​ນຳ​ໃຊ້ ແລະ​ມີ​ການ​ຄ້າ­ຂາຍ​ຢ່າງ​ມີບັນ­ຍາ­ກາດ​ແລ້ວ​ເວ­ລາ​ນີ້.

ທ່ານ​ຮອງ​ຜູ້­ອຳ­ນວຍ­ການ​ໃຫ້​ຮູ້​ຕື່ມວ່າ: ປະ­ຈຸ​ບັນ​ເຖິງ​ວ່າ​ບໍ່​ໄດ້​ມີ​ການ​ເປີດ​ນຳໃຊ້​ຢ່າງ​ເປັນ​ທາງ​ການແຕ່​ກໍ​ມີ​ແມ່​ຄ້າຊາວ​ຂາຍ, ນັກ­ທຸ­ລະ­ກິດ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ເຂົ້າ​ມາ​ຈັບ​ຈ່ອງ​ແລ້ວ​ເກືອບ 80%, ຊຶ່ງ​ໃນ​ນັ້ນ​ໄດ້​ສະ­ແດງ​ໃຫ້​ເຫັນ​ວ່າສູນ​ການ​ຄ້າ​ແຫ່ງ​ນີ້​ໄດ້​ສ້າງ​ຄວາມ​ສົນ­ໃຈ​ຕໍ່ສັງ­ຄົມຊຶ່ງ​ໃນ​ນັ້ນ​ເປັນ​ໄປ​ຕາມ​ເປົ້າ​ໝາຍຂອງ​ບໍ­ລິ­ສັດ​ທີ່​ມີ​ຄວາມ​ຕັ້ງ­ໃຈ​ຈະ​ສ້າງ​ເປັນສູນ​ການ​ຄ້າ​ທີ່​ມີ​ຄວາມ​ທັນ​ສະ​ໃໝ ແລະ ມີ​ຄວາມ​ແຕກ​ຕ່າງ​ຈາກ​ບ່ອນ​ອື່ນໆ​ເພື່ອຍົກ​ລະ­ດັບ​ການ​ບໍ­ລິ­ການ​ໃນ​ເມືອງ​ກໍ່​ຄືແຂວງ​ໃຫ້​ມີ​ບັນ­ຍາ­ກາດ​ໃໝ່, ທີ່​ສຳ­ຄັນເພື່ອ​ຮອງ​ຮັບ​ໃນ​ການ​ເປີດ​ການ​ຄ້າ​ເສລີ (CLV)ໃນ​ມໍ່ໆ​ນີ້, ຊຶ່ງ​ສູນ​ການ​ຄ້າ​ແຫ່ງນີ້​ແມ່ນ​ຈະ​ໄດ້​ມີ​ການ​ເປີດ​ການ​ນຳ​ໃຊ້ຢ່າງ​ເປັນ​ທາງ​ການ​ກ່ອນ​ເຂົ້າ​ພັນ​ສາ​ປີ​ນີ້.

ແນວ­ໃດ​ກໍ​ດີ ນອກ­ຈາກ​ບໍ­ລິ­ສັດ​ຈະ​ໄດ້ມີ​ການ​ລົງ­ທຶນ​ກໍ່­ສ້າງ​ສູນ​ການ​ຄ້າ​ສະ­ບາຍ ດີ​ທີ່​ເມືອງ​ປາກ​ເຊ, ປະ­ຈຸ​ບັນ​ບໍ­ລິ­ສັດ​ຍັງ ໄດ້​ລົງ­ທຶນ​ກໍ່­ສ້າງ​ສູນ​ການ​ຄ້າ​ທີ່​ດອນ​ໜູນນະ­ຄອນ­ຫຼວງ​ວຽງ​ຈັນ​ໃກ້​ຈະ​ສຳ­ເລັດ, ຊຶ່ງ​ເປັນ​ສູນ​ການ​ຄ້າ​ທີ່​ມີ​ຄວາມ​ທັນ​ສະໃໝ ແລະ​ມີ​ຄວາມ​ເໝາະ​ສົມ​ທີ່​ສຸດ, ນອກຈາກ​ນີ້​ບໍ­ລິ­ສັດ​ຍັງ​ໄດ້​ລົງ­ທຶນ​ກໍ່­ສ້າງ​ໂຮງ ແຮມ​ລະ­ດັບ 5 ດາວ​ທີ່​ວັງ​ວຽງ​ນຳ​ອີກ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ໃນວັນທີ 17 ກັນຍາ 2026 ທີ່ອຳເພີຊຽງຄານ ຈັງຫວັດເລີຍ ຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ ຄັ້ງທີ 21 ໂດຍຝ່າຍລາວ ນຳໂດຍ...

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຮົງກົງ ຄັ້ງທີ 11 (11th Belt and Road Summit, Hong Kong) ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ

ໃນຕອນເຊົ້າຂອງວັນທີ 09 ກັນຍາ 2026 ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ແຫ່ງ...

ສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ພາຍຫຼັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫຼາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ການພັດທະນາຂອງ ສປປ ລາວ. ນັບແຕ່ປີ...

ລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

ສປປ ລາວ ກຽມສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງນິຄົມອຸດສາຫະກຳແຫ່ງໃໝ່ ເພື່ອດຶງດູດເມັດເງິນລົງທຶນຈາກຕ່າງປະເທດ ໂຄງການດັ່ງກ່າວຊື່ວ່າ “ນິຄົມອຸດສາຫະກຳ ວຽງຈັນ-ລີ່ຕູ້ (Vientiane-Lidu Industrial Park) ຕັ້ງຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ປະມານ...